ທີມຊ່ຽວຊານ ສປ ຈີນ ທີ່ມາຊ່ວຍລາວ ເພິ່ນເວົ້າວ່າຖ້າລາວເຮົາຍັງເຮັດແບບນີ້ປະຊາຊົນລາວເຮົາທຸກຄົນຈະພາກັນເກາະຕ່ອງຕາຍໝົດເພາະມັນຈະລາມປານໄຟລາມປ່າແທ້ໆ ເປັນແລ້ວມັນຍາກ ເພາະເຄື່ອງຊ່ວຍຫາຍໃຈ ກຳລັງແພດໝໍ ຈະຮອງຮັບຄົນ ເຈັດແປດລ້ານຄົນ ບໍ່ມີພໍ ຄົນຕໍ່ຄົນແນ່ນອນ ແຕ່ລະປະເທດທີ່ຕາຍກອງກັນແມ່ນຍ້ອນປົວບໍ່ທັນ ບໍ່ໄດ້ປົວ ເອົາຜູ້ນື່ງຍັງຜູ້ນື່ງຄິດສະພາບອອກບໍພີ່ນ້ອງ? ສະນັ້ນດີທີ່ສຸດປ້ອງກັນຕົນເອງແຕ່ຫົວທີ ບໍ່ແມ່ນຍັງຈຸ້ມກັນຢູ່ແບບນີ້ ທະຫານຕຳຫຼວດກວດຂັນເຂັ້ມງວດພັດຍັງຕໍ່ຕ້ານຕໍ່ເຈົ້າໜ້າທີ່.
ສະບາຍດີເພື່ອນເຟສທຸກຄົນແລະຊາວລາວທົ່ວປະເທດມື້ນີ້ແອດມີນຮູ້ສືກບໍ່ສະບາຍໃຈແລະຄືນນີ້ຄົງຈະນອນບໍ່ຫຼັບຫຼັງຈາກລົມກັບທີມງານທີ່ຫາກໍ່ປະຊຸມ EOC ຮວ່ມກັບຊ່ຽວຊານຈີນເຊີ່ງເພີ່ນໄດ້ເວົ້າຫຼາຍຢ່າງເຖີງການຖືເບົາແລະປະໝາດຂອງຄົນລາວເຮົາຕໍ່ກັບການປອ້ງກັນພະຍາດ. ຖ້າເຮົາບໍ່ພ້ອມໃຈກັນປະຕິບັດມາດຕະການປ້ອງກັນຕົນເອງຢ່າງເຄັ່ງຄັດ ລາວເຮົາກໍ່ຈະເກື່ອນກັນຕາຍບໍ່ແຕກຕ່າງຫຍັງກັບອີຕາລີເພາະໂຮງໝໍ ອຸປະກອນ ແລະ ບຸກຄະລາກອນການແພດເຮົາບໍ່ພຽງພໍທີ່ຈະຮັບມືກັບການລະບາດແນ່ນອນ.ປົວຜູ້ນື່ງຍັງຜູ້ນື່ງ ຄິດເບີ່ງນຳກັນວ່າເຄື່ອງຊ່ວຍຫາຍໃຈເຮົາມີຈັກເຄື່ອງ? ໂຮງໝໍເຮົາມີຈັກຫ້ອງນອນ? ແພດໝໍເຮົາມີຈັກຄົນ?
ຖ້າແພດຕິດເຊື້ອຕື່ມເດຈະເຮັດແນວໃດ? ທີ່ຕາຍລະເນລະນາດແມ່ນຍ້ອນບໍ່ມີໂອກາດໄດ້ປົວ ບໍ່ແມ່ນຕາຍຍ້ອນປົວບໍ່ດີ ສະນັ້ນທຸກຄົນຢ່າຖືເບົາເດັດຂາດ. ເຄັ່ງຄັດເດີຖ້າໃຜບໍ່ທັນຢາກຕາຍ ພະຍາດອັນນີ້ມັນອັນຕະລາຍຍີ່ງກວ່າທີ່ຄິດ,ຄຸມບໍ່ຢູ່ອີ່ຫຼີແທ້ໃດ. ໃຜທີ່ຍັງບໍ່ທັນຢາກຕາຍຢ່າງທໍລະມານຍ້ອນຕິດເຊື້ອໂຄວິດ ແມ່ນຕ້ອງຕື່ນຕົວປະຕິບັດຕາມຄຳສັ່ງຂອງລັດຖະບານ ຢ່າອອກນອກເຮືອນ(ຍົກເວັ້ນຜູ້ທີ່ມີພັນທະຮັບຜິດຊອບຕາມການມອບໝາຍ ແລະ ໄປຊື້ເຄື່ອງອຸປະໂພກບໍລິໂພກ ແລະ ໄປໂຮງໝໍ) ຝາກແຊສ໌ໃຫ້ຄົນລາວ7,000,000ກວ່າຄົນໄດ້ອ່ານແລະພອ້ມໃຈກັນປອ້ງກັນຕົວເອງ ວັນທີ 1/4/2020 ທີ່ນະຄອນຫຼວງວຽງຈັນ