ນາຍບ້ານໜອງພະຍາປະຕິເສດບໍ່ໄດ້ໄລ່ ພຣະອາຈຣຍ໌ສົມປອງໜີຈາກວັດ

ນາຍບ້ານໜອງພະຍາປະຕິເສດບໍ່ໄດ້ໄລ່ ພຣະອາຈຣຍ໌ສົມປອງໜີຈາກວັດ

ນາຍບ້ານໜອງພະຍາປະຕິເສດບໍ່ໄດ້ໄລ່ ພຣະອາຈຣຍ໌ສົມປອງໜີຈາກວັດ ແຕ່ປະຕິບັດຕາມຄຳສັ່ງຂອງພຣະອາຈາຣຍ໌ມະຫາວັນນາ ສຸຣິຍະວົງ ປະທານ ອພສ ນະຄອນຫລວງວຽງຈັນ

ນອກຈາກຈະໂຍນຄວາມຜິດໃຫ້ແຕ່ຜູ້ອື່ນແລ້ວ ນາຍບ້ານຍັງບອກອີກວ່າໃນເມື່ອມີຂໍຕົກລົງຂອງ ອພສ ນວຈ ໃຫ້ຍ້າຍແລ້ວ ກໍ່ຕ້ອງໄດ້ຍ້າຍ ໄປຢູ່ໃສກະໄດ້ ເຊີ່ງອັນນີ້ມັນແດງໃຫ້ເຫັນວ່າ ນາຍບ້ານຂາດຄວາມຮູ້ທາງພຸດທະສາດສະໜາ

ພຣະພຸດທະເຈົ້າບັນຍັດໄວ້ຢ່າງຊັດເຈນ
ວ່າໃນຊ່ວງໃຕມາດການເຂົ້າພັນສາ 3 ເດືອນນີ້ ຫ້າມພຣະສົງຄ໌ໄປນອນຄ້າງຄືນວັດອື່ນ ຖ້າບໍ່ມີເຫດຈຳເປັນແທ້ ແລະ ຍີ່ງເປັນການຍ້າຍໄປຢູ່ວັດໄໝ່ແລ້ວຍີ່ງກະທຳບໍ່ໄດ້ ຖ້າພຣະສົງຄ໌ເຮັດຄວາມຜິດອັນໃດ ກໍ່ຄວນໄຕສວນແລະລົງໂທດຕາມຂັ້ນຕອນຂອງວິໃນ

ແຕ່ນາຍບ້ານມາເວົ້າແບບງ່າຍໆແບບນີ້ບໍ່ໄດ້ ວ່າໄປຢູ່ໃສກະໄດ້ ແລະ ການທີ່ເອົາໂສ້ມາໃສ່ວັດ ຈົນຄົນບໍ່ສາມາດເຂົ້າໄປໃສ່ບາດໄດ້ ນາຍບ້ານກໍບໍ່ເຄິຍຮັບຜິດວ່າເຮັດເກີນກ່ວາເຫດ ແຖມຍັງຍ້ຳອີກວ່າເຮັດບຸນເຮັດຢູ່ໃສກະໄດ້ ການເອົາໂສ່ມາໃສ່ວັດແບບນັ້ນບໍ່ຜິດ ຈົນເຖິງປານນີ້ຍັງບໍ່ເຫັນຄວາມຮູ້ສຶກຜິດ ແລະ ຄວາມຮັບຜິດຊອບຂອງນາຍບ້ານໜອງພະຍາ.

ຂ່າວທົ່ວໄປ