ຂໍ້ມູນເບື້ອງຕົ້ນເຫດຍິງກັນຢູ່ທີ່ບ້ານຫັດສະດີ ເຂດຕະຫລາດເຊົ້າ

ຂໍ້ມູນເບື້ອງຕົ້ນເຫດຍິງກັນຢູ່ທີ່ບ້ານຫັດສະດີ ເຂດຕະຫລາດເຊົ້າ

ຂໍ້ມູນເບື້ອງຕົ້ນເຫດຍິງກັນຢູ່ທີ່ບ້ານຫັດສະດີ ເຂດຕະຫລາດເຊົ້າ
ອີງຕາມການໃຫ້ຂໍ້ມູນເບື້ອງຕົ້ນຂອງເຈົ້າໜ້າທີ່ ປກສ ນະຄອນຫລວງວຽງຈັນໃຫ້ຮູ້ວ່າ: ຈາກເຫດຍິງກັນໃນເວລາປະມານ 19:00-20:00 ໂມງ ຂອງວັນທີ 21 ສິງຫານີ້ ຢູ່ບ້ານຫັດສະດີ ເຂດຕະຫລາດເຊົ້າ ເມືອງຈັນທະບູລີ, ເຊິ່ງເປັນການຍິງຕອບໂຕ້ປ້ອງກັນຕົວຂອງເຈົ້າໜ້າທີ່ ແລະ ຄົນຮ້າຍດັ່ງກ່າວນີ້ກໍເປັນ

ກຸ່ມເປົ້າໝາຍໜຶ່ງທີ່ເຈົ້າໜ້າທີ່ໄດ້ຕິດຕາມມາໄລຍະໜຶ່ງແລ້ວ, ເຊິ່ງກໍພະຍາຍາມລົບໜີຄະດີມາໂດຍຕະຫລອດ.ໃນມື້ເກີດເຫດເຈົ້າໜ້າທີ່ໄດ້ພົບເຫັນພ້ອມທັງຕິດຕາມເປົ້າໝາຍ ວ່າຈະໄປກໍ່ເຫດຊີງຊັບຢູ່ໃສ່, ໃນຂະນະທີ່ເຈົ້າພວມຕິດຕາມຢູ່ນັ້ນ ເປົ້າໝາຍໄດ້ຮູ້ຕົວຈຶ່ງພະຍາຍາມເອົາໂຕຫລົບໜີ ແລະ ໃຊ້ອາວຸດປືນຍິງ

ເຫດຍິງກັນຢູ່ທີ່ບ້ານຫັດສະດີ

ໃສ່ເຈົ້າໜ້າທີ່ຕຳຫລວດກ່ອນ, ເຮັດໃຫ້ເຈົ້າໜ້າທີ່ຕ້ອງຍິງປຶນຕອບໂຕ້ເພື່ອປ້ອງກັນຕົວເອງ ຈຶ່ງເຮັດໃຫ້ເປົ້າໝາຍເສຍຊີວິດ. ເຫດການນີ້ບໍ່ແມ່ນການລັກລອບຍິງ ແຕ່ເປັນການຍິງຕອບໂຕ້ປ້ອງກັນຕົວຂອງເຈົ້າໜ້າທີ່, ສ່ວນລາຍລະອຽດເຈົ້າໜ້າທີ່ຈະລາຍງານລາຍເພີ່ມເຕີມ.

ເຫດຍິງກັນຢູ່ທີ່ບ້ານຫັດສະດີ

ຂ່າວທົ່ວໄປ