ນັກພະຍາກອນໄວ 14 ປີ ຊາວອິນເດຍ ບອກວ່າ ເຊື້ອໂລກຈະຫາຍໄປໃນວັນທີ່ 29 ພຶດສະພາ

ນັກພະຍາກອນໄວ 14 ປີ ຊາວອິນເດຍ ບອກວ່າ ເຊື້ອໂລກຈະຫາຍໄປໃນວັນທີ່ 29 ພຶດສະພາ

ລ່າສຸດ ມີຜູ້ໃຊ້ເຟດບຸກຄົນຫນຶ່ງ ຊື່Wicha Surapat ໄດ້ອອກມາໂພສພາບຂອງ ນັກພະຍາກອນຊາວອິນເດຍ ໄວ 14 ປີ ທີ່ໄດ້ພະຍາກອນກ່ຽວກັບການແພ່ລະບາດຂອງເຊື້ອໂຄໂລນາໄວລັດ ຊຶ່ງກ່ອນຫນ້ານີ້ ເດັກຄົນນີ້ເຄີຍພະຍາກອນເລື່ອງລາຄາທອງ ແລະເງິນຂອງອິນເດຍ ໄດ້ຢ່າງແມ່ນຢຳ

ຊຶ່ງໃນໂພດຂອງເຂົາໄດ້ລະບຸວ່າ “ເດັກອິນເດຍທີ່ທຳນາຍດວງດາວ ໄດ້ແມ່ນຢຳຫລາຍ ເລື່ອງໄວລັດ..ຈະໂຫດຮ້າຍທີ່ສຸດວັນທີ່ 31 ມີນາແລະ 1 ເມສາ  ແລະຈະຄ່ອຍຜ່ອນຄາຍ ແລະຫາຍໄປໃນເດືອນ ພຶດສະພາ. ມື້ນີ້ແລະະມື້ອື່ນລະວັງບໍ່ໃຫ້ອອກໄປໃສ ມັນຮຸນແຮງທີ່ສຸດ ເພາະດາວຕ່າງໆ ມາລວມຕົວກັນ

ການລະບາດຂອງໂຄໂລນ່າໄວລັດ ຈະປິດສາກລົງວັນທີ່ 29 ພຶດສະພານີ້ ຕາມຄຳທຳນາຍຂອງ ເດັກຊາຍຊາວອິນເດຍ ທີ່ໄດ້ທຳນາຍລະຍະເວລາຂອງການເກີດການລະບາດໄວ້ຖືກຕ້ອງ ເມື່ອ 8 ເດືອນທີ່ແລ້ວ

Abighya Anand ຊາວອິນເດຍ ອາຍຸ 14 ໄດ້ກ່າວໄວ້ວ່າ ຊາວໂລກຈະຕ້ອງປະສົບກັບຊ່ວງເວລາທີ່ແສນສາຫັດ ຊຶ່ງຈະເລີ້ມຕັ້ງແຕ່ເດືອນ ພຶດສະຈິກາ 2019

ໃນຊ່ວງ 6 ເດືອນນີ້ ຊາວໂລກຈະພົບກັບການແພ່ກະຈາຍຂອງເຊື້ອໂລກ ທີ່ຈະສ້າງຄວາມຕຶງຄຽດໃຫ້ກັບຄົນທັ້ງໂລກ ແລະໃນວັນທີ່ 31 ມີນາຈະເປັນມື້ທີ່ເປັນຈຸດສູງສຸດຂອງການລະບາດ ແລະການລະບາດນີ້ຈະຜ່ອນຄາຍລົງໃນວັນທີ່ 29ພຶດສະພາ ແລະຊາວໂລກຈະສາມາດຈັດການຮັບມືກັບໂລກນີ້ໄດ້

Anand ເປັນຜູ້ທີ່ມີຊື່ສຽງເລື່ອງການພະຍາກອນຕັ້ງແຕ່ເດັກ ເຄີຍທຳນາຍເລື່ອງລາວຕ່າງໆ ໄວ້ຢ່າງແມ່ນຢຳຫລາຍຄັ້ງ ເຊັ່ນ ລາຄາທອງຄຳ ແລະເງິນຂອງອິນເດຍ

ເຂົາກ່າວວ່າ coronavirus ເປັນສົງຄາມຂອງຊາວໂລກ ສົງຄາມລະຫວ່າງໄວລັດກັບ ມະນຸດສະຍະຊາດ ແລະເຫດຜົນທີ່ Anandເວົ້າວ່າ ວັນທີ່ 31 ມີນາຈະເປັນມື້ທີ່ໂຫດຮ້າຍທີ່ສຸດ ເພາະເປັນເລື່ອງຂອງດວງດາວ ດາວອັງຄານຈະໂຄຈອນມາພົບກັບດາວເສົາ ແລະດາວພະຫັດ ໂຄຈອນພົບກັບດວງຈັນ ແລະດາວລາຫູ ຊຶ່ງດາວລາຫູເປັນສ່ວນຫນຶ່ງທີ່ຢູ່ທາງທິດເຫນືອຂອງດວງຈັນ

ປາກົດຕະການນີ້ບໍ່ເກີດໄດ້ງ່າຍໆ ໃນທາງໂຫລາສາດ ເຊື່ອວ່າ ດາວອັງຄານ ດາວເສົາ ແລະດາວພະຫັດ ເປັນດາວທີ່ຊົງພະລັງທີ່ສຸດ ເພາະດາວທັ້ງ 3 ດວງເປັນວົງແຫວນຮອບນອກຂອງລະບົບສຸລິຍະ ເມື່ອດາວສາມດວງໂຄຈອນມາພົບກັນ ພະລັງຂອງດາວທັ້ງສາມດວງຈະມີຜົນຕໍ່ໂລກເພາະມັນມີກຳລັງມະຫາສານ

ແລະເມື່ອດາວລາຫູໂຄຈອນມາພົບກັບດວງຈັນ ກໍ່ມີພະລັງຫລາຍເຊັ່ນກັນ ດວງຈັນຖືເປັນດາວເຄາະທີ່ກະຈາຍຂອງແຫລວ ສ່ວນດາວລາຫູຖືເປັນດາວເຄາະແຫ່ງການຕິດຕໍ່ສື່ສານ

ເດັກແຂກອິນເດຍມະຫັດສະຈັນ Abighya Anand ອາຢຸ 14 ປີ ໄດ້ທຳນາຍວ່າໂລກຈະພົບມະຫັນຕະໄພໂລກລະບາດຕັ້ງແຕ່ເດືອນ November 2019 ຈົນເຖິງຈຸດສູງສຸດໃນວັນທີ່ 31 March 2020 ແລ້ວຈະຄ່ອຍລົດລົງຈົນຫມົດຫາຍໄປໃນວັນທີ່ 29 ເດືອນ May 2020 ສ່ວນເສດຖະກິດທົ່ວໂລກຈະຖອຍຫລັງຢ່າງຮຸນແຮງໄປກວ່າຈະຟື້ນໃນເດືອນ November 2021ກໍ່ລອງຟັງຫູໄວ້ຫູເດີ”

ຂ່າວທົ່ວໄປ