ຊົມເຊີຍ!! ຍີ່ປຸ່ນຈະແຈກຢາອາວິແກນຟຣີ ໃຫ້ທົ່ວໂລກເພື່ອຮັກສາໂຄວິດ-19

ຊົມເຊີຍ!! ຍີ່ປຸ່ນຈະແຈກຢາອາວິແກນຟຣີ ໃຫ້ທົ່ວໂລກເພື່ອຮັກສາໂຄວິດ-19

ລັດຖະບານຍີ່ປຸ່ນສະເໜີແຈກຢາອາວິແກນໂດຍບໍ່ຄິດເງິນແກ່ທຸກປະເທດທີ່ສົນໃຈຕ້ອງການນຳຢານີ້ໄປປິ່ນປົວຜູ້ປ່ວຍໂຄວິດ-19.ຂະນະທີ່ຢາຊະນິດນີ້ໃຫ້ຜົນດີໃນການທົດລອງປິ່ນປົວ ແລະ ເປັນທີ່ຕ້ອງການຂອງ 30 ປະເທດທົ່ວໂລກ.ທ່ານ ໂຢຊິຮິເດະ ສຸກະ ເລຂາທິການໃຫຍ່ປະຈຳຄະນະລັດຖະບານ ກ່າວວ່າປັດຈຸບັນມີປະມານ 30 ປະເທດທີ່ຂໍຢາອາວິແກນຜ່ານຊ່ອງທາງການທູດ ແລະ ລັດຖະບານຍີ່ປຸ່ນກຳລັງຈັດສົ່ງຢາຊະນິດນີ້ໃຫ້ແກ່ປະເທດຕ່າງໆໂດຍບໍ່ຄິດຄ່າໃຊ້ຈ່າຍ.

 

ໃນວັນທີ 20ມີນາທາງການອິນໂດເນເຊຍ ໄດ້ຂໍຢາອາວິແກນໃນປະລິມານ 2 ລ້ານໂດສ ຈາກທາງການຍີ່ປຸ່ນ ແລະມີແຜນຈະທົດສອບທາງຄລີນິກທັນທີທີ່ໄດ້ຮັບຢານີ້ຈາກຍີ່ປຸ່ນ.

ຫລ້າສຸດຈຳນວນຜູ້ຕິດເຊື້ອໄວຣັສໂຄໂຣນາສາຍພັນໃໝ່ຢູ່ອິນໂດເນເຊຍເພີ່ມເປັນ 1.986 ຄົນ ແລະ ມີຜູ້ເສຍຊີວິດຈາກໂຄວິດ-19 ຈຳນວນ 181 ຄົນ ສູງກວ່າ .ເກົາຫລີ ແລະເປັນຮອງແຕ່ຈີນສຳລັບພາກພື້ນອາຊີ.

ບໍລິສັດຟູຈິຟີມ ໂທຢາມະ ເຄມິຄັລ ເຊິ່ງເປັນບໍລິສັດລູກຂອງຟູຈິຟີມ ເລີ່ມການທົດລອງທາງຄລີນິກ ເພື່ອທົດສອບປະສິດທິພາບຂອງຢາອາວິແກນໃນວັນທີ 1 ເມສາ ໃນການປິ່ນປົວຜູ້ປ່ວຍທີ່ຕິດເຊື້ອໂຄໂຣນາໄວຣັສສາຍພັນໃໝ່2019 ຫລັງຈາກມີລາຍງານຈາກທາງການຈີນວ່າຢາຊະນິດນີ້ໃຫ້ຜົນການປິ່ນປົວເປັນທີ່ໜ້າພໍໃຈ.ສູນພັດທະນາເຕັກໂນໂລຊີຊີວະພາບແຫ່ງຊາດຈີນ ຖະແຫລງໃນວັນທີ 19 ມີນາວ່າຢາຊະນິດນີ້ມີຄວາມປອດໄພສູງ ແລະ ມີປະສິດທິພາບໃນການປິ່ນປົວຜູ້ປ່ວຍ ໂດຍຜູ້ປ່ວຍຜົນກວດເປັນລົບຫລັງໄດ້ຮັບຢາດັ່ງກ່າວສະເລ່ຍ 4 ວັນ ນັບແຕ່ທີ່ມີຜົນກວດເຊື້ອເປັນບວກ ທຽບໃສ່ຄ່າສະເລ່ຍ 11 ວັນ ຂອງຜູ້ທີ່ບໍ່ໄດ້ຮັບການປິ່ນປົວດ້ວຍຢາດັ່ງກ່າວ.

ໂຄສົກຂອງຟູຈິຟີມ ທ່ານ ໂທຢາມະ ເຄມິຄັລ ເປີດເຜີຍວ່າ:ບໍລິສັດຈະມີການທົດສອບຢາກັບຜູ້ປ່ວຍ 100 ຄົນ ຈົນຮອດທ້າຍເດືອນມິຖຸນາ ຫລັງຈາກນັ້ນຈະເກັບ ແລະ ວິເຄາະຂໍ້ມູນ ກ່ອນຈະຍື່ນຂໍອະນຸມັດໃນພາຍຫລັງ

ຂ່າວທົ່ວໄປ