ພົບສົບພຸ່ງເກືອບຮ້ອຍຄົນ – ວັນທີ່ 23 ພ.ຄ. ບີບີຊີ ລາຍງານຄຳບອກເລົ່າຂອງຫນຶ່ງໃນຜູ້ໂດຍສານລອດຊີວິດຈາກເຫດເຄື່ອງບິນໂດຍສານແອບັດ ເອ 320 ສາຍການບິນ ປາກີສຖານ ອິນເຕີເນຊັນແນລ ແອໄລ ເທີ່ຢວບິນ 8303 ບັນທຸກຜູ້ໂດຍສານແລະລູກເຮືອ 98 ຊີວິດ ຕົກໃສ່ຊຸມຊົນທີ່ຢູ່ອາໄສ ນະຄອນກາຣາຈີ ຂະນະທີ່ຈ່ຳນວນຜູ້ເຄາະຮ້າຍເພິ່ມເປັນເກືອບຮ້ອຍຄົນແລ້ວ
ທ່ານມູອັມຫມັດ ຊູໄບ ຫນຶ່ງໃນສອງຜູ້ໂດຍສານທີ່ແຄ້ວຄາດ ໄດ້ຮັບບາດເຈັບບໍ່ຫລາຍເລົ່າວ່າ ເຄື່ອງບິນພະຍາຍາມລົງຈອດ 1 ຄັ້ງ ແລະຕົກກະແທກພື້ນດິນ 10-15 ນາທີຫລັງຈາກນັ້ນ ບໍ່ມີໃຜຕະຫນັກວ່າ ເຄື່ອງບິນຈະຕົກ ທຸກຄົນນັ່ງເຄື່ອງບິນທີ່ເດີນທາງຢ່າງລາບລຶ່ນ ຫລັງເຄື່ອງບິນຕົກ ທ່ານຊູໄບຫມົດສະຕິລົງໄປ ກ່ອນຈະໄດ້ຍິນສຽງທັ້ງເດັກແລະຜູ້ໃຫຍ່ກຣີດຮ້ອງໄປທົ່ວ ເປວໄຟເຜົາໄຫມ້ທຸກສິ່ງທຸກຢ່າງ ຈົນເບິ່ງບໍ່ເຫັນຜູ້ຄົນເລີຍ “ຂ້ອຍປົດເຂັມຂັດນິລະໄພແລະເຫັນແສງສວ່າງ ຈຶ່ງຍ່າງໄປຕົງນັ້ນ ແລ້ວກະໂດດລົງໄປມາຈາກຄວາມສູງປະມານ 3 ເມດ ຢ່າງປອດໄພ ທ່ານຊູໄບກ່າວບໍ່ພຽງທ່ານຊູໄບ ຜູ້ໂດຍສານທີ່ລອດຊີວິດອີກຄົນຄື ທ່ານຊາຟາດ ມາຊູດ ປະທານທະນາຄານປັນຈາບ ທັ້ງຄູ່ນັ່ງຢູ່ດ້ານຫນ້າຂອງເຄື່ອງບິນ ນອກຈາກນີ້ ມີລາຍງານປາຕິຫານຂອງທາລົກຜູ້ລອດຊີວິດທີ່ໄດ້ຮັບການຊ່ວຍເຫລືອອອກມາຈາກບ້ານເຮືອນທີ່ຖືກເຄື່ອງບິນຕົກໃສ່
ສຳລັບທ້ຽວບິນ 8303 ເດີນທາງຈາກນະຄອນລາອອນ ແຄວ້ນປັນຈາບ ພະຍາຍາມລົງຈອດທີ່ທ່າອາກາດສະຍານນານາຊາດຈີນນານ ປະມານ 14.30 ນ. ກ່ອນຈະເກີດໂສກນາຕກຳ ມີຜູ້ໂດຍສານ 91 ຄົນ ລູກເຮືອ 8 ຄົນ ສ່ວນໃຫຍ່ເປັນຄອບຄົວທີ່ເດີນທາງກັບບ້ານ ເພື່ອສະເລິມສະລອງວັນຕຣຸສອີດ ຫລັງສິ້ນສຸດການຖືສີນອົດໃນເດືອນລອມດອນ ທາງການຢືນຢັນຜູ້ເສຍຊີວິດເພິ່ມເປັນຢ່າງນ້ອຢ 97 ຄົນ ລະບຸອັຕລັກໄດ້ແລ້ວ 19ຄົນ ແຕ່ຍັງບໍ່ລະບຸແນ່ຊັດເຖິງຈ່ຳນວນຜູ້ໂດຍສານແລະຜູ້ຢູ່ອາໄສໃນຊຸມຊົນ ດ້ານ ທ່ານຣັຖມົນຕີອິລານ ຂ່ານ ໃຫ້ຄຳມັ່ນຈະສອບສວນທັນທີ ຊຶ່ງມີການຕັ້ງຄະນະກຳມະການ ແລະພະນັກງານສອບສວນຈະກູ້ກ່ອງດຳເພື່ອຊ່ວຍລະບຸສາເຫດໂສກນາຕກຳ ສ່ວນສາເຫດຍັງບໍ່ຊາບແນ່ຊັດ ແຕ່ເຈົ້າຫນ້າທີ່ສຳນັກງານການບິນພົລະເຮືອນປາກີສຖານບອກວ່າ ເຄື່ອງບິນອາດບໍ່ສາມາດຖານລໍ້ເພື່ອລົງຈອດໄດ້ ຂະນະທີ່ສື່ສັງຄົມອອນໄລເຜີຍແພ່ພາບຖ່າຍທີ່ເກິດເຫດເປັນຮອຍໄຫມ້ກ້ຽງຂ້າງໃຕ້ເຄື່ອງຍົນທັ້ງສອງຂ້າງ ແລະເບິ່ງບໍ່ເຫັນຖານລໍ້ເຄື່ອງບິນ
ດ້ານປາກີສຖານ ອິນເຕີເນຊັນແນວ ແອໄລຊີ້ແຈງວ່າ ເຄື່ອງບິນລຳດັງກ່າວໃຊ້ງານຕັ້ງແຕ່ປີ 2557 ແລະຜ່ານການກວດສອບຄວາມເຫມາະສົມການເດີນອາກາດປະຈຳປີເມື່ອເດືອນພຶດສະຈິກາປີທີ່ແລ້ວ ໂສກນາດຕະກຳເຄື່ອງບິນຕົກຄັ້ງລ່າສຸດເກີດຂຶ້ນບໍ່ຈັກມື້ຫລັງປາກີສຖານອະນຸຍາດໃຫ້ສາຍການບິນກັບມາໃຫ້ບໍລິການທ້ຽວບິນພາຍໃນປະເທດອີກຄັ້ງຫລັງປົດລັອກດາວໂລກລະບາດຈາກໄວຣັສໂຄໂຣນາສາຍພັນໃຫມ່