ສຳນັກຂ່າວຕ່າງປະເທດລາຍງານເມື່ອວັນທີ 12 ມີນາ 2020 ວ່າ ໂຄສົກກະຊວງການຕ່າງປະເທດຈີນທະວິດກ່າວຫາກອງທັບອາເມຣິກາອາດນຳເຊື້ອໄວຣັດໂຄໂຣນາສາຍພັນໃຫ່ມ ຫລືໂຄວິດ-19 ເຂົ້າໄປໃນຈີນ
ທ່ານຈ້າວ ລີ່ຈຽນ ໂຄສົກກະຊວງຕ່າງປະເທດຈີນ ທະວິດມື້ວານ (12 ມີນາ) ວ່າ ອາດຈະເປັນທະຫານອາເມຣິກາ ທີ່ນຳການລະບາດໃຫ່ຍໄປຍັງເມືອງອູ່ຮັ່ນ ຈົ່ງເປີດເຜີຍຂໍ້ມູນຕໍ່ສາທາລະນະຊົນຢ່າງໂປ່ງໃສ ອາເມຣິກາຕ້ອງອະທິບາຍຕໍ່ຈີນໃຫ້ໄດ້ໃນເລື່ອງນີ້
ໂຄສົກກະຊວງຕ່າງປະເທດຈີນ ທະວິດກ່າວຫາພ້ອມຄລິບວິດີໂອ ທີ່ທ່ານໂຣເບິຣຕ ເຣດຟີລດ ຜູ້ອຳນວຍການສູນຄວບຄຸມ ແລະປ້ອງກັນພະຍາດ (ຊີດີຊີ) ອາເມຣິກາເຂົ້າຊີ້ແຈງຕໍ່ຄະນະກຳມະທິການກຳກັບ ແລະປະຕິຮູບ ສະພາຜູ້ແທນປະຊາຊົນ ໂດຍຍອມຮັບວ່າຊາວອາເມຣິກາທີ່ເສຍຊີວິດຈາກໄຂ້ຫວັດໃຫ່ຍ ຖືກກວດພົບຕິດເຊື້ອໄວຣັດໂຄວິດ-19 ແຕ່ທ່ານກໍ່ກ່າວໂດຍບໍ່ໄດ້ໃຫ້ຫລັກຖານໃດໆ
ກອງທັບອາເມຣິກາອາດຢູ່ເບື້ອຫລັງເປັນທິດສະດີຄົບຄິດທີ່ເຜີຍແຜ່ເທີງສື່ອອນລາຍຈີນເມື່ອບໍ່ດົນມານີ້ວ່າ ທະຫານອາເມຣິການຳເຊື້ອໄວຣັດໂຄໂຣນາສາຍພັນໃຫ່ມເຂົ້າໄປໃນອູ່ຮັ່ນ ລະຫວ່າງເຂົ້າຮ່ວມມະຫາກຳກິລາທະຫານໂລກ 2019 ( Military World Games ) ທີ່ຈັດຂື້ນໃນມົນທົນຫູເປີ່ຍຊ່ວງ 18-27 ຕຸລາ ປີ2019
“ຜູ້ຕິດເຊື້ອໄວຣັດຄົນທຳອິດ ( patient zero ) ໃນອາເມຣິກາເລີ່ມມາເມື່ອໃດ? ເທົ່າໃດຄົນແລ້ວທີ່ຕິດເຊື້ອ ຢູ່ໃສຊື່ໂຮງຫມໍ? ອາດຈະເປັນທະຫານອາເມຣິກາ ທີ່ນຳການລະບາດໃຫ່ຍໄປຍັງເມືອງອູ່ຮັ່ນ ຈົ່ງເປີດເຜີຍຂໍ້ມູນຕໍ່ສາທາລະນະຊົນຢ່າງໂປ່ງໃສ! ອາເມຣິກາຕ້ອງອະທິບາຍຈີນໃຫ້ໄດ້ໃນເລື່ອງນີ້”
ທ່ານຈາງ ຊຶ່ງຫາກໍ່ຂື້ນມາເຮັດຫນ້າທີ່ໂຄສົກກະຊວງຕ່າງປະເທດຈີນໄດ້ບໍ່ດົນ ຫລັງເປັນຮອງຫົວຫນ້າສະຖານທູດຈີນໃນປາກິດສະຖານ ມັກໃຊ້ທະວິດເຕີຕອບໂຕ້ ໃນອະດີດ ເຄີຍກໍ່ວິວາທະເທີງທະວິດເຕີ ກັບອະດີດທີ່ປຶກສາຄວາມຫມັ້ນຄົງອາເມຣິກາຊູຊານໄຣຊ
ກ່ອນຫນ້ານີ້ໃນວັນດຽວກັນ ໂຄສົກກອງທັບຈີນ ກໍ່ວິຈານບັນດາເຈົ້າຫນ້າທີ່ອາເມຣິກາວ່າສະແດງຄວາມເຫັນຢ່າງໄຣ້ຄວາມຮັບຜິດຊອບ ຫລັງກ່າວໂທດການຮັບມືຂອງລັດຖະບານຈີນເຮັດໃຫ້ໂລກຕ້ອງປະເຊີນກັບສະຖານະການລະບາດຮ້າຍແຮງ ແຕ່ເປັນຈີນຕ່າງຫາກທີ່ພະຍາຍາມຢຸດຢັ້ງການລະບາດ ຊ່ວຍຍື້ເວລາໃຫ້ກັບທົ່ວໂລກກຽມພ້ອມຮັບມືການລະບາດ ແລະຫວັງວ່າເຈົ້າຫນ້າທີ່ອາເມຣິກາຈະທຸ່ມເທພະລັງງານໄປກັບການຮັບມືໄວຣັດ ສົ່ງເສີມຄວາມຮ່ວມມືແທນທີ່ຈະມາໂຍນບາບຈີນ