ສຳມະເນນຖືກຂອງ ແລ້ວມໍລະນະພາບ

ສຳມະເນນຖືກຂອງ ແລ້ວມໍລະນະພາບ

(ເປັນຄວາມເຊື່ອສ່ວນບຸກຄົນກະລຸນາໃຊ້ວິຈາລະນະຍານໃນການຮັບຊົມດ້ວຍ) ວັນທີ 21/12/2019 ອີງຕາມພະອາຈານຢູ່ວັດ(….)ທີ່ ເມືອງປາກເຊ ແຂວງຈຳປາສັກ ໄດ້ກ່າວນຳຊາວບ້ານວ່າ ສຳມະເນນອົງນີ້ຊື່ ເນນໂດ້ນ ໄດ້ບວດຮຽນເປັນລູກວັດ, ເມື່ອ 2-3 ມື້ຜ່ານມາ

ເນນອົງນີ້ໄດ້ເກີດມີອາການເຈັບຫົວເຂົ່າ ເບື້ອງຂວາ ຍ່າງບໍ່ໄດ້ ເຈັບໆມາເລື່ອຍໆ ແລ້ວມີຮອຍຊໍ້າກໍ່າໄປຕາມຕົວ ຊາວບ້ານວ່າຖືກຂອງ ຕ່າງໆນານາ ຍາດໂຍມໄດ້ຮີບນຳໄປໂຮງໝໍໃກ້ບ້ານ ທຳອິດກວດບໍ່ພົບຫຍັງ ມື້ວານນີ້ ອາການຂຶ້ນແຮງ ແລ້ວເປັນໄຂ້ກະທັນຫັ້ນ

ສົ່ງໄປໂຮງໃຫຍ່ໝໍກໍກວດອີກຄັ້ງພົບວ່າເປັນໄຂ້ຍຸງຂັ້ນສູງ ຈາກນັ້ນກໍຊ໋ອກໝົດສະຕິມໍລະນະພາບທັນທີ ເຮັດໃຫ້ຫຼາຍໆຄົນຕົກໃຈແລະ ເສຍໃຈໃນເຫດການດັ່ງນີ້. ມີຫຼາຍຄູບາອາຈານໄດ້ເຂົ້າມາສະແດງຄວາມເສຍໃຈກັບເຫດທີ່ບໍ່ຄາດຄິດ

ຈາກຄູບາອົງໜື່ງໄດ້ໂພສໄວອາໄລຕໍ່ສຳມະເນນວ່າ ເມື່ອຮູ້ຂ່າວບໍ່ເຊື່ອເລີຍເພາະແຊັດຫາຄູບາເກືອບທຸກມື້ເລີຍ ໃນນາມເຄີຍເປັນອາຈານລົງມາຫາປະສົບການບໍ່ເຄີຍຄິດວ່າຈະຈາກໄປໄວປານນິ້ ຄູບາຂໍໃຫ້ລູກສິດນອນຫລັບໃຫ້ສະບາຍ ບໍ່ຕ້ອງຫ່ວງຄົນທາງຫລັງ

ຫາກຊາດຫນ້າມີຈິ່ງຂໍໃຫ້ນ້ອງໄດ້ເກີດເປັນລູກສິດຂອງຄູບາອີກເດີ ນ້ອງຈະຢູ່ໃນຄວາມຊົງຈຳຂອງຄູບາຄົນນິ້ຕະຫລອດໄປ ເນນ ໂດ້ນ ສິດ ມໍ 4 ສະຜ່າຍ ຄູບາຂໍໃຫ້ນ້ອງໄປສູ່ສະຫວັນຊັ້ນຟ້າເດີນ້ອງຮັກ ເສຍໃຈນຳຄອບຄົວດ້ວຍ

ຂ່າວທົ່ວໄປ