ສຸດເລວຊາມ ແກ້ງຄູພ້ອມສິດເກົ່າ ຂູ່ບັງຄັບຂືນໃຈລູກສິດອາຍຸ14

ສຸດເລວຊາມ ແກ້ງຄູພ້ອມສິດເກົ່າ ຂູ່ບັງຄັບຂືນໃຈລູກສິດອາຍຸ14

ກາຍເປັນເລື່ອງລາວທີ່ສ້າງຄວາມສະເທືອນໃຈໃຫ້ກັບສັງຄົມເປັນຢ່າງຍິ່ງ ເມື່ອເພຈເຟຊບຸກ ສະມຸດປາການ ໄດ້ໂພສຂ່າວວ່າ “ຫົດຫູ່ຄູ 5 ຄົນພ້ອມ ສິດເກົ່າອີກ 2 ລຸມຂົ່ມຂືນນັກຮຽນສາວອາຍຸ14ປີ ຖ່າຍຄລິບຂູ່ບໍ່ຍອມຈະໃຫ້ຢູ່ຫ້ອງເກົ່າ ທີ່ມຸກດາຫານ ແກ້ງຄູກັບສິດເກົ່າລວມ 7 ຄົນ ບັງຄັບຂົ່ມຂືນນັກຮຽນສາວຕາມຈຸດຕ່າງໆ ໃນໂຮງຮຽນດົນກວ່າປີ ຄາດມີຜູ້ເສຍຫາຍອີກຄົນ ເປັນເດັກ ມ.4

ໂດຍແມ່ຕູ້ຂອງເດັກຜູ້ເສຍຫາຍເລົ່າວ່າ ຫລານສາວຖືກຄູໃນໂຮງຮຽນຈ່ຳນວນ 5 ຄົນ ແລະລຸ້ນອ້າຍທີ່ເປັນສິດເກົ່າຂອງໂຮງຮຽນ 2 ຄົນ ລຸມຂົ່ມຂືນໂດຍອາໄສຈັງຫວະຊ່ວງພັກທ່ຽງ ຊ່ວງເລີກຮຽນ ຫລືມື້ຢຸດຮຽນ ອອກອຸບາຍລໍ້ລວງໄປຂົ່ມຂືນກະທຳຊຳເລົາ ຫາກບໍ່ຍິນຍອມກໍ່ຈະໃຊ້ກຳລັງ ບາງຄັ້ງກໍ່ຂູ່ວ່າ ຫາກບໍ່ຍອມຈະໃຫ້ຢູ່ຫ້ອງເກົ່າ ເຮັດໃຫ້ເດັກເກີດຄວາມຢ້ານ

ແມ່ຕູ້ເລົ່າວ່າເຫດການເກີດຂຶ້ນຕັ້ງແຕ່ເດືອນມີນາ ປີທີ່ແລ້ວຕໍ່ເນື່ອງເລື່ອຍມາຈົນຖຶງມີນາປີນີ້ ຊຶ່ງຕົນຮູ້ເລື່ອງເມື່ອຕົ້ນເດືອນພຶດສະພາທີ່ຜ່ານມາ ກ່ອນພາຫລານໄປແຈ້ງຄວາມກຸ່ມຄູແລະລຸ່ນອ້າຍທີ່ສະຖານີຕຳລວດພູດທະຜຶ່ງແດດ ມຸກດາຫານ ເມື່ອວັນທີ່ 4 ພຶດສະພາ ເພາະຮີບບໍ່ໄດ້ ແລະສົງສານຫລານທີ່ຕ້ອງມາພົບພໍ້ເລື່ອງແບບນີ້

ເບື້ອງຕົ້ນ ຕຳລວດໄດ້ອອກຫມາຍຈັບທັ້ງ 7 ຄົນ ໃນຄວາມຜິດຖານກະທຳຊຳເລົາເດັກອາຍຸບໍ່ເກີນ 15 ປີ ໂດຍເດັກນັ້ນຈະຍິນຍອມຫລືບໍ່ກໍ່ຕາມ ອັນມີລັກສະນະເປັນການໂຊມເດັກຍິງ ແລະເປັນກາກະທຳແກ່ສິດຊຶ່ງຢູ່ໃນຄວາມເບິ່ງແຍງ ຂໍ້ຫາພາກເດັກອາຍຸບໍ່ເກີນ 15 ປີ ໄປເສຍຈາກບິດາມານດາຜູ້ປົກຄອງເພື່ອການອານາຈານ ມາດຳເນີນຄະດີ ແລະສົ່ງຕົວໄປຝາກຂັງທີ່ສານຈັງຫວັດມຸກດາຫານແລ້ວ

ນອກຈາກນີ້ທີມຂ່າວຍັງໄດ້ຮັບຂໍ້ມູນເພີ້ມເຕີມວ່າ ນອກຈາກຜູ້ຄົນນີ້ແລ້ວ ຍັງມີນັກຮຽນຍິງຊັ້ນ ມ.4 ອີກຄົນ ທີ່ຖືກຄູກຸ່ມນີ້ ພາມາລຸມຂົ່ມຂືນທີ່ບ້ານພັກຄູໃນໂຮງຮຽນ ແນວໃດກໍ່ຕາມ ນາງສຸພັດຊາ ສຸດທະທິພົນ ອະທິບໍດີກົມກິດຈະການເດັກແລະເຍົາວະຊົນ ພ້ອມຫົວຫນ້າບ້ານພັກເດັກແລະຄອບຄົວຈັງຫວັດມຸກດາຫານ ນຳເດັກຍິງຜູ້ເສຍຫາຍແລະອທ່ຕູ້ເຂົ້າສູ່ກະບວນການຄຸ້ມຄອງ ແລະນຳໄປເບິ່ງແຍງທີ່ບ້ານພັກເດັກແລະຄອບຄົວມຸກດາຫານຮຽບຮ້ອຍແລ້ວ ແຕ່ສິ່ງທີ່ກຸ່ມຜູ້ເສຍຫາຍຢ້ານຕອນນີ້ຄື  ຢ້ານຈະບໍ່ໄດ້ຮັບຄວາມເປັນທຳດ້ານຄະດີ

ຢ່າງໃດກ໋ຕາມ ຂະນະນີ້ທີ່ໂຮງຮຽນດັ່ງກ່າວໄດ້ປິດທຳການຮຽນການສອນ ມີພຽງຄູແລະພະນັກງານຢູ່ພາຍໃນໂຮງຮຽນເທົ່ານັ້ນ ໂດຍຫ້ອງທີ່ເກີດເຫດນັ້ນ ມີການເອົາປ້າຍຊັ້ນ ມ.2 ອອກໄປແລ້ວ ສ່ວນທີ່ບ້ານພັກຄູ ຊຶ່ງຢູ່ດ້ານຫລັງໂຮງຮຽນ ລັກສະນະເປັນບ້ານພັກຄູປຸກຕິດກັນ 2 ຊັ້ນ ມີການລັອກປະຕູໄວ້ຢ່າງແໜ້ນຫນາ ແລະຍັງບໍ່ພົບເພື່ອນຄູທີ່ອາໄສຢູ່ໃກ້ຄຽງ

ນອກຈາກນີ້ ເພື່ອນຄູໃນໂຮງຮຽນບອກວ່າ ເພິ່ງມາຮູ້ຂ່າວວ່າທັ້ງ 5 ຄົນ ກໍ່ເຫດຂຶ້ນເມື່ອບໍ່ຈັກມື້ມານີ້ ຮູ້ສຶກຕົກໃຈຫລາຍ ເພາະບໍ່ເຄີຍເກີດເລື່ອງຂຶ້ນແບບນີ້ມາກ່ອນ ໂດຍປົກກະຕິແລ້ວ ທັ້ງຫມົດກໍ່ເປັນຄົນນິໄສດີ ຕັ້ງໃຈເຮັດວຽກ ແຕ່ບໍ່ຄາດຄິດວ່າຈະມາເຮັດເລື່ອງແບບນີ້ຂຶ້ນ ຫນຳຊ້ຳບາງຄົນຍັງເພິ່ງຜ່ານເກນການປະເມີນເຂົ້າບັນຈຸເປັນຂ້າລາດຊະການຄູອີກດ້ວຍ

ສາລະໜ້າຮູ້