ຮຽກວ່າ ກາຍເປັນອີກຫນຶ່ງປະເດັນທີ່ຄົນພາກັນຊື່ນຊອບກັນຢ່າງຫລວງຫລາຍເລີຍທີດຽວ ສຳລັບປະເດັນຂອງຊຸບຕາຢ່າງສາວອັ້ມ ພັຊລາພາ ໄຊເຊື້ອ ທີ່ໄດ້ອອກມາຕອກກັບຊາວເນັດຫລັງໂຜ່ຄອມເມນບອກວ່າສາວອັ້ມບໍ່ຊ່ວຍບໍລິຈາກເງິນຊ່ວຍໂຄວິດ-19
ໂດຍໃນງານນີ້ຊາວເນັດລາຍນັ້ນກໍ່ໄດ້ໂຜ່ເຂົ້າຄອມເມນໃຕ້ພາບຂອງສາວອັ້ມ ທີ່ລາວນັ້ນອອກມາລົງພາບລີວິວຮ້ານອາຫານສົ່ງມາໃຫ້ລາວລົງໃນໄອຈີນັ້ນເອງ ໂດນຊາວເນັດລາຍນັ້ນກໍ່ໂຜ່ເຂົ້າຄອມເມນວ່າ “ສາວອັ້ມ ເປັນຫຍັງເຮັດເສີຍ ບໍ່ຊ່ວຍບໍລິຈາກຊ່ວຍ ຫມໍພະຍາບານແດ່ ບຸກຄະລາກອນທາງການແພດລຳບາກກັນຫລາຍ ເປັນຄົນງາມໃຈດຳຫລາຍແທ້ນໍ…
ເມື່ອສາວອັ້ມເຫັນດັ່ງນັ້ນກໍ່ບໍ່ລໍຊ້າຮີບຄອມເມນຕອບກັບໄປວ່າ “ອັ້ມຊ່ວຍໄປຫລາຍຄັ້ງແລ້ວເດີ ຖ້າຢາກເຫັນສະລິບສາມາດສົ່ງໃຫ້ເບິ່ງສ່ວນຕົວໄດ້ເດີ ແລະເຈົ້າກໍ່ບໍ່ຄວນຂຽນຢ່າງນີ້ກັບໃຜ ຢູ່ເສີຍໆຈະດີກວ່າບໍ່ ຖ້າເຈົ້າຢາກຈະຊ່ວຍແທ້ ເຈົ້າກໍ່ຊ່ວຍໄປໂລດແລະຖ້າເຈົ້າຊ່ວຍແລ້ວກໍ່ຕ້ອງຂໍອະນຸໂມທະນາສາທຸນຳເດີ