ຄົນລາວ ຍັງຖືເບົາເລື່ອງ ໄວລັດ ໂຄວິດ-19 ຍັງຂ້າມໄປຝັ່ງໄທ ປະເທດທີ່ມີການລະບາດເຊື້ອ

ຄົນລາວ ຍັງຖືເບົາເລື່ອງ ໄວລັດ ໂຄວິດ-19 ຍັງຂ້າມໄປຝັ່ງໄທ ປະເທດທີ່ມີການລະບາດເຊື້ອ

ຕອນນີ້ທຸກປະເທດໃນທົ່ວໂລກກຳລັງຢ້ານກົວ ແລະ ເຝົ້າລະວັງປ້ອງກັນຢ່າງຈິງຈັງ ເພາະຫາກມີຜູ້ຕິດເຊື້ອແລ້ວ ກໍ່ຍາກທີ່ຈະສາມາດຄວບຄຸມໄດ້ ຕໍ່ການແຜ່ລະບາດຂອງເຊື້ອໄວຣັສ ໂຄວິດ 19 ເຊິ່ງໃນນີ້ບັນດາປະເທດອ້ອມຂ້າງຂອງລາວ ແມ່ນມີຜູ້ຕິດເຊື້ອເປັນຈຳນວນຫຼາຍ ຍົກເວັ້ນປະເທດມຽນມາ ທີ່ຍັງບໍ່ມີລາຍງານຜູ້ຕິດເຊື້ອ

ປັດຈຸບັນ ບັນດາຜູ້ຄົນທີ່ໄດ້ໄປອອກແຮງງານຢູ່ຕ່າງປະເທດ ກໍ່ຮີບຮ້ອນເດີນທາງກັບປະເທດຂອງຕົນ ເຮັດໃຫ້ຜູ້ຕິດເຊື້ອຍິ່ງກະຈາຍອອກໄປອີດ ດັ່ງນັ້ນ ຈຶ່ງແຈ້ງໃຫ້ພໍ່ແມ່ປະຊາຊົນລາວ ຢ່າຖືເບົາ ພະຍາດນີ້ເປັນເຊື້ອພະຍາດທີ່ເບິ່ງບໍ່ເຫັນ ຊ່ວງນີ້ຂໍໃຫ້ຫຼີກລ້ຽງການເດີນທາງໄປປະເທດເພື່ອນບ້ານ</p> <p>ເນື່ອງຈາກປັດຈຸບັນ ທຸກອົງກອນ, ທຸກກອງປະຊຸມ ທຸກກິດຈະກຳທີ່ຈະຈັດ ຕ່າງປະເທດ ກໍ່ໄດ້ມີການຍົກເລີກໝົດແລ້ວ, ດັ່ງນັ້ນຂໍໃຫ້ປະຊາຊົນລາວຕື່ນໂຕເປັນເຈົ້າແທ້ໆ ຫາກທ່ານຕິດເຊື້ອມັນຈະບໍ່ມີພຽງທ່ານທີ່ຮັບເຄາະ ຄົນໃນຄອບຄົວ, ໃນຫ້ອງການ ແລະ ອ້ອມຂ້າງ ກໍ່ຈະໄດ້ຮັບເຊື້ອໄປນຳ

ທີ່ສຳຄັນເພື່ອເປັນການປ້ອງກັນປະເທດຕົນເອງ ຫຼາຍປະເທດຈະຫ້າມຄົນ ອອກຈາກປະເທດ ແລະ ຫ້າມຄົນປະເທດອື່ນເດີນທາງເຂົ້າປະເທດຕົນ ລົດໂດຍສານລາຍສາຍທາງມີການຢຸດໃຫ້ບໍລິການ, ຍົນຫຼາຍສາຍບິນຍົກເລີກໃຫ້ບໍລິການ, ແຕ່ຍັງສັງເກດເຫັນວ່າຄົນລາວ ຈຳນວນຫຼາຍຍັງແຫ່ພາກັນຂ້າມໄປປະເທດໃກ້ຄຽງໂດຍບໍ່ຈຳເປັນ

ຈາກຂ່າວຕາມສື່ສັງຄົມອອນລາຍ ບອກວ່າ ມີຜູ້ຕິດເຊື້ອໃນໂຊນພາກອີສານຂອງໄທ ໂດຍສະເພາະອຸດອນ, ຂອນແກ່ນ ດັ່ງນັ້ນຝາກເຕືອນໃຫ້ຄົນລາວ ຫຼີກລ້ຽງໃນການເດີນທາງໄປປະເທດທີ່ມີຄວາມສ່ຽງດ້ວຍ

ຂ່າວທົ່ວໄປ