ວັນນີ້ 1/7/22 ເວລາຊ່ວງທ່ຽງໆ
ສະຫລົດໃຈ ພະຍາບານສາວໄວເບັນຈະເພດ ອາຍຸ 25ປີ ເຫມັນກິ່ນສົບມາໃຫ້ພຣະເບີ່ງດວງໃຫ້ ພົບວ່າ “ດວງເຖິງຄາດ”
ເບີ່ງເສັດແລ້ວຂັບລົດອອກຈາກວັດແລ່ນຂ້າມເລນໄປຕຳກັບລົດປິດອັບ ເຮັດໃຫ້ນາງ ກັນຍານັດ ສິຣິໂຊດ (น.ส.กัญญาณัฐ ศิริโชค)ເສຍຊີວິດຄາທີ.
ເຫດເກີດທີ່ຫນ້າວັດປຣະຊາໂຄສິຕາຣາມ (วัดประชาโฆสิตาราม) ຂາເຂົ້າຕະຫລາດແມ່ກອງ ຕຳບົນປາຍໂພງພາງ ອຳເພີອຳພະວາ ຈັງຫວັດສະມຸດສົງຄຣາມ (ໄທ)
ຕາມການບອກເລົ່າພຣະວິຈິດສົນເຈົ້າ ເຈົ້າອາວາດວັດປຣະຊາໂຄສິຕາຣາມເລົ່າວ່າ ຊ່ວງເຊົ້າສາວພະຍາບານຄົນນີ້ໄດ້ເຂົ້າມາທີ່ວັດ ເພື່ອຂໍໃຫ້ອາຕະມາຊ່ວຍດູດວງ ເພາະຊ່ວງນີ້ມັກໄດ້ກິ່ນເນົ່າເໝັນເໝືອນຊາກສົບ
ເມື່ອສັງເກດຈາກສີໜ້າ ພົບວ່າມີລັກສະນະໝົ່ນໝອງ ປະກອບກັບຢູ່ໃນໄວເບນຈະເພດ ກະທັ່ງເມື່ອດູດວງຊະຕາ ເຫັນວ່າດວງເຖິງຄາດ ຈຶ່ງແນະນຳໃຫ້ໄປເຮັດບຸນເຮັດທານ ແລະໃຫ້ຂັບລົດລະມັດລະວັງຫລາຍຂຶ້ນ
ຊົມຄຼິບ