ຫາກຖາມວ່າຊ່ວງເວລາໃດທີ່ເໝາະສົມທີ່ສຸດສໍາລັບການເຮັດກິດຈະກໍາເທິງຕຽງກັບຄົນຮັກ ເຊື່ອວ່າຫຼາຍຄົນໜ້າຈະເລືອກຊ່ວງເວລາກາງຄືນ ເພາະບັນຍາກາດຕ່າງໆ ໜ້າຈະເປັນໃຈຫຼາຍກວ່າຊ່ວງເວລາອື່ນໆ ແຕ່ຈາກຜົນວິໄຈລ່າສຸດໂດຍບໍລິສັດຜະລິດອາຫານເສີມ Forza Supplements ທີ່ສໍາຫຼວດຊົ່ວໂມງຊີວິດຂອງຄົນທີ່ມີສຸຂະພາບດີ 1.000 ຄົນ ພົບວ່າ ເວລາທີ່ເໝາະສົມທີ່ສຸດໃນການມີເພດສໍາພັນຄື 7:30 ຫຼື 7:45 ໂມງ ຫຼັງຈາກທີ່ຕື່ນໄປແລ້ວ
ທັງນີ້ເປັນເພາະຊ່ວງເວລາດັ່ງກ່າວ ລະດັບພະລັງງານຂອງຮ່າງກາຍຢູ່ໃນຊ່ວງພີກ ຫຼື ສູງທີ່ສຸດ ຫຼັງຈາກການໄດ້ພັກຜ່ອນຢ່າງເຕັມທີ່ໃນຕອນກາງຄືນ ຈຶ່ງເຮັດໃຫ້ຮ່າງກາຍມີຄວາມພ້ອມສູງທີ່ສຸດ ຂະນທີ່ລະດັບຮໍໂມນເທສໂທສເຕີໂຣນຂອງຝ່າຍຊາຍກໍ່ຈະຢູ່ໃນຊ່ວງພີກດ້ວຍ ນັ້ນໝາຍຄວາມວ່າ ໜຸ່ມໆກຽມພ້ອມທີ່ຈະມີກິດຈະກໍາທາງເພດໄດ້ຍາວນນານຂື້ນດ້ວຍ
ການມີເພດສໍາພັນໃນຕອນເຊົ້າຍັງສົ່ງຜົນດີຕໍ່ຮ່າງກາຍ ກ່ອນຈະໄປປະເຊີນກັບຄວາມຄຽດໃນບ່ອນເຮັດວຽກດ້ວຍ ເພາະໃນຂະນະທີ່ກໍາລັງມີຄວາມສຸກກັນນັ້ນຈະມີສານ “ເອັນດໍຣຟິນ” ຫຼັງອອກມາຈາກຕ່ອມໃຕ້ສະໝອງ ເຊິ່ງຈະຊ່ວຍຫຼຸດລະດັບຄວາມຄິດ ແລະ ຫຼຸດລະດັບຄວາມດັນເລືອດ ເຮັດໃຫ້ຮູ້ສຶກຜ່ອນຄາຍ ແລະ ມີຄວາມສຸກນັ້ນເອງ
ນອກຈາກນີ້ ຜົນການວິໄຈຈາກໂມງຊີວິດຂອງ 1.000 ຄົນຍັງພົບອີກວ່າ ເວລາທີ່ເໝາະສົມທີ່ສຸດສໍາລັບການຮັບປະທານອາຫານ ຄື 7:15 ໂມງ, 12:15 ໂມງ ແລະ 18:00 ໂມງ ຫາກຄິດຈະຫຼຸດນໍ້າໜັກໄດ້ຜົນຫຼາຍທີ່ສຸດ ແລະ ຄວນຫຼີກລ່ຽງເຄື່ອງດື່ມແອລກໍຮໍໃນຊ່ວງກາງຄືນ ເພາະຄວນມີເວລາໄດ້ຟື້ນຟູຢ່າງໜ້ອຍ 4 ຊົ່ວໂມງ ກ່ອນເຖິງເຂົ້ານອນ ເຊິ່ງເວລາທີ່ເໝາະສົມສໍາລັບທີ່ເໝາະສໍາລັບການນອນ ຄື 22:10 ໂມງ ເພື່ອຈະໄດ້ຕື່ນຂື້ນມາຢ່າງສົດຊື່ນໃນເວລາ 6:10ໂມງ