ພົນລະເມືອງດີ ອຸສ່າແຈ້ງ ແຕ່ກໍ່ຂັບ 50 km/h ມີຂຶ້ນລົງແນ່ນະລະ 50-55 ລົງຄ້ອຍຂຶ້ນໂນນ
ຫ່າງຈາກປ້າຍບອກ 10km ພໍມາຮອດເຫັນດ່ວນກວດ ຂ້ອຍຖືກປັບຂໍ້ຫາແລ່ນເກີນຄວາມໄວ 50 km/h
ຂ້ອຍຖາມຕໍາຫຼວດຄືນວ່າ ຕອນເຈົ້າກັບແຕ່ຕັ້ງດ່ານເຈົ້າກໍ່ແລ່ນ 50 km/h ຮອດເຮືອນເລີຍເບາະ ຕໍາຫຼວດຢາກຮ້າຍ ຂ້ອຍຖືກຂໍ້ຫາອີກວ່າ ຖຽງເຈົ້າໜ້າທີ່ ຈາກປັບ 50.000₭ ເພີ່ມ 1 ຂໍ້ຫາ ປັບອີກ 50.000₭ ເປັນ 100.000₭ ໝົດເງິນກີນເຂົ້າ/ມື້ຂ້ອຍ ຂອບໃຈ ຕໍາຫຼວດລາວທີ່ມີນໍ້າໃຈ ເອົາລັດເອົາປຽບປະຊາຊົນ ໂກງປະຊາຊົນ ຢ່າງແທ້ຈິງ
ຢຸດຕັ້ງດ່ານຫາເເງິນ ແລ້ວຫາກິນຢ່າງສຸດຈະລິດເທາະ ສະເໝີພາບຕໍ່ໜ້າກົດໝາຍ ປະຕິບັດໜ້າທີ່ຢ່າງຈິງໃຈ
ເຫັນຈວຍເທື່່ອໃດຈາກທີ່ເປັນຄົນສົດໄສກໍ່ປ່ຽນສີໜ້າເສົ້າໝອງ ເປັນຄົນອາລົມດີກັບກາຍເປັນອາລົມຮ້າຍ ຍ້ອນເຮົາຖືກເອົາລັດເອົາປຽບ ເງິນ 50.000₭ ຫຼື 100.000₭ ຕໍາຫຼວດຫາໄດ້ງ່າຍ ແຕ່ເຮົາຫາໄດ້ຍາກ ແລະ ບາງຄັ້ງເງິນນັ້ນ ອາດເປັນເງິນທີ່ເຮົາຕັ້ງໃຈຊິເອົາໄປແວ່ໃຫ້ແມ່ ໃຫ້ພໍ່ ຫຼື ເອົາໄວ້ໃຊ້ສອຍສິ່ງຈໍາເປັນກໍ່ໄດ້
ປະກົດການຫຍໍ້ທໍ້ອັນໃຫຍ່ຫຼວງໃນສັງຄົມທີ່ບໍ່ເຄີຍໄດ້ຮັບການແກ້ໄຂ