ອ່ານໄດ້ຂໍ້ຄິດ 9 ວິທີຄິດຈາກເຕີ່ຍຈະຜ່ານໄປຈັກຍຸກຈັກສະໄໝ ກໍ່ຍັງໃຊ້ໄດ້ຢູ່ສະເໝີ

ອ່ານໄດ້ຂໍ້ຄິດ 9 ວິທີຄິດຈາກເຕີ່ຍຈະຜ່ານໄປຈັກຍຸກຈັກສະໄໝ ກໍ່ຍັງໃຊ້ໄດ້ຢູ່ສະເໝີ

ຫລາຍຄົນຄົງຈະເຄີຍສົງໄສ ວ່າເປັນຫຍັງຄົນຈີນທີ່ຍ້າຍຖິ່ນຖານມາແຕ່ໄກມາຢູ່ບ້ານເຮົາ ແຕ່ສາມາດປະສົບຄວາມສຳເລັດ ມີກິດຈະການຮຸ່ງເຮືອງ ມີຖານະລ່ຳລວຍກັນຫຼວງຫລາຍ ພວກເຂົາເຮັດໄດ້ແນວໃດ  ຫລືມີວິທີຄິດແນວໃດທີ່ເຮັດໃຫ້ພວກເຂົາສ້າງທຸລະກິດຂອງຕົວເອງຈົນລ່ຳລວຍ ໄດ້ຂະນາດນີ້  ມື້ນີ້ເຮົາຈຶ່ງໄດ້ນຳເລື່ອງລາວຈາກລູກສາວທີ່ມາຈາກຄອບຄົວເມືອງຈີນ ຕັ້ງແຕ່ສະໄໝບັນພະບູລຸດທີ່ອົບພະຍົບມາຢູ່ທີ່ນີ້ ຈົນປະສົບຄວາມສຳເລັດໄດ້ ຊຶ່ງເປັນຄຳສອນທີ່ເຕີ່ຍເຄີຍໃຫ້ໄວ້….

ຂ້ອຍເປັນລູກສາວມາຈາກຊາວແຜ່ນດິນໃຫຍ່ ຕັ້ງແຕ່ສະໄໝເຫລົ່າກຸງເຫລົ່າມ່າ ທີ່ຫອບລູກຫລານ ຂ້າມນ້ຳຂ້າມທະເລມາຢູ່ທີ່ນີ້ ເພາະຢູ່ທີ່ນັ້ນກໍ່ບໍ່ມີຫຍັງຈະກິນ ທຸກຍາກຫລາຍ ອາກົງຈຶ່ງເຮັດຮ້ານຂາຍກ້ວຍຕຽວ ອາແປະເຮັດໂຮງຊີອິ໊ວ ອາໂກເປິດຮ້ານຄ້າຂາຍ ອາເຈັກບໍ່ມີວິຊາຫຍັງ ຈຶ່ງໄປຮຽນວິຊາຊີບເປັນຊ່າງໄຟແລະຈົບອອກມາເປິດຮ້ານຄ້າຂາຍອຸປະກອນໄຟຟ້າ ແລະເຕີ່ຍກໍ່ເປັນຄົນທີ່ເຮັດອາຫານແຊບຫລາຍ ເອີ້ນໄດ້ວ່າ ຝີມືລະດັບພັດຕະຄານເລີຍລະ

9. ຄຳສອນຂອງເຕີ່ຍທີ່ຂຽນໄວ້ໃຫ້ຄຳອ່ານ

1. ຕັ້ງເປົ້າຫມາຍໃຫ້ຈະແຈ້ງ ແລ້ວເຮັດສິ່ງນັ້ນໃຫ້ດີທີ່ສຸດ  ເຕີ່ຍບອກວ່າ ຖ້າຢາກຈະຂາຍອາຫານ ໃຫ້ຂາຍອາຫານຢ່າງດຽວ  ຢ່າຂາຍອາຫານຕາມສັ່ງ ເຮັດຈານດຽວໃຫ້ມັນແຊບແທ້ໆ ບໍ່ດົນມັນກໍ່ລວຍໄດ້ ຂາຍຫລາຍຢ່າງເຮັດບໍ່ທັນ ເຮັດໄປບໍ່ແຊບ ມີແຕ່ເມື່ອຍ ບໍ່ມືໂອກາດລວຍຈັກເທື່ອ

2. ຫັດຟັງເພລງເກົ່າ  ຕ້ອງຫັດຟັງເພງເກົ່າໆເພາະ ເພງເກົ່າມັນມ່ວນ ເພາະສະໄມນີ້ເພງສ່ວນໃຫຍ່ມີແຕ່ໂວກເວກ ຟັງບໍ່ມີສາລະບໍ່ເຂົ້າໃຈ

3. ໃຊ້ຊີວິດແບບປະຫຢັດບໍ່ຟຸ່ມເຟືອຍ ຂ້ອຍຈະເຫັນເຕີ່ຍໃສ່ສົ້ງຂາດກົ້ນຕະລອດ ເສື້ອຜ້າກໍ່ມີແຕ່ໂຕເກົ່າໆ ບໍ່ຊື້ເສື້ອຜ້າໃຫມ່ໆມາໃສ່ຈັກເທື່ອ ເຕີ່ຍບອກວ່າ ເລື່ອງປາກທ້ອງສຳຄັນກວ່າ  ຢ່າສົນໃຈເລື່ອງເສື້ອຜ້າເລີຍ ຂໍພຽງພໍມີໃສ່ໄດ້ກໍ່ພໍແລ້ວ ເຖິງສົ້ງເສື້ອຈະຂາດ ແຕ່ປາກທ້ອງເຮົາຕ້ອງອິ່ມກ່ອນນັ້ນຫລ່ະຄືສິ່ງສຳຄັນທີ່ສຸດ.

4. ມີເງິນຕ້ອງຮູ້ຈັກເກັບ ຮູ້ຈັກລົງທຸນ  ເມື່ອມີເງິນຢ່ານຳໄປໃຊ້ຈ່າຍຕາມໃຈຢາກໃຫ້ເກັບໄວ້ລົງທຸນຂະຫຍາຍກິດຈະການທຸລະກິດ ໃຫ້ໃຫຍ່ໂຕອອກໄປ ເພື່ອທີ່ວັນຂ້າງຫນ້າຈະໄດ້ບໍ່ກັບມາລຳບາກອີກ.

5. ຕື່ນແຕ່ເຊົ້າ ເພື່ອໃຫ້ມີເວລາທີ່ຫລາຍຂຶ້ນ  ເຕີ່ຍຈະຕື່ນຕັ້ງແຕ່4-5ໂມງເຊົ້າທຸກມື້ ເພາະເຕີ່ຍບອກວ່າ ເຮົາຕື່ນກ່ອນ ເຮົາກໍ່ຈະໄດ້ເຮັດວຽກກ່ອນເຂົາ ແລະມີເວລາຫລາຍກວ່າຄົນອື່ນສະເມີ ຖ້າເຮົາຕື່ນສວາຍ ເຮົາກັໍ່ຈະເຫລືອເວລານ້ອຍລົງ ເຮົາກໍ່ຈະຕາມຫລັງຄົນອື່ນ.

6ບົວລະບັດວັດ ບ້ານ ຊຸມຊົນທີ່ຢູ່ໃກ້ບ້ານກ່ອນສະເໝີ  ເຮົາອາໄສຢູ່ໃນຊຸມຊົນນີ້ ບ້ານຢູ່ໃກ້ວັດນີ້ ກໍ່ຄວນຈະເບິ່ງແຍງ ບູລະນະປັບປຸງແຖວບ້ານຕົວເອງໃຫ້ດີກ່ອນ ຢ່າໄປທ່ຽວຫອບເງິນໄປບໍລິຈາກໃຫ້ວັດໄກໆ ແຕ່ວັດໃກ້ບ້ານບໍ່ເຄີຍຈະຫລຽວແລ ເຮົາເກິດທີ່ນີ້ໃຫ່ຍທີ່ນີ້ ທີ່ນີ້ຄືບ້ານຂອງເຮົາ.

7. ເປັນພີ່ນ້ອງ ຕ້ອງຮັກກັນໃຫ້ຫລາຍ  ເກິດເປັນພີ່ນ້ອງ ພໍ່ແມ່ດຽວກັນ ຕ້ອງຮູ້ຈັກຊ່ວຍເຫລືອດູແລກັນ  ຢ່າຜິດຖຽງກັນ ເພາະຈະເຮັດໃຫ້ພໍ່ແມ່ຫນັກໃຈແລະເປັນກັງວົນ ຖ້າພີ່ນ້ອງຮັກກັນ ພໍ່ແມ່ກໍ່ຈະສະບາຍໃຈ ຈາກໄປໄດ້ຢ່າງສະງົບ.

8.  ຢ່າໄປຂ້ອງກຽ່ວ ຫລືເປັນດອງກັບຄົນບໍ່ດີ  ເລື່ີອງນີ້ຫລາຍຄົນກໍ່ຄົງຮູ້ກັນດີ ເຮົາເລືອກຄົບຄົນແບບໃດ ຊີວິດເຮົາກໍ່ຈະເປັນໄປແບບນັ້ນ ຖ້າໄປຄົບກັບຄົນບໍ່ດີ ກໍ່ພາກັນທຳແຕ່ເລື່ອງບໍ່ດີ ເອົາແຕ່ຂີ້ຄ້ານ ສ້າງຄວາມລຳຄານໃຫ້ຊາວບ້ານ ແຕ່ຖ້າຄົບຄົນດີ ເຂົາກໍ່ຈະພາເຮົາໄປພົບກັບຄົນດີໆແລະສິ່ງທີ່ດີ ເຫມືອນກັບຄຳທີ່ວ່າ “ຄົບຄົນພານ ພານພາໄປຫາຜິດ ຄົບບັນດິດ ບັນດິດພາໄປຫາຜົນ.

9. ຖ້າຫາແຟນດີໆບໍ່ໄດ້ ກໍ່ໃຫ້ຢູ່ຄົນດຽວຈະດີກວ່າ  ຫາກຫາແຟນທີ່ດູແລເອາໃຈໃສ່ ແລະຖະນອມຄວາມຮຸ້ສຶກເຮົາບໍ່ໄດ້ ຄອຍແຕ່ທຳໃຫ້ເຮົາເສຍໃຈກໍ່ບໍ່ຄວນທີ່ຈະມີໄວ້ ຢູ່ຄົນດຽວສະບາຍໃຈແລະມີຄວາມສຸກໄດ້ດີກວ່າ ຖ້າພົບຄົນບໍ່ດີກໍ່ບໍ່ຕ້ອງໄປຮ້ອງໄຫ້ຟູມຟາຍ ລູກຄົນດຽວເຕີ່ຍລ້ຽງໄດ້.

ຂ່າວທົ່ວໄປ