ມີຜູ້ຕິດເຊື້ອໂຄວິດ-19 ເພີ່ມອີກ 1ຄົນ ມີປະຫວັດໃກ້ຊິດກັບກໍລະນີ16 ລວມເປັນ19ຄົນ

ມີຜູ້ຕິດເຊື້ອໂຄວິດ-19 ເພີ່ມອີກ 1ຄົນ ມີປະຫວັດໃກ້ຊິດກັບກໍລະນີ16 ລວມເປັນ19ຄົນ

ຢູ່ຫ້ອງແຖວດຽວກັນ, ກິນເຂົ້າຮ່ວມພາ ກິນປາຮ່ວມຕ່ອນ ເຮັດໃຫ້ຊວຍ ຕິດເຊື້ອໂຄວິດ-19 ນໍາກັນເປັນແຖວ, ໂດຍກະຊວງສາທາ ອອກມາຢືນຢັນ ພົບຜູ້ຕິດເຊື້ອໂຄສວິດ-19 ເພີ່ມອີກ 1ກໍລະນີ ເຊິ່ງຢູ່ຫ້ອງແຖວດຽວກັນກັບກໍລະນີທີ 16,​ 17 ແລະ 18, ດັ່ງນັ້ນ ມາຮອດປັດຈຸບັນຍອດຜູ້ຕິດເຊື້ອໂຄວິດໃນລາວຢູ່ທີ່ 19 ຄົນ

ວັນທີ 12 ເມສາ 2020 ເວລາ 14:30 ທີ່ສູນປະຕິບັດງານ ຄະນະສະເພະກິດ ຕ້ານໂຄວິດ-19 ໄດ້ມີການຖະແຫຼ່ງຂ່າວ ໃຫ້ຮູ້ວ່າ ມາຮອດມື້ນີ້ ໄດ້ກວດພົບ ຜູ້ຕິດເຊື້ອໂຄວິດ-19 ລາຍໃໝ່ ຢູ່ ສປປ ລາວ ເພີ່ມຂຶ້ນຈໍານວນ 1 ຄົນ ເພດຊາຍ ອາຍຸ 21 ປີ ປະຈຸບັນ ຢູ່ບ້ານ ໂພນປະເປົ້າ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ມີປະຫວັດສໍາພັດພົວພັນ ກັບຜູ້ຕິດເຊື້ອ ຜູ້ທີ່ 16, 17 ແລະ 18 ຢູ່ບ້ານ ໜອງດ້ວງທົ່ງ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ກາຍເປັນຜູ້ຕິດເຊື້ອ ໂຄວິດ-19 ຢູ່ ສປປ ລາວ ຜູ້ທີ່ 19 ຕາມລໍາດັບ

ສະຖານະການການແຜ່ລະບາດ ຂອງເຊື້ອໂຄວິດ-19 ໄດ້ແຜ່ລາມໄປ ໃນ 210 ປະເທດ ແລະ ເຂດແຄວ້ນ ຍອດຜູ້ຕິດເຊື້ອສະສົມ ໃນທົ່ວໂລກ ແມ່ນກໍາລັງເພີ່ມສູງຂຶ້ນຢ່າງຕໍ່ເນື່ອງ ຮຽກຮ້ອງໃຫ້ປະຊາຊົນລາວບັນດາເຜົ່າ ຈົ່ງເພີ່ມທະວີ ເອົາໃຈໃສ່ ຮັກສາບົວລະບັດຕົນເອງ ແລະ ປະຕິບັດຕາມມາດຕະຖານ ຄໍາແນະນໍາ ແລະ ມາດຕະການປ້ອງກັນ ຂອງລັດຖະບານລາວ ວາງອອກ ຢ່າງເຄັ່ງຄັດ.

ສໍາລັບປະຫວັດການເຄື່ອນໄຫວຂອງກໍລະນີທີ 19 ເພດຊາຍ ອາຍຸ 21 ປີ ອາຊີບ ນັກສຶກສາ ບ້ານ ໂພນປ່າເປົ້າ ເມືອງສີສັດຕະນາກນະຄອນຫຼວງວຽງຈັນ

ຜູ້ກ່ຽວໄດ້ພັກຢູ່ຫ້ອງດຽວກັນກັບຜູ້ຕິດເຊື້ອກໍລະນີທີ 16 ຕັ້ງແຕ່ວັນທີ 27 ມີນາ 2020 ຫາ 08 ເມສາ 2020

ໃນຊ່ວງວັນທີ 29 ມີນາ ແລະ ວັນທີ 04 ເມສາ ໄດ້ມີການຊຸມແຊວກັນ ເປັນໄລຍະກັບໝູ່ຜູ້ຕິດເຊຶື້ອກໍລະນີທີ 16, 17, 18 ທີ່ຢູ່ຫ້ອງແຖວດຽວກັນ

ວັນທີ 08 ເມສາ 2020 ຜູ້ກ່ຽວໄດ້ກັບຄືນຫ້ອງແຖວຂອງຕົນທີ່ຂຶ້ນກັບ ບ້ານ ໂພນປ່າເປົ້າ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ

ທີມງານໄດ້ຕິດຕໍ່ຫາຜູ້ກ່ຽວ ແລະ ແນະນຳໃຫ້ໄປກວດຢູ່ໂຮງໝໍ ມາຮອດວັນທີ 11 ເມສາ ຜູ້ກ່ຽວຈຶ່ງໄດ້ມາກວດ ແລະ ພົບວ່າຕິດເຊື້ອ COVID-19 ແລະ ໄດ້ຮັບການເຂົ້ານອນ ປິ່ນປົວຢູ່ໂຮງໝໍມິດຕະພາບ

ຂ່າວທົ່ວໄປ