ໜ້າເສົ້າ! ແມ່ເຖົ້າເສຍຊີວິດຍ້ອນໂຄວິດ ບໍ່ມີພີ່ນ້ອງ ບໍ່ມີວັດໃດຮັບ

ໜ້າເສົ້າ! ແມ່ເຖົ້າເສຍຊີວິດຍ້ອນໂຄວິດ ບໍ່ມີພີ່ນ້ອງ ບໍ່ມີວັດໃດຮັບ

ສະເທືອນໃຈເຫຼືອເກີນ ກັບເລື່ອງລາວທີ່ເກີດຂຶ້ນກັບແມ່ເຖົ້າຜູ້ໂຊກຮ້າຍໄວ 65ປີ (ປະເທດໄທ) ທີ່ນອກຈາກຈະໂຊກຮ້າຍຕິດໂຄວິດແລ້ວ ຫຼັງເສຍຊີວິດກໍ່ບໍ່ມີວັດໃດຮັບເຮັດພິທີສົ່ງສະການ ແລະ ຄອບຄົວກໍ່ບໍຂໍຮັບສົບຜູ້ກ່ຽວອີກດ້ວຍ. ເຊິ່ງຜູ້ປ່ວຍລາຍນີ້ນັບເປັນສົບທີ 41 ຂອງໄທທີ່ເສຍຊີວິດຍ້ອນໂຄວິດ-19

ຜູ້ສື່ຂ່າວປະເທດເພື່ອນບ້ານລາຍງານວ່າ ທີ່ຈັງຫວັດຊຽງໃໝ່ ຫຼັງຈາກທີ່ຍິງໄທໄວ 65ປີ ຕິດເຊື້ອໂຄວິດ ແລະ ມາເສຍຊີວີິດລະຫວ່າງປິ່ນປົວຢູ່ໂຮງໝໍນະຄອນພິງ ເຊິ່ງເປັນຜູ້ເສຍຊີວິດລາຍທີ 41 ຂອງໄທ ແລະ ພົບວ່າຜູ້ຕາຍມີປະຫວັດກັບຈາກສະໜາມມວຍລຸມພິນີ ແລະ ໃກ້ຊິດກັບຊຽນມວຍ ທີ່ຄາດວ່າຕິດເຊື້ອມາຈາກສະໜາມມວຍດັ່ງກ່າວ

ແນວໃດກໍ່ຕາມ ຫຼ້າສຸດໃນວັນທີ 15 ເມສາ 2020 ຜູ້ສື່ຂ່າວໄດ້ເດີນທາງໄປຍັງພະແນກຮັກສາສົບ ໂຮງໝໍນະຄອນພິງ ຮູ້ວ່າ ຜູ້ເສຍຊີວິດຍັງຢູ່ໃນຫ້ອງເຢັນ ເນື່ອງຈາກບໍ່ມີຍາດພີ່ນ້ອງຕິດຕໍ່ມາຂໍຮັບສົບໄປບໍາເພັນກຸສົນ ຍ້ອນຍາດທີ່ກ່ຽວຂ້ອງກໍ່ຖືກກັກຕົວເຊັ່ນກັນ ຈາກການສອບຖາມເຈົ້າໜ້າທີ່ ຍັງບໍ່ຮູ້ວ່າຈະນໍາສົບດັ່ງກ່າວໄປປະກອບພິທີຢູ່ໃສ ເນື່ອງຈາກຍັງບໍ່ມີພີ່ນ້ອງມາຕິດຕໍ່ຮັບ ເຊິ່ງຕ້ອງລໍຖ້າຜູ້ໃຫຍ່ສັ່ງການມາອີກເທື່ອໜຶ່ງ ວ່າຈະນໍາໄປວັດໃດ ເນື່ອງຈາກຕອນນີ້ຍັງຕິດຕໍ່ຫາວັດໃດບໍ່ໄດ້ເລີຍ.

ຂ່າວທົ່ວໄປ