ສະແດງຄວາມອາໄລຮັກຢ່າງສຸດຊຶ້ງ ທ່ານ ພົນເອກ ສີສະຫວາດ ແກ້ວບຸນພັນ (01 ພຶດສະພາ 1928 – 12 ພຶດສະພາ 2020), ນັກຮົບປະຕິວັດລຸ້ນອາວຸໂສ ອະດີດນາຍົກລັດຖະມົນຕີແຫ່ງ ສປປລາວ ແລະ ອະດີດປະທານສູນກາງແນວລາວສ້າງຊາດ.” ໄດ້ແມ່ມໍລະນະກຳແລ້ວ ໃນວັນທີ 12 ພຶດສະພາ 2020
ປະຫວັດໂດຍຫຍໍ້:
ທ່ານ ສີສະຫວາດ ແກ້ວບຸນພັນ ເກີດເມື່ອວັນທີ 01 ພຶດສະພາ 1928 ທີ່ບ້ານຫ້ວຍກະລືນ, ເມືອງຊຳເໜືອ, ແຂວງຫົວພັນ.
– ປີ 1975-1991: ເປັນລັດຖະມົນຕີປະຈໍາສໍານັກງານນາຍົກລັດຖະມົນຕີ ເປັນລັດຖະມົນຕີກະຊວງພາຍໃນ ເປັນປະທານປົກຄອງນະຄອນຫຼວງວຽງຈັນ.
– ປີ 1991-1996: ເປັນລັດຖະມົນຕີກະຊວງກະສິກໍາປ່າໄມ້.
-ປີ 1996-1998: ເປັນຮອງປະທານປະເທດ ແຫ່ງ ສປປ ລາວ.
– ປີ 1998-2001 ເປັນນາຍົກລັດຖະມົນຕີ ແຫ່ງ ສປປ ລາວ.
– ປີ 2001-2011: ເປັນປະທານສູນກາງແນວລາວສ້າງຊາດ.
– ປີ 2011: ອອກພັກຜ່ອນຮັບເບ້ຍບໍານານ.
ຂໍໄວ້ອາໄລກັບການຈາກໄປແບບບໍ່ຫວນກັບຂອງທ່ານພົນເອກ ສີສະຫວາດ ແກ້ວບຸນພັນ ອາດິດປະທານສູນກາງແນວລາວສ້າງຊາດ ຢ່າງສຸດຊຶ້ງ