ຄົນບັນເທີງລາວຕຳນິ ຜູ້ປະກາດຂ່າວ “ຈັດ ທີມະ”ຢ່າງໜັກ ເຫດວິຈານລະບົບສາທາລະນະສຸກ-ການຮັບມືໂຄວິດ-19 ຂອງລາວ

ຄົນບັນເທີງລາວຕຳນິ ຜູ້ປະກາດຂ່າວ “ຈັດ ທີມະ”ຢ່າງໜັກ ເຫດວິຈານລະບົບສາທາລະນະສຸກ-ການຮັບມືໂຄວິດ-19 ຂອງລາວ

ພາຍຫຼັງທີ່ເກີດກະແສຄວາມບໍ່ພໍໃຈຂອງຊາວລາວຕໍ່ກັບການນຳສະເໜີຂ່າວິພາກວິຈານລະບົບສາທາລະນະສຸກ ແລະ ການຮັບມືໂຄວິດ-19 ຂອງລາວ ໂດຍຜູ້ປະກາດຂ່າວໜຸ່ມໄທ “ຈັດ ທີມະ” ໃນລາຍການ “ຂ່າວແລງຊ່ອງວັນ” ອອກອາກາດທາງຊ່ອງ One 31 ຂອງໄທ ເມື່ອວັນທີ 19 ມີນາ 2020 ທີ່ຜ່ານມາ, ທາງດ້ານຄົນບັນເທີງລາວຫຼາຍຄົນ ຕ່າງກໍໄດ້ຕາມໄປສະແດງຄວາມເຫັນໃນອິນສະຕາແກຣມຂອງຜູ້ປະກາດຂ່າວຄົນນີ້ ສະແດງເພື່ອກ່າວຕຳນິ.

ໃນນັ້ນ ປະກອບມີ ໝໍແນ່ງ – ຈັນດາລີ ສິດພະໄຊ ຜູ້ເຊິ່ງເປັນທັງດາລາ, ນາງແບບ ແລະ ທ່ານໝໍ ເຊິ່ງເຮັດວຽກໃນຂະແໜງການສາທາລະນະສຸກຂອງລາວມາເປັນເວລາດົນນານ ໄດ້ສະແດງຄວາມເຫັນຕໍ່ໜຸ່ມຈັດທີມະວ່າ “ເຮົາຍອມຮັບວ່າໝໍໄທເກັ່ງ. ແຕ່ບໍ່ແມ່ນໃດອ້າຍ! ການທີ່ເວົ້າອອກຂ່າວແບບນີ້ ທຸກຄົນກຳລັງຜ່ານມັນ ແຕ່ໂຕເອງວ່າງຂົ່ມເຫງປະເທດເພື່ອບ້ານ. ຄົນລາວໄປ (ກວດ) ຢູ່ໄທ undectected (ບໍ່ພົບເຊື້ອ) ຕັ້ງຫຼາຍ ແລະ ກໍແພງ. ຢ້ານວ່າອາດຈະບໍ່ເຊື່ອ ເລີຍໄປກວດຢູ່ໄທເລີຍ. ເສຍເງິນ ແຕ່ບໍ່ເສຍຊື່.” ພ້ອມນັ້ນໝໍແນ່ງຍັງໄດ້ຖາມໜຸ່ມຈັດອີກວ່າ “ໃຜຂຽນຂ່າວໃຫ້?”.

  

ພ້ອມນີ້ ກໍມີໜຸ່ມນັດທະສັກ ດາລານາຍແບບຂອງລາວ ທີ່ໄດ້ສະແດງຄວາມເຫັນຕໍ່ໜຸ່ມຈັດ ໂດຍກ່າວສັ້ນໆວ່າ “ຄົນດ່າເຈົ້າຫຼາຍເນາະ ຄັກໆ.”

ປະເດັນດັ່ງກ່າວນີ້ຈະຈົບລົງແນວໃດ ທາງໜຸ່ມ ຈັດ ທີມະ ແລະ ຊ່ອງ ONE 31 ຕົ້ນສັງກັດຂອງໜຸ່ມຄົນນີ້ຈະອອກມາຖະແຫຼງຂ່າວ ຫຼື ບໍ່ ກໍຕ້ອງຕິດຕາມກັນຕໍ່ໄປ.

ຂ່າວທົ່ວໄປ