ໃນວັນທີ່ 18/12/2019 ເຈົ້າຂອງໂພສ ກອບ ສາຍບຸນອິນເຕີ ໄດ້ໂພສຂໍຄວາມຊ່ວຍເຫຼືອທີ່ວ່າ : ວອນຜູ້ໃຈບຸນຊ່ວນຮ່ວມທຳບຸນທຳທານ ນ້ອງໂຟສ ອາຍຸ 19 ປີ ຢູ່ບ້ານໃໝ່ໜອງໄທ ຈັງຫວັດສະແກ້ວ ປະເທດໄທ
ເປັນຂອງທ້າວ ສ້ອຍທອງ(ເສຍຊິວິດແລ້ວ) ແມ່ຊື່ ນາງປາດຖະໜາ ເປັນຜູ້ດູແລນ້ອງ ເຊີ່ງໄດ້ເກີດອຸບັດຕິເຫດ ຫຼັງຈາກກັບຈາກໂຮງຮຽນ ເຮັດໃຫ້ເບົ້າຕາແຕກ ກະດູກຕີນແຕກ ບໍ່ສາມາດຊ່ວຍເຫຼືອຕົວເອງໄດ້ ຕ້ອງກາຍເປັນຄົນພິການ
ຕອນນີ້ຄ່າໃຊ້ຈ່າຍ ໜັກຫຼາຍ ຄ່າລົດ 1500-2000 ບາດ ຄ່າກວດ ຄ່າຢາຊັກ3080 ບາດ ຢ່າກະຕຸ້ນສະໝອງແກ້ວລະ 1000 ບາດ
ບົດເລື່ອງເຫຼົ່ານີ້ ລົງເພື່ອສອນຄົນໃຫ້ສູ້ຕໍ່ໄປ ຊິວິດຍັງຄົງຕ້ອງໄປຕໍ່ ບາງຄົນກັບຄິດສັ້ນຂ້າຕົວຕາຍ ມັນບໍ່ແມ່ນທາງອອກຂອງຊິວິດ ຈົ່ງສູ້ຕໍ່ໄປ ຢ່າທໍ້ຢ່າຖອຍ