ຂ່າວດີ !!ວັນທີ່13 ເມສາ ລາວປິ່ນປົວຫາຍດີແລ້ວ 1 ຄົນ ລໍຖ້າກວດຄືນແລ້ວກັບເຮືອນໄດ້

ຂ່າວດີ !!ວັນທີ່13 ເມສາ ລາວປິ່ນປົວຫາຍດີແລ້ວ 1 ຄົນ ລໍຖ້າກວດຄືນແລ້ວກັບເຮືອນໄດ້

ຂ່າວດີ !! 13 ເມສາ ລາວປິ່ນປົວຫາຍດີແລ້ວ 1 ຄົນ ລໍຖ້າກວດຄືນແລ້ວກັບເຮືອນໄດ້
ເປັນຂ່າວດີ ທີ່ໃນວັນທີ 13 ເມສາ 2020 ລາວເຮົາກວດບໍ່ພົບຜູ້ຕິດເຊື້ອໃໝ່ ຕົວເລກຜູ້ຕິດເຊື້ອຍັງຢູ່ທີ່ 19 ຄົນເທົ່າເດີມ ທີ່ສຳຄັນ 1 ໃນ 19 ຄົນທີ່ຕິດເຊື້ອ ແມ່ນໄດ້ຮັບການປິ່ນປົວຫາຍດີແລ້ວ ຫຼັງກວດຄືນຄັ້ງທີ 1 ຜົນກວດເປັນລົບ ຕອນນີ້ລໍຖ້າກວດເລືອດຄືນຫາກຜົນກວດຍັງເປັນລົບ ກໍ່ຈະສາມາດອອກໂຮງໝໍ ກັບຄືນບ້ານເຮືອນໄດ້.

ໃນວັນທີ 13 ເມສາ 2020  ທີ່ກະຊວງສາທາລະນະສຸກ ໄດ້ມີພິທີຖະແຫຼງຂ່າວ ກ່ຽວກັບສະພາບການລະບາດຂອງເຊື້ອພະຍາດໂຄວິດ-19 ໂດຍການໃຫ້ຖະແຫຼງຂອງທ່ານ ດຣຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ພ້ອມດ້ວຍຄະນະ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ດຣຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ໄດ້ກ່າວວ່າມາຮອດປັດຈຸບັນ ໃນ ສປປ ລາວ ສະຖານທີ່ຈຳກັດບໍລິເວນ ໃນຂອບເຂດທົ່ວປະເທດ ມີ 2.142 ແຫ່ງຈຳນວນຄົນທີ່ຕິດຕາມ ຢູ່ສູນຈຳກັດບໍລິເວນ ມີ 68.534 ຄົນຈຳນວນທີ່ຈຳກັດບໍລິເວນ ຢູ່ເຮືອນຂອງຕົນເອງ ມີ 44.870 ຄົນ ສະເພາະ ໃນວັນທີ 12 ເມສາ 2020 ບໍ່ພົບຄົນທີ່ມີອາການສົງໄສຜົນກວດທັງໝົດ 35 ຄົນ ແມ່ນບໍ່ພົບເຊື້ອນັບແຕ່ເດືອນມັງກອນ ຮອດ ວັນທີ 12 ເມສາ 2020 ໄດ້ເກັບຕົວຢ່າງມາກວດ ທັງໝົດ ມີ 1.186 ຄົນກວດພົບເຊື້ອທັງໝົດ 19 ຄົນ (ມື້ນີ້ ຜົນກວດບໍ່ພົບເຊື້ອແລະ ທັງໝົດ 19 ຄົນ ແມ່ນນອນປິ່ນປົວ – ຕິດຕາມ ຢູ່ໂຮງໝໍ.

ທ່ານໃຫ້ຮູ້ຕື່ມວ່າປັດຈຸບັນ ມີ 1 ໃນ 19 ກໍລະນີຜູ້ຕິດເຊື້ອ ທີ່ໄດ້ຮັບການປິ່ນປົວຫາຍດີແລ້ວ ເຊິ່ງຜົນກວດຄືນຄັ້ງທີແມ່ນເປັນຜົນລົບ ແຕ່ຍັງລໍຖ້າກວດຄືນໃຫ້ແນ່ໃຈອີກຄັ້ງວ່າຜູ້ກ່ຽວຫາຍດີເປັນປົກກະຕິແລ້ວ ອີກບໍ່ດົນກໍ່ຈະສາມາດກັບຄືນເມືອເຮືອນຫາອ້ອມກອດຄົນໃນຄອບຄົວ ແລະ ຍາດພີ່ນ້ອງໄດ້ສ່ວນອີກ 18 ກໍລະນີ ທີ່ຢູ່ຫຼວງພະບາງ 3 ຄົນ ແລະ ຢູ່ນະຄອນຫຼວງວຽງຈັນ 15 ກໍລະນີນີ້ແມ່ນມີອາການເບົາບາງ.

ສາລະໜ້າຮູ້