ທະຫານລາວເດືອດຮ້ອນ ເພາະເງິນເດືອນຊັກຊ້າ 3ເດືອນບໍ່ເບີກເທື່ອ.

ທະຫານລາວເດືອດຮ້ອນ ເພາະເງິນເດືອນຊັກຊ້າ 3ເດືອນບໍ່ເບີກເທື່ອ.

.ປັຈຈຸບັນອ້າຍນ້ອງທະຫານລາວ.ຫຼາຍຄົນສົນໃຈເລື້ອງເງິນເດືອນເປັນຫຍັງຈິ່ງຊັກຊ້າເປັນຫຍັງຈິ່ງນານເບີກໃຫ້ອ້າຍນ້ອງ.

ທຸກໆທ້າຍເດືອນ.ທາງກະຊວງແມ່ນໄດ້ເບີກຈ່າຍໃຫ້ໝົດທຸກໆກອງພັນໃນທົ່ວປະເທດ ແຕ່ພໍເງິນຮອດກອງພັນແລ້ວ ທາງຫົວໜ້າຂອງກອງພັນແລະການເງິນຂອງກອງພັນນັ້ນ ບໍ່ຍອມເບີກຈ່າຍ ຫຼືເອົາເງິນຈຳນວນດັ່ງກ່າວໄປໝູນທາງອື່ນ ທັງໆທີ່ວ່າເງິນດັ່ງກ່າວນີ້ເປັນເງິນເດືອນຂອງອ້າຍນ້ອງຄວນເບີກຈ່າຍໃຫ້ພວກເຂົາ ການເງິນຂອງກອງພັນບໍ່ຄວນເຮັດແບບນີ້ເດັດຂາດ ຕ້ອງເບີກຈ່າຍໃຫ້ເຂົາບໍ່ຄວນເອົາໄປໝູນທາງອື່ນ ຫຼືເອົາໄປຊື້ລົດໃຫ້ນາຍຂີ່ກ່ອນບໍ່ ນີ້ເປັນການຂາດຈັນຍາບັນຕໍ່ຣັຖບານແລະອ້າຍນ້ອງທະຫານທຸກທ່ານ ຄວນເຫັນໃຈພວກເຂົາເນີ.

ພ/ງ ທຸກຄົນເຮັດການກໍ່ອາໃສເພິ່ງພາເງິນເດືອນ ເພື່ອໃຊ້ຈ່າຍຊີວິດປະຈຳວັນ ພະແນກການເງິນຄວນຄິດເຫັນໃຈອ້າຍນ້ອງພ/ງທຸກຖ້ວນໜ້າ ຢ່າເຫັນແກ່ຕົວເກີນໄປ ປະເທດຊາດເປັນຂອງໝົດທຸກຄົນ.
ພະແນກການເງິນພ້ອມຄະນະກອງພັນ ຄວນພິຈາລະນາດ້ວຍເດີ.

ສາລະໜ້າຮູ້