ເປີດເສັ້ນທາງຊີວິດ “ລຳໄຍ ໄຫທອງຄຳ” ຈາກເຄີຍລຳບາກຂັ້ນສຸດ ເດີນຂາຍຖົ່ວ-ລູກອົມ ຕາມຮ້ານເຂົ້າຕົ້ມ ຈົນຕອນນີ້ດັງສຸດຕຽມໂກອິນເຕີໄປເກົາຫລີ ຖ້າເວົ້າເຖິງນັກຮ້ອງສາວທີ່ມີຍອດວິວໃນຢູ່ທູບຫລາຍຮ້ອຍລ້ານວິວ ໃຜໆ ກໍ່ຕ້ອງຄິດເຖິງສາວນ້ອຍຄົນນີ້ “ລຳໄຍ ໄຫທອງຄຳ” ທີ່ສ້າງປາກົດການດັງພຽງຊັ່ວຂ້າມຄືນແລະດັງຕໍ່ເນື່ອງມາຈົນຕອນນີ້ ຊຶ່ງນັກຮ້ອງສາວໄດ້ມາເປີດໃຈໃນ “ລາຍການ ຕົ້ມຢຳອຳມະລິນ” ຊຶ່ງຜະລິດໂດຍ CHANGE2561 ວ່າລາວເຄີຍຮັບງານຫລາຍເຖິງ 7 ງານພາຍໃນມື້ດຽວ ແລະຕອນນີ້ເຖິງຈະມີ ໂຄວິດ-19 ທີ່ເຮັດໃຫ້ງານຫົດຫາຍ ແຕ່ລຳໄຍກໍ່ບໍ່ຍອມຢູ່ລ້າໆ ຍົກຂະບວນແດນເຊີໄລມາຈັດຄອນເສີດແບບໄລສົດເສີບໃຫ້ແຟນໆ ໄດ້ມີຄວາມສຸກກັນເຖິງບ້ານ ແຖມຍັງບໍ່ຍອມຢູ່ຫວ່າງ ເຮັດແຫນມຂາຍອີກດ້ວຍ ແຕ່ກວ່າຈະມາຢືນຢູ່ຈຸດນີ້ໄດ້ ລຳໄຍກໍ່ເປີດໃຈວ່າລາວຝ່າຄວາມລຳບາກມາບໍ່ນ້ອຍເລີຍ
ກ່ອນຈະມາເປັນ ລຳໄຍ ໄຫທອງຄຳ ນັ່ງຫັວເລາະ ຢູ່ເສື້ອຜ້າທີ່ສວຍງາມແບບນີ້ ກໍ່ຜ່ານຄວາມຍາກລຳບາກມາກ່ອນເມື່ອກ່ອນນີ້ເຮົາບໍ່ໄດ້ເຕີບໂຕມາໃນຄອບຄົວທີ່ສຸກສະບາຍເລີຍ
ລຳໄຍ : ຕອບ ຫນູເກີດທີ່ຮ້ອຍເອັດ ພື້ນຖານທາງບ້ານກໍ່ເປັນເປັນຊາວນາທຳມະດາ ບໍ່ໄດ້ມີເງິນທອງຫລວງຫລາຍ ເຮັດນາຢ່າງດຽວມັນກໍ່ບໍ່ພໍ ຢາຍກໍ່ພາມາເລາະຂາຍຂອງທີ່ກຣຸງເທບມາກັບແມ່ ແລ້ວເຮົາກໍ່ມາດ້ວຍ ຕອນນັ້ນຫນູຍັງເດັກຢູ່ ຢູ່ປະມານອະນຸບານ ຫນູກໍ່ເລີຍຢ້າຍມາຮຽນອະນຸບານທີ່ກຣຸງເທບ ແລ້ວກໍ່ມາຊ່ວຍຢາຍຂາຍຂອງ ຢາຍກໍ່ຈະຍ່າງຂາຍ ພວກລູກອົມ ຖົ່ວຂົ້ວ ເມັດກະບົກຂົ້ວ ຫນູກໍ່ຍ່າງກັບຢາຍ ຍ່າງຂາຍຕາມຮ້ານຂ້າວຕົ້ມ
ແລ້ວຊີວິດມັນປ່ຽນມາໄດ້ແນວໃດ ເປັນຫຍັງຢູ່ດີໆ ເຈົ້າຈຶ່ງກາຍມາເປັນສິລະປິນທີ່ໂດ່ງດັງໄດ້
ລຳໄຍ : ຂ້ອຍກໍ່ຍ່າງຂາຍຂອງກັບຢາຍໄປເລື່ອຍໆ ຫນູກໍ່ຮຽນໄປດ້ວຍ ພໍຮຽນເຖິງ ປ.4 ທາງໂຮງຮຽນກໍ່ໃຫ້ຂ້ອຍເລີ່ມສະມັກເຂົ້າຊົມລົມໄດ້ແລ້ວ ເພາະຂ້ອຍເລີ່ມໃຫຍ່ ຂ້ອຍກໍ່ເລືອກເຂົ້າຊົມລົມນາດຕະສິນເພາະວ່າຂ້ອຍມັກສະແດງອອກມັກຮ້ອງມັກເຕັ້ນ ຕອນທຳອິດຂ້ອຍກໍ່ຍັງບໍ່ໄດ້ເປັນທີ່ຈັບຕາ ຂ້ອຍກໍ່ເປັນເດັກຫລັງຫ້ອງຢູ່ ເພາະວ່າຈະມີລຸ່ນເອື້ອຍອ້າຍເຂົາໄດ້ອອກງານ ຂ້ອຍກໍ່ຍັງບໍ່ໄດ້ອອກ ແລ້ວຂ້ອຍດັນໄປເລັ່ນທາຍເພງກັບເພື່ອນ ແລ້ວມັນກໍ່ໄດ້ຮ້ອງເພງພໍເພື່ອນໄດ້ຍິນສຽງຮ້ອງກໍ່ເລີຍຮູ້ສຶກວ່າ ເອ້..ຮ້ອງເພງໄດ້ ຮ້ອງເພງດີ ຄ່ອນຂ້າງໂອເຄເລີຍ ມື້ນັ້ນເຫມືອນເປັນດວງຂອງຂ້ອຍ ຄື ນັກຮ້ອງທີ່ເປັນຕົວແທນໂຮງຮຽນເຂົາບໍ່ສະບາຍພໍດີ ແລ້ວຄູປະຈຳຊົມລົມກໍ່ເລີຍຄຽດໜັກ ເພາະຕ້ອງສົ່ງເດັກປະກວດລະດັບເຂດແລ້ວ ເພື່ອນຂ້ອຍກໍ່ເລີຍບອກຄູວ່າ ສຸພັນສາ (ຊື່ແທ້ຂອງລຳໄຍ) ຮ້ອງເພງໄດ້ນະຄູລອງຟັງເບິ່ງບໍ່?
ນັ້ນເປັນຈຸດປ່ຽນບໍ່?
ລຳໄຍ : ກໍ່ເປັນຈຸດເລີ່ມຕົ້ນທີ່ເຮັດໃຫ້ຂ້ອຍໄດ້ເປັນຕົວແທນຂອງໂຮງຮຽນ ຫລັງຈາກນັ້ນຄູກໍ່ສົ່ງຂ້ອຍເປັນຕົວແທນມາຕະລອດເລີຍ ເວລາມີງານຫຍັງກິດຈະກຳຫຍັງຂ້ອຍກໍ່ເປັນຄົນທີ່ຖືກເອີ້ນໃຊ້ ເປັນຈຸດເລີ່ມຕົ້ນທີ່ເຮັດໃຫ້ຂ້ອຍກ້າສະແດງອອກຫລາຍຂຶ້ນແລ້ວກໍ່ຢາກທີ່ຈະເຂົ້າມາຮຽນຕໍ່ໃນດ້ານນາດຕະສິນ
ຕອນນີ້ຍອດວິວເພງຜູ້ສາຂາເລາະເທົ່າໃດແລ້ວ
ລຳໄຍ : ໜ້າຈະປະມານ 300 ລ້ານວິວໄດ້ແລ້ວ ເພງນີ້ກໍ່ເປັນຈຸດປ່ຽນຂອງຊື່ຂ້ອຍເລີຍ
ຕອນຜູ້ສາວຂາເລາະຜົມຍາວຫລາຍ ເປັນຫຍັງຈຶ່ງຕັດຜົມສັ້ນ
ລຳໄຍ : ຂ້ອຍໄວ້ຜົມຍາວມາທັ້ງຊີວິດ ເຄີຍຈັດຜົມສັ້ນແຕ່ຕອນປະຖົມພຸ້ນ ແລ້ວຫລັງຈາກນັ້ນກໍ່ໄວ້ຜົມຍາວມາຕະລອດ ແມ່ກໍ່ມັກໃຫ້ໄວ້ຜົມຍາວດ້ວຍ ປ່ຽນລຸກດ້ວຍຈະໄດ້ເອາເວລາຕຣງນີ້ໄປພັກຜ່ອນດ້ວຢ ກັມີຄນຊອບ ບອກວ່າດູເດັກລງ ແຕ່ຄນທີ່ຊອບຜມຢາວມາກກວ່າກັມີຄ່ະ ແຕ່ເຂາກໍ່ຍັງຕິດຕາມຂ້ອຍຢູ່ ເພາະວ່າຂ້ອຍກໍ່ຄືຂ້ອຍ
ລຳໄຍມີພາບທີ່ບາງຄົນຮູ້ສຶກວ່າ ແຮງ ພາບລັກສະນໃະນການນຳສະເນີກໍ່ກ້າດີ ເຊັກຊີ່ຫນັກຫລາຍ ເຈົ້າມີຫຍັງຢາກບອກຄົນທີ່ເບິ່ງເຈົ້າແບບນັ້ນ?
ລຳໄຍ : ຈິງໆ ມັນເປັນລຸກຂອງຂ້ອຍໃນການເຮັດວຽກ ຄືເຫມືອນຂ້ອຍເກີດຈາກກະແສ ຄືຕອນທຳອິດເລີຍ ຄືໂດນດ່າມາກ່ອນ ຄືເລື່ອງທີ່ຂ້ອຍແຕ່ງຕົວໂປ້ ຕອນນັ້ນຂ້ອຍຍັງເດັກຢູ່ ຂ້ອຍແຕ່ງຕົວໂປ້ດ້ວຍ ຮ້ອງເພງແນວສອງແງ່ສອງງ່າມ ມັນກໍ່ເກີດຈາກກະແສນັ້ນເອງ ແມ່ກໍ່ໃຫ້ກຳລັງໃຈຂ້ອຍ ເພາະແມ່ກໍ່ຮູ້ວ່າຂ້ອຍທຳງານແຫລະ ຕອນນັ້ນຂ້ອຍກໍ່ຍັງເດັກຍັງຄິດຫຍັງໄດ້ບໍ່ຫລາຍ ແລ້ວຫລັງຈາກທີ່ຂ້ອຍຖືກວິພາກວິຈານມັນເຮັດໃຫ້ຂ້ອຍເຫັນໂລກກວ້າງຫລາຍຂຶ້ນວ່າ ອໍ້ ອ..ມັນບໍ່ແມ່ນນະ ໂລກມັນບໍ່ໄດ້ມີແຕ່ໂລກຂອງເຮົາ ມັນມີຫຍັງຫລາຍຢ່າງທີ່ເຮົາຕ້ອງສຶກສາ ຄື ສິ່ງທີ່ຂ້ອຍເຮັດມັນກໍ່ບໍ່ໄດ້ຖືກເພາະວ່າ ຂ້ອຍກໍ່ຍັງເດັກຢູ່ດ້ວຍ ແຕ່ຂ້ອຍກໍ່ຕ້ອງປັບປຸງຂ້ອຍກໍ່ປັບປຸງຄ່ອຍເທື່ອລະຂັ້ນຕອນ ຂ້ອຍອາດຈະແບບວ່າປ່ຽນໄປຮຽບຮ້ອຍເລີຍບໍ່ໄດ້ ຂ້ອຍກໍ່ຄ່ອຍໆ ໃຫ້ມັນດີຂຶ້ນ ດີຂຶ້ນ ຄ່ອຍພັທະນາໄປເລື່ອຍໆ
ຜົນງານຕອນນີ້ມີຫຍັງແດ່ ລຳໄຍ :
ຜົນງານຕອນນີ້ ອາດຈະມີເຊີໄພເປັນຊິງເກິ້ນຫລັງຈາກຫມົດໂຄວິດເດີ ອາດຈະເປັນຊິງເກິ້ນທີ່ໂກອິນເຕີຫນ່ອຍໜຶ່ງ ຈະໄປທຳເພງແນວເກົາຫລີ ອາດຈະໄດ້ຟີເຈີລິ່ງກັບອ້າຍໆ ທີ່ເປັນສິລະປິນທາງເກົາຫລີເດີ ຝາກໃຫ້ຕິດຕາມກັນແດເດີ ຊ່ວງນີ້ຂ້ອຍກໍ່ກຳລັງຢູ່ໃນຂັ້ນຕອນການຕົກລົງກັນຢູ່