ລ້ຽງລູກດ້ວຍນົມແມ່ ດົນເທົ່າໃດຍິ່ງດີ

ລ້ຽງລູກດ້ວຍນົມແມ່ ດົນເທົ່າໃດຍິ່ງດີ

ອົງການອະນາໄມໂລກ (WHO) ແນະນໍາວ່າ ເດັກເກີດໃໝ່ຄວນໄດ້ດື່ມນົມແມ່ພາຍໃນ 1 ຊົ່ວໂມງ ຫຼັງເກີດອອກມາ ແລະ ຄວນດື່ມແຕ່ນົມແມ່ພຽງຢ່າງດຽວໃນໄລຍະ 6 ເດືອນທໍາອິດຂອງຊີວິດ. ເມື່ອເດັກເລີ່ມກິນອາຫານແລ້ວ ຄວນໃຫ້ດື່ມນົມແມ່ອີກຕໍ່ໄປຈົນເຖິງເດັກມີອາຍຸ 2 ປີ

ການລ້ຽງລູກດ້ວຍນົມແມ່ຢ່າງຕໍ່ເນື່ອງເຖິງ 2 ປີທໍາອິດ ຮຽກວ່າ “ການໃຫ້ນົມໃນໄລຍະຍາວ” ຊຶ່ງສາມາດເຮັດໄດ້ດົນເທົ່າທີ່ແມ່ ແລະ ລູກຕ້ອງການ ຈົນກວ່າລູກຈະເຊົານົມເອງຕາມທຳມະຊາດ ຫຼື ເມື່ອແມ່ຢາກໃຫ້ລູກເຊົານົມ ແຕ່ຄວນສືບຕໍ່ໃຫ້ລູກໄດ້ກິນນົມຈາກພືດ ຫຼືຈາກສັດ ໄດ້ຕາມປົກກະຕິ

ເຫດຜົນໃນການລ້ຽງລູກດ້ວຍນົມແມ່ໃນໄລຍະຍາວ:

  • ເປັນໄລຍະເວລາສ້າງສາຍໃຍຮັກ ລະຫວ່າງແມ່ກັບລູກ
  • ສ້າງຄວາມໝັ້ນຄົງທາງອາລົມໃຫ້ທັງແມ່ ແລະ ລູກ
  • ຄວາມມັກສ່ວນໂຕທີ່ຕ້ອງການໃຫ້ລູກໄດ້ນົມແມ່ເຖິງໄລຍະໜຶ່ງ
  • ເພື່ອໃຫ້ລູກໄດ້ດື່ມນົມທີ່ເໝາະສົມກັບໄວທີ່ສຸດ
  • ຄວາມສະດວກສະບາຍ
  • ລູກມີພູມຕ້ານທານຕ່ຳ
  • ລູກບໍ່ພ້ອມທີ່ຈະເຊົານົມ
  • ຂໍ້ດີຂອງການລ້ຽງລູກດ້ວຍນົມແມ່ໃນໄລຍະຍາວ

    ສຳລັບແມ່

    • ຫຼຸດຄວາມສ່ຽງຕໍ່ໂຣກມະເຮັງເຕົ້ານົມ, ມະເຮັງຮັງໄຂ່, ເບົາຫວານຊະນິດທີ 2 ແລະ ໂຣກຊຶມເສົ້າຫຼັງເກີດລູກ
    • ມີສ່ວນຊ່ວຍຄວບຄຸມນຳ້ໜັກ ຖ້າກິນອາຫານຢ່າງມີສົມດຸນ ແລະ ອອກກຳລັງກາຍຢ່າງສະໝຳ່ສະເໝີໄປພ້ອມ
    • ເປັນການຄຸມກຳເນີດດ້ວຍວິທີທຳມະຊາດ ແຕ່ກໍຍັງສາມາດຖືພາໄດ້ ເພາະວ່າ ວິທີນີ້ຊ່ວຍຄຸມກຳເນີດໄດ້ 98% ໃນໄລຍະ 6 ເດືອນທຳອິດຫຼັງຈາກເກີດລູກອອກມາເທົ່ານັ້ນ.
    • ເປັນວິທີນຶ່ງໃນການວັດແທກ ການສ້າງສາຍສຳພັນກັບລູກ
    • ຫຼຸດຄວາມສ່ຽງຕໍ່ໂຣກຄວາມດັນເລືອດສູງ, ເບົາຫວານ, ໄຂມັນໃນເລືອດສູງ ຫຼື ໂຣກຫົວໃຈ ແລະ ຫຼອດເລືອດຫຼັງໄວເໝິດປະຈຳເດືອນ
    • ສຳລັບລູກ
      • ນົມແມ່ທີ່ຢູ່ໃນຊ່ວງທີ່ລູກຄົບຮອບປີທີ 2 ນັ້ນ ຍັງເປັນແຫຼ່ງອາຫານຊັ້ນດີທີ່ອຸດົມໄປດ້ວຍໂປຣຕິນ ໄຂມັນ ແຄວຊຽມ ວິຕາມິນ ລວມໄປເຖິງພູມຕ້ານທານຕາມທຳມະຊາດ ແລະ ເອັນໄຊ ຊຶ່ງວິທະຍາສາດ ແລະ ເຕັກໂນໂລຊີບໍ່ສາມາດສັງເຄາະຂຶ້ນທົດແທນໄດ້
      • ເສີມສ້າງລະບົບພູມຄຸ້ມກັນ, ຊ່ວຍໃຫ້ລູກເຈັບປ່ວຍໜ້ອຍລົງ ເຊັ່ນ ການຢູ່ນິ້ງບໍ່ເປັນ ຄວາມວິຕົກກັງວົນ ແລະ ການຕິດພໍ່ແມ່.ປັດຈຸບັນ ເປັນວິທີທີ່ແມ່ມັກອ້າງເລື້ອຍໆວ່າ ເປັນຜົນກ່ຽວພັນຈາກການໃຫ້ນົມແມ່ໃນໄລຍະຍາວ.
ຂ່າວທົ່ວໄປ