ພໍ່-ແມ່ຄື ສີ່ງສັກສິດ ທີ່ລູກຄວນກາບໄຫວ້ ແລະ ບູຊາ

ພໍ່-ແມ່ຄື ສີ່ງສັກສິດ ທີ່ລູກຄວນກາບໄຫວ້ ແລະ ບູຊາ

ພໍ່ແມ່ ຄືສີ່ງສັກສິດ ທີ່ຄວນຕອບແທນບຸນຄຸນທ່ານ ທີ່ຄວນເຄົາລົບ ແລະ ບູຊາທ່ານ, ບູຊາເທບພະເຈົ້າເປັນພັນ ເປັນໝື່ນອົງ ບໍ່ເທົ່າກັບເຮັດບຸນໃຫ້ພໍ່ແມ່ພຽງຄັ້ງດຽວ, ກ່ອນບູຊາສີ່ງສັກສິດ ແລະ ເທບພະເຈົ້າອົງໃດສົມຄວນບູຊາຢ່າງອື່ນໃດດ ກໍຄື ພໍ່ແມ່, ຢ່າມົ່ວແຕ່ຂໍພອນຈາກສີ່ງສັກສິດຈາກສີ່ງອື່ນໃດ ເພາະອາດບໍ່ມີປະໂຫຍດ ຖ້າບໍ່ ຕອບແທນບຸນຄຸນ ເຄົາລົບບູຊາພໍ່ແມ່ກ່ອນ

ພໍ່ແມ່ ເປັນສີ່ງສັກສິດ ເປັນສີ່ງທີ່ພະພຸດທະເຈົ້າສັນລະເສີນຫຼາຍ ມີພະລັງຄວາມສຳເລັດໄດ້ໄວຂື້ນໃນການອຸທິດແຜ່ບຸນກຸສົນແຜ່ເມດຕາສົ່ງໃຫ້ພໍ່ແມ່ກ່ອນ, ດ້ວຍບົດອຸທິດບຸນທີ່ວ່າ : ” ອິທັງ ເມ ມາຕາປິຕຸນັງ ສຸຂິຕາ ໂຫນຕຸ ມາຕາປິຕະໂຣ ”,

ຂໍໃຫ້ສ່ວນບຸນນີ້ຈົ່ງສຳເລັດແກ່ບິດາມານດາ ຂອງຂ້າພະເຈົ້າ ຂໍໃຫ້ບິດາມານດາຂອງຂ້າພະເຈົ້າມີຄວາມສຸກ, ຂໍໃຫ້ບູຊາພໍ່ແມໃຫ້ທ່ານມີຄວາມສຸກ ດູແລທ່ານຢ່າງດີພ້ອມສົມບູນທຸກວັນແລ້ວຈຶ່ງຄ່ອຍໄປບູຊາສີ່ງສັກສິດອື່ນໆ, ສຳລັບຄົນທີ່ມີພໍ່ແມ່ທີ່ລ່ວງຫຼັບໄປແລ້ວ ຈົ່ງສ້າງບຸນອຸທິດໃຫ້ທ່ານ ໃຫ້ເຈາະຈົ່ງລະບຸຊື່ຂອງທ່ານຳ ລວມເຖີງພໍ່ແມ່ໃນອາດີດຊາດທີ່ແລ້ວທີ່ເຮົາບໍ່ຮູ້ວ່າຈະເປັນແນວໃດ

ໃຫ້ກ່າວລວມໆໄປວ່າ ແລະ ພໍ່ແມ່ບັນພະບຸລຸດໃນອາດີດຊາດ, ຄູບາອາຈານທ່ານເມດຕາແນະນຳວ່າ ຜູ້ໃດເຮັດແບບນີ້ເລື້ອຍໆ ຈະເປີດທາງບຸນທັງໝົດ ປິດກຳບໍ່ດີທັງປວງ ບຸນມີພະລັງສົ່ງເຕັມທີ ຊີວິດທີ່ເຕັມດ້ວຍພະລັງບຸນ ຍ່ອມເປັນຊີວິດທີ່ປະເສີດທີ່ສຸດ.

ສາລະໜ້າຮູ້