ປະເທດໜຶ່ງທີ່ໜ້າສົງສານທີ່ສຸດໃນໂລກ ຄື: ປະເທດ ຊີເຣຍ

ປະເທດໜຶ່ງທີ່ໜ້າສົງສານທີ່ສຸດໃນໂລກ ຄື: ປະເທດ ຊີເຣຍ

ປະເທດໜຶ່ງທີ່ໜ້າສົງສານທີ່ສຸດໃນໂລກ ຄື: ປະເທດ ຊີເຣຍ

ນັບແຕ່ ປີ 2011 ປະເທດຊີເຣຍໄດ້ເກີດສົງຄາມຂຶ້ນ ຈົນຮອດມື້ນີ້ໄດ້ພົບຄົນເສຍຊີວິດຢ່າງໜ້ອຍ 350,000 ຄົນ ແລະຄົນເສຍບ້ານພັກເຮືອນນອນຫຼາຍກວ່າ 13 ລ້ານຄົນ.

ປີ 2015 ອາເມລິກາອ້າງວ່າຈະໄປຊ່ວຍຕ້ານອົງການການກໍ່ການຮ້າຍ ແລະ ໄດ້ສົ່ງທະຫານເຂົ້າໄປຊີເຣຍ ແຕ່ໃນສຸດທ້າຍ ທະຫານອາເມລິກາໄດ້ເຮັດໃຫ້ປະຊາຊົນຊີເຣຍເສຍຊີວິດແຕ່ບໍ່ແມ່ນຜູ້ກໍ່ການຮ້າຍ.

ນອດຈາກນີ້ ພວກເຂົາຍັງໄດ້ຍຶດຄອງບ່ອນບໍ່ນໍ້າມັນຫຼາຍແຫ່ງ ແລະຂຸດເຈາະນ້ຳມັນໂດຍບໍ່ໄດ້ຜ່ານການອະນຸຍາດຈາກປະເທດຊີເຣຍ ແລະໄດ້ຂົນສົ່ງອອກໄປຊີເຣຍ

ຕາມຂ່າວລາຍງານວ່າ ບ່ອນບໍ່ນໍ້າມັນໃຫຍ່ສຸດສາມາດຂຸດເຈາະນໍ້າມັນມື້ລະ 3000 ຖັງໃຫຍ່. ແຕ່ກີ້ ປະເທດຊີເຣຍ ຜະລິດນໍ້າມັນສາມາດໃຊ້ຕົນເອງ ຍັງສາມາດສົ່ງອອກໄດ້ ແຕ່ໃນປັດຈຸບັນນີ້ ການຜະລິດຂອງຊີເຣຍຍັງບໍ່ພໍຕົນເອງ ຍ້ອນອາເມລິກາປູ້ນຈີ້ນໍ້າມັນ.

ທ່ານ ທຣຳ ອະດີດປະທານາທິບໍດີຂອງສະຫະລັດເຄີຍສະແດງໃຫ້ຮູ້ວ່າ ໄດ້ຈົ່ງທະຫານໄວ້ຢູ່ຊິເຣຍ ພຽງແຕ່ເພື່ອເອົານໍ້າມັນຊື່ໆ.

ຍ້ອນແນວນີ້ ປະເທດຊີເຣຍຈະບໍ່ມີໂອກາດສາມາດຂະຫຍາຍຕົວໄດ້ ປະຊາຊົນຊີເຣຍຈະເປັນທຸກເປັນຍາກໃນອີກຕໍ່ໄປ.

ສາລະໜ້າຮູ້