ອັນຕະລາຍ !! ຄົນຕິດເຊື້ອໂຄວິດຈະບໍ່ສະແດງອາການ ແຕ່ຈະຝັກຕົວລີ້ຢູ່ພາຍໃນຮ່າງກາຍ

ອັນຕະລາຍ !! ຄົນຕິດເຊື້ອໂຄວິດຈະບໍ່ສະແດງອາການ ແຕ່ຈະຝັກຕົວລີ້ຢູ່ພາຍໃນຮ່າງກາຍ

ນີ້ແມ່ນການລະບາດ ທີ່ຕາເບິ່ງບໍ່ເຫັນ ແລະ ກວດບໍ່ພົບ ເຖິງເຄື່ອງມືຈະທັນສະໄໝ ແຕ່ກໍ່ກວດບໍ່ເຫັນເຊື້ອ. ຫຼ້າສຸດ ຮສ.ດຣ. ມາຍຟອງ ມາຍຊາຍ ຮອງອະທິການບໍດີ ມະຫາວິທະຍາໄລ ວິທະຍາສາດ ສຸຂະພາບ ທັງເປັນປະທານສະມາຄົມແພດພະຍາດຊືມເຊື້ອລາວ ໄດ້ອອກມາເປີດເຜີຍ ແລະ ຢັ້ງຢືນຂໍ້ມູນແລ້ວວ່າ: ວົງການແພດກວດພົບ ຄົນຕິດເຊື້ອໂຄວິດ-19 ແຕ່ບໍ່ສະແດງອາການຫຼາຍ ດັ່ງນັ້ນຈຶ່ງຈະເຮັດໃຫ້ຄົນຕິດເຊື້ອພະຍາດດັ່ງກ່າວນີ້ຫຼາຍຂຶ້ນໃນຕໍ່ໜ້າ.

ທ່ານໄດ້ກ່າວອີກວ່າ: ຈາກວົງການການແພດສາກົນ ໄດ້ກວດພົບຜູ້ຕິດເຊື້ອໂຄວິດ-19 ມີຫຼາຍຄົນທີ່ຕິດເຊື້ອແລ້ວບໍ່ມີອາການສະແດງອອກ 78% ຂອງຜູ້ຕິດເຊື້ອໂຄວິດແມ່ນຈະບໍ່ສະແດງອາການເຊັ່ນ:ບໍ່ມີໄຂ້, ກວດອຸນຫະພູມບໍ່ຂຶ້ນ, ບໍ່ປວດໂຕ, ບໍ່ຄໍແຫ້ງບໍ່ເຈັບຄໍ ແລະ ອອກອາການອື່ນໆ ຄືກັບບາງຄົນທີ່ສະແດງ.

ສາມາດສົ່ງເຊື້ອໄປຫາຄົນອື່ນໄດ້ງ່າຍ ຄຳສັ່ງ 06/ນຍ ແມ່ນມີຄວາມສຳຄັນ, ເມື່ອໄດ້ຍິນວ່າກວດບໍ່ພົບຄົນຕິດເຊື້ອໃນ ສປປ ລາວ ເພີ່ມ ຈຶ່ງເຮັດໃຫ້ພໍ່ແມ່ປະຊາຊົນມີການລະເຫຼີງ ອອກເຮືອນໄດ້ເປັນປົກກະຕິກ ແລະ ບໍ່ມີການຮັກສາໄລຍະຫ່າງ, ບາງຄົນກໍ່ບໍ່ໃສ່ຜ້າອັດປາກ ແລະ ບໍ່ໝັ່ນລ້າງມືອີກດ້ວຍ.  ເຊີ່ງເຊື້ອໂຄວິດເມື່ອຕິດແລ້ວ ເຊື້ອດັ່ງກ່າວແມ່ນອາໄສຢູ່ຮ່າງກາຍຄົນເຮົາໄດ້ດົນທີ່ສຸດ ສະເລ່ຍ 20 ປາຍມື້ ຫາ ເດືອນກວ່າ ແຕ່ທັງນີ້ທັງນັ້ນກໍ່ຂຶ້ນກັບພູມຄຸ້ມກັນຂອງຄົນເຈັບເອງ.

ດັ່ງນັ້ນຈິ່ງເວົ້າໄດ້ວ່າ ນັບແຕ່ນີ້ຕໍ່ໄປການລະບາດຂອງພະຍາດໂຄວິດໃນຕໍ່ໜ້ານີ້ແມ່ນຍິ່ງຈະເປັນຕາຢ້ານ, ຄົນຈະມີໂອກາດຕິດຫຼາຍທີ່ສຸດ ເນື່ອງຈາກບໍ່ມີໃຜຮູ້ວ່າຕົນເອງຕິດເຊື້ອພະຍາດ ແລະ ເຮົາກໍ່ບໍ່ສາມາດຮູ້ໄດ້ວ່າໃຜຕິດອີກເພະາມັນບໍ່ສະແດງອາກາດ ຫາກໄປຕະຫຼາດ, ບ່ອນຊຸມຊົນ ແລະ ຫາຄົນອື່ນ ແບບບໍ່ຮັກສາໄລຍະຫ່າງ ກໍ່ຈະເຮັດໃຫ້ຄົນຍິ່ງຕິດກັນຫຼາຍຍິ່ງຂຶ້ນ.

ຂ່າວທົ່ວໄປ