ອະເມລິກາ ຕ້ອງການຄວາມຊ່ວຍເຫລືອ

ອະເມລິກາ ຕ້ອງການຄວາມຊ່ວຍເຫລືອ

ຍັງຄົງວິກິດຫນັກຂຶ້ນເລື້ອຍໆ ເມື່ອຍອດຜູ້ເສຍຊີວິດເພິ້ມຂຶ້ນເປັນເທົ່າຕົວ ຈາກຫລາຍມື້ທີ່ຜ່ານມາ ຈົນຕອນນີ້ຍອດພຸ່ງສູງເຖິງຫລັກ 6,000 ຄົນ ເປັນທີ່ຮຽບຮ້ອຍແລ້ວໃນຂະນະທີ່ຕິດເຊື້ອກວ່າສອງແສນຄົນຈາກຂໍ້ມູນຫລ່າສຸດວັນທີ່ 3 ເມສາ 2563 ທາງເວັບໄຊ worldometers ລະບຸວ່າ ໃນຊ່ວງ 24 ຊັ່ວໂມງທີ່ຜ່ານມາ ສະຫະລັດອະເມລິກາ ພົບຍອດຜູ້ເສຍຊີວິດຢູ່ທີ່ 968ຄົນລົດລົງຈາກມື້ກ່ອນຫນ້າທີ່ເຄີຍພຸ່ງສູງເຖິງ 1,049 ຄົນຊຶ່ງສູງເປັນປະວັດການ ສົ່ງຜົນໃຫ້ຕອນນີ້ສະຫະລັດມີຜູ້ເສຍຊີວິດລວມທັ້ງປະເທດຢູ່ທີ່ 6,095 ຄົນແລະບໍ່ມີທ່າທີວ່າຈະຫລຸດລົງແຕ່ຢ່າງໃດ

ໃນຂະນະທີ່ຍອດຜູ້ຕິດເຊື້ອໃນຊ່ວງ 24 ຊັ່ວໂມງທີ່ຜ່ານມາໄດ້ພຸ່ງສູງຂຶ້ນເຊັ່ນກັນ ໂດຍມີຍອດຢູ່ທີ່ 29,874 ຄົນຈາກທີ່ມື້ກ່ອນຢູ່ທີ່ 26,473 ຄົນ ສ່ງຜົນໃຫ້ທົ່ວປະເທດຕອນນີ້ມີຍອດຜູ້ຕິດເຊື້ອຢູ່ທີ່ 245,341 ຄົນແມ້ທັ້ງຍອດຜູ້ຕິດເຊື້ອແລະເສຍຊີວິດຈະທະລຸສູງຂະນາດນີ້ ແຕ່ຜູ້ຊ່ຽວຊານຍັງບອກວ່ານີ່ຍັງບໍ່ເຖິງຈຸດສູງສຸດທີ່ສະຫະລັດໄດ້ພົບພໍ້ ໂດຍຄາດວ່າອີກສອງອາທິດ ມັນຈະຕ້ອງໜັກໜາສາຫັດກວ່ານີ້ຢ່າງແນ່ນອນ

(ພາບຂະນະຍ້າຍສົບຜູ້ເສຍຊີວິດຈາກໂຮງພະຍາບານໃນນິວຢອກ)

ໃນນະຄອນນິວຢອກ ຍັງຄົງພົບຜູ້ຕິດເຊື້ອຫລາຍທີ່ສຸດໃນປະເທດເຊັ່ນເດີມ ໂດຍຍອດຜູ້ຕິດເຊື້ອໃນນິວຢອກທີ່ດຽວກໍ່ມີເຖິງ 93,053 ຄົນແລ້ວໜ້າເປັນຫ່ວງຫລາຍ ເນື່ອງຈາກນິວຢອກເປັນເມືອງທີ່ມີຜູ້ຄົນຫຼວງຫຼາຍອາດຍາກຕໍ່ການຄວບຄຸມການແພ່ລະບາດ ສົ່ງຜົນໄປເຖິງພາກອຸດສາຫະກຳ ແລະພາກຂົນສົ່ງທີ່ຕ້ອງຢຸດຊະງັກ ໂດຍຜູ້ຊ່ຽວຊານຄາດວ່າອາຈຈະທະລຸຫລັກແສນຄົນໄດ້ພາຍໃນອາທິດຫນ້າ ຫາກຍັງພົບຜູ້ຕິດເຊື້ອແຕ່ລະມື້ນັບພັນຄົນຂຶ້ນໄປແບບນີ້…

(ພາບຂະນະຍ້າຍສົບຜູ້ເສຍຊີວິດຈາກໂຮງພະຍາບານໃນນິວຢອກ)

(ພາບຂະນະຍ້າຍສົບຜູ້ເສຍຊີວິດຈາກໂຮງພະຍາບານໃນນິວຢອກ)

ຂ່າວທົ່ວໄປ