ຈາກເຫດລົດພ່ວງປີ້ນ ທາງເຂດດອຍນໍ້າເລ່ງ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ຫ່າງຈາກເທດສະບານແຂວງປະມານ 30 ກິໂລແມັດ ວັນທີ່ 2 ກັນຍາ 2020. ຊາບຊື່ໂຊເຟີຜູ້ເສຍຊີວິດແມ່ນ ທ້າວສອນລະສິດ ຄົນຫຼວງນໍ້າທາ.
ຂັບລົດທະບຽນ ຫຼວງນ້ຳທາ ບກ 1654.
ຜູ່ກ່ຽວ ມີອາຊີບຫຼັກເປັນຄູສອນ, ແຕ່ງງານ ມີລູກນ້ອຍ 2 ຄົນ. ເພື່ອສ້າງລາຍຮັບເຂົ້າຄອບຄົວ ເພິ່ນຈິ່ງໄປເຮັດວຽກເສີມເປັນໂຊເຟີຂັບລົດ ແລະກໍ່ມາເກີດເຫດເສົ້າສະຫຼົດໃຈດັ່ງກ່າວ.
ອຸບັດຕິເຫດເຮັດໃຫ້ ໄຟລຸກໄໝ້ ໂຊເຟີຄາໃນລົດ ຄາດວ່າເສຍຊີວິດ ປະຊາຊົນທີ່ພົບເຫັນບໍ່ສາມາດເຂົ້າໄປຊ່ວຍໄດ້ທັນ ເພາະໄຟລຸກໄໝ້ຮູນແຮງ.
ລາຍລະອຽດເພີ່ມເຕີມຈະແຈ້ງໃຫ້ຮູ້ອີກພາຍຫຼັງ.
ລາຍງານໂດຍ: ສີລາເພັດ ແສງສະຫວັນ
ຄລິບຈາກທີ່ເກີດເຫດ
ດອຍນ້ຳເລງ ຊ່ວຍກັນແຊ່ແດ່ ເພືອມີຄົນຮູ້ຈັກຍາດຜູ້ຕາຍ 👍&ແຊ່
Posted by Silaphet Phengsavath on Wednesday, September 2, 2020