ລັດຖະບານຈີນຜ່ານຮ່າງກົດໝາຍຕໍ່ຮົງກົງ ແມ່ນເພືຶອນປົກປ້ອງອຳນາດອະທີປະໄຕຄົບຖ້ວນ ແລະ ຄວາມໝັ້ນຄົງຂອງຊາດ,ຈີນແກ້ໄຂເລື່ອງພາຍໃນຂອງຕົນ ແຕ່ອາເມລີກາແຊກແຊງເຂົ້າໃນເລື່ອງພາຍໃນຂອງຈິນ ,ປ່ວງບ້າແທ້ນ!!!!
ໃນໄລຍະຜ່ານມາ ອາເມລີກາກໍ່ໄດ້ສວຍໃຊ້ບັນຫາສິດທິມະນຸດ ປະຊາທິປະໄຕສາສະໜາແຊກແຊງປະເທດອີ່ນ ລວມທັງປະເທດເຮົາ,ທຳລາຍຄວາມເປັນລະປຽບຫຽບຮຽບຮ້ອຍ ແລະຄວາມປອດໄພທາງສັງຄົມຂອງປະເທດອີ່ນ
ຫລັງຈາກທີ່ລັດຖະບານຈີນປະກາດແຜນການທີ່ຈະໄປປ່ຽນແປງ ແລະ ນໍາໃຊ້ກົດໝາຍໃໝ່ຕໍ່ຮົ່ງກົງ ວ່າດ້ວຍ ຄວາມໝັ້ນຄົງຂອງຮົງກົງ ໂດຍມີຈຸດປະສົງທີ່ຈະປ້ອງກັນບໍ່ໃຫ້ປະຊາຊົນຮົງກົງອອກມາປະທ້ວງ ຫລື ສາມາດສ້າງກຸ່ມຄົນຕໍ່ຕ້ານລັດຖະບານຈີນ.
ເຮັດໃຫ້ຊາວຮົງກົງຫຼາຍພັນຄົນເກີດຄວາມບໍ່ພໍໃຈ ແລະ ຄຽດແຄ້ນ ຈຶ່ງໄດ້ອອກມາຮ່ວມໂຕກັນໄປປະທ້ວງຢູ່ເຂດ ຫວານຈາຍ (Wan Chai) ໃນວັນອາທິດທີ 24 ພຶດສະພານີ້ ເພື່ອສະແດງການຕໍ່ຕ້ານ ແລະ ປະຕິເສດຕໍ່ການແຊກແຊງຂອງລັດຖະບານຈີນ. ພວກເຂົາອ້າງວ່າຮົງກົງບໍ່ໄດ້ຢູ່ພາຍໃຕ້ສິດ ອຳນາດຂອງຈີນຢ່າງເຕັມສ່ວນ ແລະ ຈີນບໍ່ມີສິດແຊກແຊງໃດໆ.
** ອີງຕາມ ຄຳສັນຍາຂອງລັດຖະບານຈີນທີ່ມີຕໍ່ລັດຖະບານອັງກິດ, ຮົງກົງຈະກັບໄປການປົກຄອງຂອງຈີນໄດ້ 100% ໃນປີ 2047 ເທົ່ານັ້ນ. ໃນລະຫວ່າງນີ້ເຖິງປີ 2047, ຈີນມີໜ້າທີ່ເຄົາລົບສິດ ແລະ ເສລີພາບຂອງປະຊາຊົນຮົງກົງ, ຕ້ອງອະນຸຍາດໃຫ້ປະຊາຊົນຮົງກົງປະທ້ວງໃນສິ່ງທີ່ເຂົາເຈົ້າມີສິດ, ບໍ່ແມ່ນການດັດແກ້ກົດໝາຍ ເພື່ອຢັບຢັ້ງຄົນຮົງກົງ.
ຕໍ່ກັບສະຖານະການດັ່ງກ່າວ, ປະຊາຊົນຜູ້ປະທ້ວງໃນຮົງກົງໄດ້ຂູ່ວ່າ ຖ້າຈີນບໍ່ຍອມຖອຍ ຊາວຮົງກົງຈະສືບຕໍ່ຈັດການປະທ້ວງໄປເລື້ອຍໆ.
ຜູ້ບໍລິຫານລະດັບສູງຂອງສະຫະລັດອາເມລິກາ ທັງຢູ່ໃນທຳນຽມລັດຖະບານ ແລະ ກະຊວງການຕ່າງປະເທດຫຼາຍທ່ານ ບໍ່ວ່າຈະເປັນ ປະທານາທິບໍດີ Donald Trump, ລັດຖະມົນຕີ ທ່ານ Mike Pompeo ຈາກກະຊວງການຕ່າງປະເທດ ແລະ ທ່ານ Robert O’Brien, ທີ່ປຶກສາດ້ານຄວາມປອດໄພ ຕ່າງສະແດງຄວາມເປັນຫ່ວງ ແລະ ຄວາມບໍ່ພໍໃຈຕໍ່ພຶດຕິກຳທີ່ບໍ່ພຶງປະສົງຂອງລັດຖະບານຈີນ.
ແລະ ພ້ອມໃຈກັນເປັນເອກະພາບໃນການສົ່ງຂໍ້ຄວາມຢ່າງຈະແຈ້ງວ່າ ອາເມລິກາ ອາດຈະຂ້ວມບາດຈີນໃນບາງແງ່ມຸມທາງກົດໝາຍ ຖ້າຫາກກົດໝາຍໃຫມ່ຕໍ່ຮົ່ງກົງ ໄດ້ຖືກຮັບຮອງແທ້.
ບັນຫາທີ່ຝ່າຍອາເມລິກາມີຄວາມກັງວົນກໍ່ຄື ການເຂົ້າມາແຊກແຊງຂອງຈີນຢູ່ຮົງກົງ ຈະເຮັດໃຫ້ຮົງກົງຂາດຄວາມໜ້າເຊື່ອຖື ແລະ ຂາດຄວາມໝັ້ນໃຈຂອງນັກລົງທືນ. ສະນັ້ນ, ສະຫະລັດອາເມລິກາຈຶ່ງຢາກຮຽກຮ້ອງໃຫ້ຈີນ ນຳໃຊ້ອຳນາດຂອງຕົນໃນຂອບເຂດຈຳກັດ, ບໍ່ໃຫ້ເກີນກຳລັງ ແລະ ບໍ່ສະແດງອຳນາດເກີນໄປຕໍ່ຮ່ອງກົງ.
ແຕ່ຖ້າຈີນຍັງດຶງດັນທີ່ຈະປັບປຸງກົດໝາຍໃໝ່ຈົນມີຜົນບັງຄັບໃຊ້ຢ່າງແທ້ຈິງແລ້ວ, ຈີນອາດຈະນໍາກຳລັງທະຫານໄປຕັ້ງຖານຍາມຢູ່ໃນຮ່ອງກົງ ຈົນເຮັດໃຫ້ນັກລົງທືນຕ່າງປະເທດມີຄວາມຢ້ານກົວ ແລະ ເຮັດໃຫ້ນັກການເງິນ, ນັກທຸລະກິດ ແລະ ນັກລົງທືນ ທີ່ອາໄສຢູ່ຮົ່ງກົງ ຫຼື ໃຊ້ຮົງກົງເປັນສູນກາງທາງການເງິນຕັດສິນໃຈຍ້າຍໄປຢູ່ປະເທດອື່ນໄດ້.
ເນື່ອງຈາກວ່າຫລາຍກວ່າ 1,000 ບໍລິສັດຂອງສະຫະລັດທີ່ລົງທືນຢູ່ຮ່ອງກົງແມ່ນ ໄດ້ເຫັນວ່າຮົງກົງແມ່ນຢູ່ພາຍໃຕ້ຄວາມເປັນເອກະລາດ ແລະ ການບໍລິຫານການປົກຄອງທີ່ເປັນເອກະລາດຈາກຈີນແຜ່ນດິນໃຫຍ່ນັ້ນ ແມ່ນມີໂອກາດເຕີບໃຫຍ່ຂະຫຍາຍໂຕໄວ ແລະ ມີຄວາມໝັ້ນຄົງຫຼາຍກວ່າທີ່ຈີນຈະເຂົ້າມາແຊກແຊງ.
ເຊິ່ງມັນບໍ່ແມ່ນສິ່ງທີ່ດີເລີຍ ສຳລັບຕະຫຼາດການເງິນ ແລະ ກຸ່ມທຸລະກິດຂອງນັກລົງທືນໃນຮ່ອງກົງຢ່າງແນ່ນອນ. ນອກຈາກນີ້, ສະຫະລັດອາເມລິກາຍັງມີກົດໝາຍ ວ່າດ້ວຍ ສິດທິມະນຸດ ແລະປະຊາທິປະໄຕໃນຮົງກົງເອີ້ນວ່າ ກົດໝາຍ ວ່າດ້ວຍ ສິດທິມະນຸດ ແລະ ປະຊາທິປະໄຕຮົງກົງ, ເຊິ່ງສະພາຂອງສະຫະລັດໄດ້ຮັບຮອງແລ້ວໃນປີ 2019. ໂດຍເນື້ອໃນສຳຄັນຂອງກົດໝາຍ ກ່າວໄວ້ວ່າ ສະຫະລັດອາເມລິກາມີສິດໃນການ ບອຍຂອດ (boycott), ສາມາດປະທ້ວງປະເທດຈີນ ຫຼື ຮົງກົງໄດ້ ຖ້າສະຖານະພາບຂອງເອກະລາດ, ເສລີພາບ ແລະ ສິດທິມະນຸດຂອງປະຊາຊົນຮົງກົງຖືກແຊກແຊງແລະ ອາເມລິກາອາດຈະເຊີນບັນດາປະເທດພັນທະມິດອື່ນໆເຂົ້າຮ່ວມກັນບອດຂອຍຈີນນໍາໄດ້ເຊັ່ນກັນ.