ເຫັນແລ້ວກໍແປກດີຄືກັນບົດຂ່າວຈາກຕ່າງປະເທດ ເມື່ອມີສາວຊາວຕ່າງປະເທດຖ່າຍຮູບສະຫຼອງງານໄວ້ອາໄລ ຫຼື ສົ່ງສະການໃຫ້ກັບໜີ້ ຫຼັງຈາກທີ່ຕົນປົດໜີ້, ໃຊ້ໜີທີ່ກູ້ຢືມເພື່ອການສຶກສາ 3 ລ້ານບາດຈົນໝົດ …
ຕ້ອງຍອມຮັບວ່າ ຊີວິດຂອງຄົນເຮົານັ້ນມີເງິນ ເປັນປັດໄຈສໍາຄັນອັນດັບຕົ້ນໆເລີຍ ມັນເຂົ້າມາມີບົດບາດກັບເຮົາໃນທຸກໆດ້ານ ຈົນມັນໄດ້ກາຍເປັນອີກໜຶ່ງປັດໄຈພື້ນຖານຂອງຊີວິດໄປແລ້ວ.
ນອກຈາກເລື່ອງອາຫານ ທີ່ພັກ ຢາ ເຄື່ອງນຸ່ງຫົ່ມ ທີ່ລ້ວນແລ້ວແຕ່ໃຊ້ເງິນ ດ້ານການສຶກສາເອງກໍເຊັ່ນກັນກໍຕ້ອງໃຊ້ທຶນຮອນມະຫາສານໃນການຮໍ່າຮຽນ ໃຊ້ຈ່າຍອຸປະກອນນັ້ນນີ້ ແບບວ່າຍິ່ງມີທຶນຮອນຫຼາຍເທົ່າໃດ ໂອກາດເຂົ້າເຖິງການຮຽນ ການສຶກສາຍິ່ງຫຼາຍເທົ່ານັ້ນ ເພາະນອກຈາກຈະຮຽນປົກກະຕິແລ້ວ ບາງຄົນເງື່ອນໄຂດີກໍຍັງຮຽນຕໍ່ ຮຽນເພີ່ມຮຽນຮູ້ຫຼາຍໆຢ່າງໄປຕື່ມອີກ …
ແລະ ກໍບໍ່ແມ່ນທຸກຄົນທີ່ຈະສາມາດຫາເງິນ ທຸ່ມເງິນສົ່ງຕົນເອງ, ລູກຫຼານຮຽນສູງໆ ຫຼາຍໆໄດ້ ຫຼາຍໆປະເທດຈຶ່ງໄດ້ມີການທຸ່ມລົງໃຫ້ປະຊາຊົນໄດ້ເຂົ້າເຖິງການສຶກສາໃຫ້ໄດ້ຫຼາຍທີ່ສຸດ ລັດຖະບານຈຶ່ງມີນະໂຍບາຍເປີດໃຫ້ນັກຮຽນສາມາດກູ້ຢືມເງິນມາໃຊ້ຈ່າຍໃນຄ່າຮຽນໄດ້
Mandy Velez ຍິງສາວໄວ 28 ປີ ກໍໄດ້ກູ້ຢືມເງິນສໍາລັບນັກຮຽນສໍາລັບການຮຽນມາແຕ່ປີ 2013 ແລະ ຈົບການສຶກສາມາພ້ອມກັບໜີ້ສິນ 75.000 ຫຼຽນ ຫຼື ປະມານ 2,300,000 ບາດ.
ນາງພະຍາຍາມຈ່າຍເງິນໃຫ້ເກີນຈາກຂັ້ນຕໍ່າທີ່ຕ້ອງຊໍາລະໃນແຕ່ລະເດືອນກໍຕົກຢູ່ປະມານ 1000 ຫຼຽນ (30.000 ບາດ) ເມື່ອລວມກັນຄ່າໃຊ້ຈ່າຍອື່ນໆແລ້ວ ນາງຈໍາເປັນຕ້ອງເລືອກເຮັດວຽກທີ່ຊ່ວຍໃຫ້ນາງຢູ່ໄດ້ ເຖິງວ່ານາງຈະບໍ່ມັກກໍຕາມ.
.ນາງຈັດການຄ່າໃຊ້ຈ່າຍດ້ວຍຕົນເອງມາຕະຫຼອດ ແລະ ບໍ່ເຄີຍຂໍໃຫ້ໃຜມາຊ່ວຍ ແລະ ມື້ໜຶ່ງນາງກໍຮູ້ສຶກເໝື່ອຍ ແລະ ທໍ້ ກັບໜີ້ກ້ອນນີ້ທີ່ຄືກັບວ່າດຶງຈ່ອງນາງໄວ້
.ນາງຈັດການຄ່າໃຊ້ຈ່າຍດ້ວຍຕົນເອງມາຕະຫຼອດ ແລະ ບໍ່ເຄີຍຂໍໃຫ້ໃຜມາຊ່ວຍ ແລະ ມື້ໜຶ່ງນາງກໍຮູ້ສຶກເໝື່ອຍ ແລະ ທໍ້ ກັບໜີ້ກ້ອນນີ້ທີ່ຄືກັບວ່າດຶງຈ່ອງນາງໄວ້
ດັ່ງນັ້ນ, ນາງກໍເລີ່ມຫຼຸດຄ່າໃຊ້ຈ່າຍຕົນເອງທັງຄ່າກິນ, ຄ່າເດີນທາງ, ເຮັດວຽກໜັກໄປພ້ອມໆກັນ ພ້ອມຂໍຂຶ້ນເງິນເດືອນ ແລະ ຮັບງານອື່ນໆມາເຮັດເສີມ ບໍ່ວ່າຈະຮັບຈ້າງເອົາໂຕໝາໄປຍ່າງຫຼິ້ນ, ຮັບລ້ຽງເດັກ, ເບິ່ງແຍງແມວ
ນອກຈາກນີ້ຍັງຍອມອົດນອນໃນບາງຄືນ ເພື່ອຮັບງານ ເປັນໂຕປະກອບໃນລາຍການໂທລະພາບທີ່ຖ່າຍທໍາຕອນກາງຄືນ ແລະ ຍອມປະຕິເສດບໍ່ໄທ່ຽວກັບໝູ່ ແລະ ຄອບຄົວອີກ.
ໃນທີ່ສຸດນາງກໍເຮັດສໍາເລັດກ່ອນກໍານົດ ນາງສາມາດປົດໜີ້ຕົ້ນ ແລະ ດອກລວມ 102.000 ຫຼຽນ ປະມານ 3.000.000 ບາດ ໄດ້ໝົດໃນທ້າຍເດືອນສິງຫາ 2019 ນີ້
ເຊິ່ງ Mandy ຖືວ່າການປົດໜີ້ກ້ອນໃຫຍ່ຄັ້ງນີ້ເປັນການບົດແອກຕົນອອກຈາກພາລະອັນໃຫຍ່ຫຼວງ ດັ່ງນັ້ນນາງຈຶ່ງສະຫຼອງທີ່ນາງສາມດ ຂ້າ ໜີ້ສິນກ້ອນນີ້ອອກໄປຈາກຊີວິດໄດ້ສໍາເລັດ ດ້ວຍການຖ່າຍຮູບສະຫຼອງໃນສຸສານແຫຼ່ງໜຶ່ງ ດ້ວຍຊຸດໄວ້ທຸກສີດໍາ ໃບໜ້າຍິ້ມແຍ້ມແຈ່ມໃສພ້ອມການເລີ່ມຕົ້ນຊີວິດໃໝ່ທີ່ເປັນຂອງນາງອີ່ຫຼີ່ …
ນອກຈາກນັ້ນນາງຍັງບອກເອົາໄວ້ໃນເຟດບຸກຂອງນາງວ່າ: ນາງຫວັງວ່າ ເລື່ອງລາວຂອງນາງຈະເປັນແຮງບັນດານໃຈໃຫ້ກັບຄົນອື່ນໆ ທີ່ຕ້ອງແບກໜີ້ຢູ່ຄືກັນ ໃຫ້ສາມາດສູ້ຊົນໃຊ້ໜີ້ໃຫ້ໝົດຄືກັນກັບນາງ