ທ້າວ ນິດ ອາຊີບກຳມະກອນ ກຳລັງຢືນລັດລົດເພື່ອຈະກັບບ້ານ ຢືນຢູ່ແຖວບ້ານນາສ້ຽວ ປາຍທາງໄປພາກເໜືອ ໃນຄະນະທີ່ລໍລົດ ໄດ້ມີລົດຕູ້ ທະບຽນກຍ 5306 ມາທຳທ່າວ່າຈະເມືອພາກເໜືອພໍດີ ແບບວ່າຮັບຂຶ້ນລົດ ແລ້ວຂໍເກັບເງິນ 2ລ້ານ ເພື່ອມັດຈຳກ່ອນ ຮອດປາຍທາງຈຶ່ງຈະສົ່ງຄືນ ແຕ່ທ້າວນິດບໍ່ຮູ້ຫຍັງ ຕົນກໍມີເງິນແຕ່ 1.600.000 ກີບ ຈຶ່ງເອົາໃຫ້ລາວ ພໍຂີ່ໄປຮອດໄລຍະໜຶ່ງ ຜູ້ຂັບລົດຕູ້ໄດ້ບອກໃຫ້ທ້າວນິດລົງຊື້ນໍ້າ ວ່າຈະລ້ຽງ ພໍທ້າວນິດລົງລົດ ຜູ້ຂັບລົດກໍຂັບໜີພ້ອມກະເປົາເຄື່ອງທ້າວນິດໄປນຳ ຕອນນີ້ທ້າວນິດ ບໍ່ມີຫຍັງຕິດໂຕ ໄດ້ແຕ່ຍ່າງວົນໄປມາ ແລ້ວມີຊາວບ້ານແຖວນັ້ນໃຫ້ການຊ່ວຍເຫຼືອ
ຝາກເຖິງເຈົ້າຂອງລົດຕູ້ ຖ້າບໍ່ອອກມາຮັບຜິດສອບຢ່າຄິດວ່າຈະຢູ່ສຳບາຍ ແຈ້ງຕຳຫຼວດແລ້ວ ຫຼັກຖານມີຄົບ ຕາມຂໍ້ມູນຂ້າງລຸ່ມ ໃຜເຫັນເບາະແສໃຫ້ຕິດຕໍ່ຫາ ນາງ ດາລາພອນ ແສງດາລາ ຜູ້ຊ່ວຍເຫຼືອທ້າວນິດ
ຊ່ວຍແຊແດ່ເດີ່ ອີຕົນຄົນຕາດຳດຳຄືກັນ ຕົວະກິນຂອງຄົນອື່ນບໍ່ຢືນຍົງດອກທ່ານເອີຍ.