ພົບຜູ້ຕິດເຊື້ອໂຄວິດ-19 ໃນລາວເພີ່ມ 1 ກໍລະນີ ຍອດສະສົມ 15 ກໍລະນີແລ້ວ

ພົບຜູ້ຕິດເຊື້ອໂຄວິດ-19 ໃນລາວເພີ່ມ 1 ກໍລະນີ ຍອດສະສົມ 15 ກໍລະນີແລ້ວ

ອີງຕາມການຖະແຫຼງຂ່າວຂອງຄະນະສະເພາະກິດເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂການແພ່ລະບາດຂອງໂຄວິດ-19 ລະບຸວ່າ ຜູ້ຕິດເຊື້ອກໍລະນີທີ 15 ນີ້ ເປັນເພດຍິງ ອາຍຸ 20 ປີ ເຊິ່ງເປັນນັກສຶກສາກັບມາຈາກລອນດອນ

ຜູ້ກ່ຽວມາຈາກລອນດອນ ວັນທີ 22 ມີນາ. ວັນທີ 23 ມີນາ ເດີນທາງຈາກສະໜາມບິນສຸວັນນະພູມ ຫາສະໜາມບິນວັດໄຕ ດ້ວຍຖ້ຽວບິີນທີ TG574. ວັນທີ 24 ມີນາ – 4 ເມສາ ໄດ້ຈຳກັດບໍລິເວນຢູ່ເຮືອນສວນບ່ອນດຽວກັນກັບກໍລະນີທີ 12. ວັນທີ 6 ເມສາ ໄດ້ເດີນທາງມາກວດຫາເຊື້ອ ແຕ່ບໍ່ພົບເຊື້ອ ແລະ ມາກວດຄືນໃໝ່ໃນວັນທີ 7 ເມສາ ແລະ ພົບວ່າຕິດເຊື້ອ. ຜູ້ກ່ຽວເປັນປະຊາຊົນບ້ານຈອມມະນີ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ແຕ່ບໍ່ໄດ້ຢູ່ເຮືອນຕັ້ງແຕ່ກັບມາຈາກອັງກິດ

ທັງນີ້ມາຮອດປັດຈຸບັນມີຜູ້ຕິດເຊື້ອລວມທັງໝົດ 15 ກໍລະນີ ໃນນີ້ເປັນຄົນນະຄອນຫຼວງວຽງຈັນ 10 ກໍລະນີ ຄົນຫຼວງພະບາງ 3 ກໍລະນີ ແລະ ຄົນຕ່າງປະເທດ 1 ກໍລະນີ.

ຂ່າວທົ່ວໄປ