ອຸ​ທາ​​ຫອນ ໜຸ່ມ​ໂສດຫຼິ້ນ​ເກມ ນອນ​ກຳ​ມື​ຖືດັບ​ຄາ​ຫ້ອງນອນ

ອຸ​ທາ​​ຫອນ ໜຸ່ມ​ໂສດຫຼິ້ນ​ເກມ ນອນ​ກຳ​ມື​ຖືດັບ​ຄາ​ຫ້ອງນອນ

​ເວ​ລາ 14: 00 30 ເມ​ສາ ປະ​ເທດ​ໄທ​ຈັງ​ຫວັດ​ນ່ານ ໄດ້​ມີ​ແຈ້ງ​ເຖິງ​ສູນ​ວິ​ທະ​ຍຸ​ວ່າ ພົບ​ສົບ​ຊາຍນອນ​ເສຍ​ຊີ​ວິດ​ໃນ​ຫໍ​ພັກ

ເປັນ​ຊາຍ​ອາ​ຍຸ 32 ນອນ​ເສຍ​ຊີ​ວິດ​ຢູ່​ຫ້ອງນອນ ໂດຍ​ມື​ຊ້າຍ ແລະ ຂວາ​ຈັບ​ມື​ຖື​ຢູ່​ບໍ​ລິ​ເວນ​ໜ້າ​ທ້ອງ ໂດຍ​ມີ​ສາຍ​ສາກ​ປັກ​ໄ​ຟ​ທີ່​ສຽບ​ປັກ​ຂ້າງ​ບ່ອນນອນ

​ພາຍ​ໃນ​ຫ້ອງກວດ​ເບິ່ງ​ບໍ່​ພົບ​ຮ່ອງ​ຮອຍ​ການ​ຕໍ່​ສູ້​ໃດໆ ມີ​ແຕ່​ມື​ທັງ​ສອງ​ມີ​ຮອຍ​ໄໝ້ ສັນ​ນິ​ຖານ​ວ່າ​ເຫດ​ມາ​ຈາກ​ສາຍ​ສາກ​ຮົ່ວ ເຮັດ​ໃຫ້​ກະ​ແສ​ໄຟ​ລັດ​ວົງ​ຈອນ​ຊ໊ອດ​ດັບ ຂະ​ນະ​ທີ່ຫຼິ້ນ​ເກມ​ຢູ່ ແລະ​ເສຍ​ຊີ​ວິດ​ບໍ່​ຕ່ຳ​ກວ່າ 2 ມື້​ມາ​ແລ້ວ

ກວດ​ສອບ​ອີກ​ຜູ້​ຕາຍ​ບໍ່​ມີ​ຄອບ​ຄົວ, ບໍ່​ມີ​ບັນ​ຫາ​ຫຍັງ ແຕ່​ເປັນ​ຄົນ​ຕິດ​ເກ​ມ​ ມັກຫຼິ້ນອອນ​ລາຍ​ຜ່ານ​ມື​ຖື

ຝາກ​ໄວ້​ເປັນ​ອຸ​ທາ​ຫອນ​ສຳ​ລັບ​ໃຜ​ທີ່​ມັກຫຼິ້ນ​ເກມ ຫຼື ແມ້​ແຕ່ຫຼິ້ນ​ໂທ​ລະ​ສັບ​ຂະ​ນະ​ທີ່​ສາກ​ໂທ​ລະ​ສັບ​ວ່າ ຫ້າມ​ເຮັດ​ແບບ​ນັ້ນ ເພາະ​ມີຫຼາຍໆ​ຄັ້ງ​ທີ່​ມີ​ຂ່າວ​ບໍ່​ດີ​ແບບ​ນີ້ ກ່ຽວ​ກັບ​ການ​ສາກ​ໂທ​ລະ​ສັບ ແລະ ຫຼິ້ນ​ໄປ​ພ້ອມ

ສະ​ນັ້ນ​ຝາກ​ໄວ້​ເດີ້ ເປັນ​ຫ່ວງ ຢ່າ​ເຮັດ​ແບບ​ນີ້ ແລະ ບໍ່​ຕ້ອງນອນ​ໃກ້​ປັກ​ສຽບ​ພ້​ອມ ດຽວນອນ​ໄປ​ມື​ໄປ​ຊູນ​ເອົາ

ສາລະໜ້າຮູ້