ຟ້າທະລາຍໂຈນສາມາດຕ້ານທານໄວຣັດໂຄໂລນາໄດ້

ຟ້າທະລາຍໂຈນສາມາດຕ້ານທານໄວຣັດໂຄໂລນາໄດ້

(ເປັນຄວາມເຊື່ອສ່ວນບຸກຄົນກະລຸນາໃຊ້ວິຈາລະນະຍານໃນການຮັບຊົມ)ບັນຍາຍການນຳໃຊ້: ໝົດທັງຕົ້ນ, ສົດ ຫຼື ແຫ້ງ ໃຊ້ເປັນຢາປົວຖອກທ້ອງ ປົວລຳໄສ້ອັກເສບ ປົວໄຂ້ຮ້ອນ ໄຂ້ຫວັດຕ່າງໆ, ເພີ່ມພູມຕ້ານທານໃຫ້ກັບຮ່າງກາຍ ແກ້ອາການຮ້ອນໃນ ປົວເຈັບຫົວ ແລະ ອາການເລືອດຂຶ້ນ ນອກນີ້ຍັງໃຊ້ປົວຕຸ່ມຄັນ ແລະ ປົວພະຍາດເບົາຫວານ

ໃບຣາຊາບີບົດປະສົມກັບນ້ຳມັນພືດທາບາດແຜນ້ຳຮ້ອນລວກ ໄຟໄ ໝ້ໃບສົດນຳມາຍ້ຳກຶນນ້ຳແກ້ຄໍອັກເສບ ເຈັບຄໍ ແລະ ມີສັບພະຄຸນໃນການຮັກສາສັດໄດ້ເຊັ່ນ

 

ແກ້ທ້ອງບິດ, ລຳໄສ້ອັກເສບໃນລູກໝູ, ແກ້ພະຍາດຂີ້ຂາວໃນເປັດ, ແກ້ປາກເປື່ອຍ ແລະ ພະຍາດຂາອ່ອນຂອງລູກເປັດ. ຮຽບຮຽງ: ສຸລິວົງ ກອງມະນີວົງ; ກວດແກ້: ແກ້ວອຸດອນ ສຸວັນນະກູມມານ.

ບັນຍາຍລັກສະນະພືດສາດ ເປັນພືດລົ້ມລຸກ, ສູງ 40-100 ຊັງຕີແມັດ, ຂະໜາດກາງ, ລຳຕົ້ນແຂງ, 4 ຫຼ່ຽມ ແລະ ຄົມຫຼາຍຢູ່ລະດັບຫຼ່ຽມ ລຳຕົ້ນແຕກອອກເປັນຫຼາຍກິ່ງຫຼາຍງ່າ ໃບດຽວ ຈັບກົງກັນຂ້າມ, ລວງຍາວ 6-9 ຊັງຕີແມັດ, ກວ້າງ 1-2 ຊັງຕີແມັດ, ກົກ ແລະ ປາຍໃບແຫຼມ, ຂອບໃບກ້ຽງ ແລະ ມີຂົນແຈກຢາຍເປັນບາງບ່ອນ

ນອກນັ້ນຂົນຍັງແຈກຢາຍເປັນຈຸດຫ່າງໆຢູ່ຕາມກ່າງກາງໃບ ດອກອອກເປັນຮວງຊ້ອນ ຈັບຢູ່ປາຍງ່າ ຮວງຍາວ 22–24 ຊັງຕີແມັດ ແມ່ນດອກປະເພດ 5 ດອກບໍ່ສະໝ່ຳສະເໝີ ແລະ ມີເພດຮ່ວມດອກຈູມ ແລະ ກ້ານດອກມີຂົນຫຼາຍເປັນພິເສດຈົນສາມາດເຫັນດ້ວຍຕາເປົ່າໄດ້. ກາບດອກອອກສີຂຽວຕິດກັນເປັນທໍ່

ມີຂົນແຈກຢາຍຢູ່ເບື້ອງນອກຫຼາຍກວ່າພາກສ່ວນອຶ່ນໆຂອງດອກ ຂົນທີ່ຢູ່ຕາມກາບດອກນີ້ແມ່ນຂົນຫຸ້ມຫໍ່ ແລະ ຂົນປ່ອຍຖ່າຍ ກີບດອກສີຂາວ ຕິດກັນຢູ່ເບື້ອງລຸ່ມ ເປັນຮູບທໍ່ ຢູ່ປາກທໍ່ເບື້ອງປາຍກີບແບ່ງອອກເປັນ 2 ພາກສ່ວນ: ສ່ວນໜ້າ ມີ 2 ກີບຕິດກັນ ແລະ ສ່ວນຫຼັງມີ 3 ກີບຕິດກັນ ຍາວປະມານ 1 ຊັງຕີແມັດ

ຢູ່ກີບດອກກໍ່ມີຂົນຫຸ້ມຫໍ່ແຈກຢາຍທົ່ວໄປ ສ່ວນຂົນປ່ອຍຖ່າຍມີເປັນບາງຈຸດໂດຍສະເພາະຢູ່ສ່ວນໜ້າເບື້ອງລຸ່ມ (ພື້ນ) ຂອງກີບດອກມີຂົນປ່ອຍຖ່າຍຫຼາຍສົມຄວນ. ເກສອນມີ 2 ອັນອອກສີຂາວອົມມ່ວງ ກ້ານເກສອນຍາວ ມີຂົນຫຸ້ມຍາວກວ່າຢູ່ພາກສ່ວນອຶ່ນຂອງດອກ

ຮວຍເກສອນສັ້ນອອກສີມ່ວງເຂັ້ມ ເຕົ້າໄຂ່ຈັບເທີງ ຢູ່ຕາມເຕົ້າໄຂ່ກໍ່ມີຂົນປ່ອຍຖ່າຍຈັບຢູ່ອ້ອມຮອບ. ໝາກ ເປັນຝັກຂະໜາດນ້ອຍ ມີຮູບກົມ ມີຮ່ອງຢູ່ກາງທັງເບື້ອງເທີງ ແລະ ເບື້ອງລຸ່ມ ຍາວ 1,5–2 ຊັງຕີແມັດ ທາງໃນມີແກ່ນບັນຈຸຈຳນວນຫຼາຍ ແກ່ນມີຮູບກົມມົນເປັນພຽງຄວາມເຊື່ອຂອງໝໍຢາພື້ນເມືອງເທົ່ານັ້ນກະລຸນາໃຊ້ວິຈາລະນະຍານໃນກາຍຮັບຊົມ

 

ຂ່າວທົ່ວໄປ