ຂປລ. ໃນຕອນແລງມື້ນີ້, ກະຊວງສາທາລະນະສຸກ ໄດ້ແຈ້ງໃຫ້ຮູ້ວ່າ: ໃນກໍລະນີທີ່ຄົນໄທ ແລະ ຄະນະລວມ 5 ຄົນ ທີ່ຕິດເຊື້ອໄວຣັດ ໂຄວິດ-19 ແລ້ວຂ້າມມາທ່ຽວເມືອງທ່າແຂກ ແຂວງຄຳມ່ວນ ຕາມແຈ້ງການຂອງສະຖານກົງສູນໃຫຍ່ ແຫ່ງ ລາຊາອາຈັກໄທ ປະຈຳແຂວງສະຫວັນນະເຂດ ເລກທີ 29301/83 ນັ້ນ ມີມູນຄວາມຈິງພຽງບາງຢ່າງ ເນື່ອງຈາກວ່າຍັງມີຂໍ້ມູນຫລາຍຢ່າງທີ່ບໍ່ກົງກັບຕົວຈິງ ເຊິ່ງປັດຈຸບັນນີ້ ຄະນະສະເພາະກິດ ກໍຄືກະຊວງສາທາລະນະສຸກ ແລະ ພາກສ່ວນຕ່າງໆທີ່ກ່ຽວຂ້ອງ ກຳລັງກວດສອບຄືນ ແລະ ຕິດຕາມຢ່າງໃກ້ຊິດ.
ດຣ ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ໃຫ້ສຳພາດວ່າ: ພວກເຮົາກໍໄດ້ຮັບແຈ້ງການສະບັບດັ່ງກ່າວນັ້ນ ໂດຍມີເນື້ອໃນລະບຸວ່າ: ເມື່ອວັນທີ 12 ມີນາ 2020 ເວລາ 9:30 ໂມງ ມີຜູ້ຕິດເຊື້ອໄວຣັດ ໂຄວິດ-19 ເຊິ່ງເປັນຄົນໄທ ແລະ ຄະນະລວມ 5 ຄົນ ເດີນທາງຂ້າມຂົວມິດຕະພາບ ແຫ່ງທີ 3 ຈາກແຂວງນະຄອນພະນົມ ປະເທດໄທ ໄປແຂວງຄໍາມ່ວນ ເຊິ່ງຄະນະດັ່ງກ່າວໄດ້ຮັບປະທານອາຫານທີ່ຮ້ານຈຳນວນໜຶ່ງກ່ອນເດີນທາງກັບປະເທດໃນວັນດຽວກັນ.
ຕໍ່ກໍລະນີດັ່ງກ່າວ ກະຊວງສາທາລະນະສຸກ ແລະ ພາກສ່ວນທີ່ກ່ຽວຂ້ອງຂອງແຂວງ ກໍໄດ້ລົງໄປກວດສອບ ເຊິ່ງເຫັນວ່າຍັງມີຫລາຍຢ່າງທີ່ບໍ່ກົງກັບແຈ້ງການດັ່ງກ່າວ ເຊັ່ນວ່າ: ຈໍານວນຄົນທີ່ແຈ້ງມາບໍ່ກົງກັນ ແລະ ຈຳນວນຊື່ທີ່ແຈ້ງມາບໍ່ກົງກັບຕົວຈິງ.
ແຕ່ເຖິງຢ່າງໃດກໍຕາມ, ທາງຄະນະສະເພາະກິດ ກໍຄືກະຊວງສາທາລະນະສຸກ ກໍໄດ້ຕິດຕໍ່ປະສານງານກັບພະແນກສາທາລະນະສຸກແຂວງຄຳມ່ວນ ເຊິ່ງທາງອຳນາດການປົກຄອງແຂວງ ແລະ ພາກສ່ວນອື່ນໆທີ່ກ່ຽວຂ້ອງ ກໍໄດ້ມີການປະຊຸມກັນຢ່າງຮີບດ່ວນ ແລະ ໄດ້ມີການລົງໄປຕິດຕາມ, ສອບສວນ ກ່ຽວກັບກໍລະນີດັ່ງກ່າວ ເຊິ່ງເຫັນວ່າ ມີມູນຄວາມຈິງບາງຢ່າງ ເພາະວ່າຕົວຈິງມີພຽງແຕ່ 2 ຄົນ ບໍ່ແມ່ນ 5 ຄົນຄືກັບແຈ້ງລະການລະບຸໄວ້, ສະນັ້ນ ຈຶ່ງໄດ້ສອບຖາມກົງສູນໄທຄືນ ແລະ ເພິ່ນກໍຈະໄປກວດສອບຄືນ ເຊິ່ງຕອນນີ້ແມ່ນຍັງບໍ່ທັນໃຫ້ຄຳຕອບມາເທື່ອ.
ດັ່ງນັ້ນ ພວກເຮົາກໍໄດ້ລົງໄປກວດສອບ ເຫັນວ່າມີເຮືອນພັກສອງແຫ່ງ ທີ່ສອງຄົນດັ່ງກ່າວໄປພັກຜ່ອນ ແລະ ພວກເຮົາກໍໄດ້ໄປພົບກັບເຈົ້າຂອງກິດຈະການທັງສອງ (ຂໍສະຫງວນຊື່), ໃນນັ້ນ ມີພະນັກງານຮັບຕ້ອນທັງໝົດ 10 ຄົນ ເຊິ່ງມາຮອດປັດຈຸບັນ ເຫັນວ່າທຸກຄົນບໍ່ມີອາການຫຍັງເລີຍ ປົກກະຕິທຸກຢ່າງ, ແຕ່ເຖິງຢ່າງໃດກໍຕາມ ກໍໄດ້ໃຫ້ເຂົາເຈົ້າສືບຕໍ່ຕິດຕາມອາການຕົວເອງ ຈົນຄົບ 14 ວັນ.
ພ້ອມດຽວກັນນັ້ນ ກໍໄດ້ເກັບຕົວຢ່າງບຸກຄົນທີ່ໃກ້ຊິດມາກວດສອບ ໃນນັ້ນມີ 2 ຄົນ ແລະ ປັດຈຸບັນນີ້ ກຳລັງດຳເນີນການກວດ ເຊິ່ງໃຊ້ເວລາປະມານ 8-10 ຊົ່ວໂມງ ແລະ ຈະໄດ້ປະກາດຜົນໃຫ້ຮູ້ໃນມື້ອື່ນ.