ລູກໂຫດ  ໃຊ້ໄມ້ຕີຫົວແມ່ແທ້ໆ ຕາຍ ເຫດເພາະແມ່ບໍ່ຊື້ມືຖືໃຫ້

ລູກໂຫດ ໃຊ້ໄມ້ຕີຫົວແມ່ແທ້ໆ ຕາຍ ເຫດເພາະແມ່ບໍ່ຊື້ມືຖືໃຫ້

ຮຽກໄດ້ວ່າເປັນເລື່ອງລາວສຸດສະເທືອນໃຈແທ້ ໆ ໂດຍເມື່ອບໍ່ດົນມານີ້ທາງ ejan.co ໄດ້ເປີດເຜີຍຂໍ້ມູນຂອງລູກສຸດຫ້ຽມ ໂດຍມີເນື້ອຫາດັ່ງນີ້

8 ມີນາຄົມ 2563 ຕຳລວດ ສພ.ແມ່ເປິນ ຈ.ນະຄອນສະຫວັນ ໄດ້ຮັບແຈ້ງເຫດ ລູກຂ້າແມ່ເອົາສົບໜີຈາກບ້ານ ຈຶ່ງລົງພື້ນທີ່ກວດສອບ ທີ່ເກີດເຫດຢູ່ໃນ ຕ.ແມ່ເປິນ ອ.ແມ່ເປິນ ຈ.ນະຄອນສະຫວັນ ເປັນບ້ານຂອງນາງຈອມສິລິ ບຸນຫລ່າ ອາຍຸ 70 ປີ ພົບວ່າມີຮອຍເລືອດຢູ່ບໍລິເວນພື້ນບ້ານດ້ານຫລັງຊຶ່ງເປັນບ້ານຊັ້ນດຽວ ແຕ່ບໍ່ພົບຮ່າງນາງຈອມສິລິ ແລະທ້າວຈະລັນ ລູກຊາຍທີ່ອາສັຍຢູ່ດ້ວຍກັນ ຈຶ່ງດ້ກກະຈາຍກຳລັງອອກຕິດຕາມ

ຈົນຮອດມື້ນີ້ (9 ມີນາຄມ 2563) ຕຳລວດສາມາດຕິດຕາມຈັບຕົວທ້າວຈະລັນ ມາໄດ້ຂະນະລົບໜີຢູ່ໃນໝູ່ບ້ານ ພລ.ຕ.ຕ.ສຸກລິສະຕິ ບຸນທະລົງ ຜບກ.ພ.ຈວ.ນະຄອນສະຫວັນ ພ້ອມໜ່ວຍພິສູດຫລັກຖານຈຶ່ງນຳຕົວທ້າວຈະລັນ ມາຊີ້ຈຸດທີ່ຝັງສົບນາງຈອມສິລິຊຶ່ງເປັນແມ່ຕົວເອງ ເມື່ອຂຸດຂຶ້ນມາພົບຖົງປຸຍ 2 ໃບຫໍ່ຮ່າງນາງຈອມສິລິໄວ້

ເບື້ອງຕົ້ນ ທ້າວຈະລັນ ໄດ້ໃຫ້ການວ່າ ຕົນແລະແມ່ມີອາຊີບເຮັດໄຮ່ ຕົນມີປາກສຽງກັບແມ່ເປັນປະຈຳ ສາເຫດມາຈາກຕົນຢາກໄດ້ໂທລະສັບໄວ້ໃຊ້ ແຕ່ແມ່ບໍ່ຍອມຊື້ໃຫ້ ແລະແມ່ບໍ່ສົນໃຈຕິດເບິ່ງລະຄອນໂທລະທັດ ຕົນໂມໂຫຈຶ່ງຄວ້າທ່ອນໄມ້ຕີຫົວແມ່ຈົນແມ່ສະລົບລົ້ມລົງກັບພື້ນຫລັງບ້ານ ຈາກນັ້ນໄດ້ນຳຣ່າງມາໃສ່ຖົງປຸຍ ແບກຂຶ້ນລົດອີຕ໊ອກຂັບໄປທີ່ໄຮ່ຂອງຕົນເອງ ຊຶ່ງຢູ່ຫ່າງຈາກບ້ານປະມານ 8 ກມ. ທີ່ຫມູ່ທີ່ 21 ບ້ານຄອງຫ້ວຍຫວາຍ ຕ.ແມ່ເປິນ ອ.ແມ່ເປິນ ຈ.ນະຄອນສະຫວັນ ແລະຂຸດດິນນຳຣ່າງແມ່ຝັງໃນໄຮ່ ກ່ອນຈະມາຖູກຈັບກຸມດັງກ່າວ

ຂ່າວທົ່ວໄປ