ວັນທີ 25/8/2020 ທີ່ນະຄອນຫຼວງວຽງຈັນ ຈາກເຟສບຸກທີ່ມີຊື່ວ່າ Akkhasone Singsena ໄດ້ໂພສວ່າ
ບໍ່ໄດ້ມີເຈດຕະນາທີ່ຈະປະຈານແຕ່ຢາກຈະເອົາລົງເຕືອນໄພເພື່ອເປັນອຸທາຫອນ…ບໍ່ວ່າຍິງ ຫລື ຊາຍຈະໄປໃສມາໃສກໍຄວນລະມັດລະວັງແດ່ເດີ້…
ຜູ້ຍິງຄົນນີ້ລາວໄດ້ແລ່ນອອກມາຈາກຮ່ອມບ້ານເຮືອນພັກໃນສະພາບອາການສະຕິແຕກທັງຮ້ອງທັງແລ່ນຄືກັບຄົນຂາດສະຕິເຮົາເຫັນທ່າບໍ່ດີເລີຍກອດເອົາໄວ້ເພາະຢ້ານເລົາແລ່ນໃສ່ລົດ..ເຮົາເລີຍໄປຖາມຄົນໃກ້ຄຽງແຖວບ່ອນທີ່ເລົາແລ່ນອອກມາພວກເຂົາວ່າເຫັນລາວມາກັບຜູ້ຊາຍສອງຄົນ…ເຮົາກໍໄດ້ເບິ່ງອາການລາວເບຶ້ອງຕົ້ນເພື່ອລໍຖ້າກູ້ໄພມາ ສະພາບລາວແມ່ນຜົມຫຍຸ້ງ
ຮ້ອງຂຶ້ນຄືຄົນຂາດສະຕິ, ຫາຍໃຈບໍ່ສະດວກ ແລະ ຮາກມີນໍ້າລາຍຫນຽວອອກມາ, ລັກສະນະອາການຄືກັບຄົນຖືກວາງຢາ ໄພສັງຄົມທຸກມື້ນີ້ຢູ່ຮອບຕົວເຮົາມັນເກີດຂຶ້ນໃນທຸກເວລາຂໍໃຫ້ມີສະຕິໃນກາດຳເນີນຊີວິດເດີ້ທຸກໆທ່ານ
ແຊຣ໌ຕໍ່ໆກັນເດີ້ເພື່ອເປັນອຸທາຫອນ ຢໍ້າເດີ້ວ່າເຈດຕະນາດີບໍ່ໄດ້ມີຈຸດປະສົງຫຍັງທີ່ບໍ່ດີ ທີ່ໂພສລົງບໍ່ໄດ້ເຊັນເຊີຫນ້າຕາໂພສເພື່ອອາດຈະມີພີ່ນ້ອງລາວໄດ້ເຫັນເພາະວ່າລາວບໍ່ມີຂໍ້ມູນຫຍັງເລີຍ
Posted by Akkhasone Singsena on Tuesday, August 25, 2020