ເຫດຜົນການປັບຄ່າໄຟແພງໆເພາະເຫດນີ້ ຖ້າອ່ານແລ້ວຈື່ງຈະໄດ້ເຂົ້າໃຈ

ເຫດຜົນການປັບຄ່າໄຟແພງໆເພາະເຫດນີ້ ຖ້າອ່ານແລ້ວຈື່ງຈະໄດ້ເຂົ້າໃຈ

ເຫດຜົນການປັບຄ່າໄຟແພງໆເພາະເຫດນີ້ ຖ້າອ່ານແລ້ວຈື່ງຈະໄດ້ເຂົ້າໃຈ

ມັນເປັນເລື່ອງລາວຕໍ່ເນື່ອງມາຍາວ ກ່ຽວກັບລາຄາກະແສໄຟຟ້າ ສືບເນື່ອງຈາກເດືອນເມສາທີ່ປະເທດເຮົາປະກາດລັອກດາວ ປະຊາຊົນທຸກຄົນຢູ່ເຮືອນ ໃຊ້ໄຟໃຊ້ແອພັດລົມ ແຕ່ງຢູ່ຄົວກິນກໍ່ເຮັດໃຫ້ລາຄາໄຟສູງຂຶ້ນຜິດປົກກະຕິມາຕໍ່ໃສ່ເດືອນພຶດສະພາທີ່ປະຕິບັດລາຄາໄຟຟ້າປັບໃໝ່ສຳລັບປີ 2020 ຍິ່ງສົ່ງຜົນໃຫ້ຄົນທົ່ວປະເທດຮ້ອງໂອ້ຍໆທົ່ວໜ້າ ຈົນລັດຖະບານຕ້ອງມີທິດຊີ້ນຳໃຫ້ປັບປຸງຄືນໃໝ່.

ແນວໃດກໍ່ຕາມເລື່ອງຂອງເລື່ອງກໍ່ຂ້ອນຂ້າງຊັບຊ້ອນ ຍ້ອນວ່າຝ່າຍໄຟຟ້າເອງກໍ່ຄິດໄລ່ຕາມວິຊາການຂອງຕົນເອງແລະຝ່າຍຜູ້ຊົມໃຊ້ເອງກໍ່ບໍ່ເຂົ້າໃຈໃນກົນໄກຂອງຕົ້ນທຶນມີຫຼາຍໜ້ອຍພຽງໃດ ນັ້ນເປັນສາເຫດໃຫ້ມີສຽງສະທ້ອນກັບມາຫຼາຍຈາກຜູ້ຊົມໃຊ້ທີ່ເປັນຄົນສ່ວນຫຼາຍ ແຕ່ທັ້ງນີ້ ຕາມການອະທິບາຍຂອງພາກສ່ວນກ່ຽວຂ້ອງແມ່ນທີ່ຜ່ານມາປະເທດເຮົາຍັງມີການເກື້ອກູນຫຼາຍ ເຮັດໃຫ້ໄຟຟ້າບໍ່ກຸ້ມທຶນຈິ່ງຕ້ອງມີການປັບໃໝ່ ແລະຄ່ອຍໆຫຼຸດຮູບແບບການເກື້ອກູນລົງເທື່ອລະໜ້ອຍ.

ຕາມແຫຼ່ງຂ່າວຈາກ ສຳນັກຂ່າວສານປະເທດລາວໃຫ້ຮູ້ວ່າ ທ່ານ ຄໍາມະນີ ອິນທິລາດ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ໃຫ້ຮູ້ໃນໂອກາດຮ່ວມຖະແຫລງຂ່າວ ກ່ຽວກັບການປະຕິບັດນະໂຍບາຍລາຄາໄຟຟ້າ ໃນໄລຍະປ້ອງກັນຄວບຄຸມ ແລະ ແກ້ໄຂການລະບາດ ຂອງພະຍາດ ໂຄວິດ-19 ເມື່ອບໍ່ດົນນີ້ວ່າການປັບປຸງໂຄງສ້າງລາຄາໄຟຟ້າສະບັບໃໝ່ນີ້ ແມ່ນອີງໃສ່ 3 ຈຸດປະສົງໃຫຍ່ຄືຢາກໃຫ້ປະຊາຊົນລາວ ເຮັດການຜະລິດເປັນສິນຄ້າເພີ້ມຂຶ້ນ ເປັນຕົ້ນລະດັບຈຸນລະພາກຂະໜາດນ້ອຍ ຫລື ເປັນອຸດສາຫະກໍາປຸງແຕ່ງປະເພດຕ່າງໆໃຫ້ມີການນໍາໃຊ້ສິນຄ້າພາຍໃນປະ ເທດໃຫ້ຫລາຍຂຶ້ນຫລຸດຜ່ອນການສົ່ງອອກ ວັດຖຸດິບທີ່ບໍ່ຮັບການປຸງແຕ່ງ ເພື່ອໃຫ້ເກີດມູນຄ່າເພີ່ມເປັນຫລາຍເທົ່າໃນນັ້ນ ພະລັງງານໄຟຟ້າກໍ ແມ່ນສິນຄ້າພາຍໃນອັນໜຶ່ງໃຫ້ໄຟຟ້າລາວ ຍັງສາມາດສືບຕໍ່ດໍາເນີນທຸລະກິດ ມີຜົນກໍາໄລຮັບປະກັນການສະໜອງໄຟຟ້າດ້ວຍຄຸນນະພາບ.

ສໍາລັບການປັບລາຄາໄຟຟ້າສອງລະດັບທີ່ສັງຄົມສະເໜີໃຫ້ຄົ້ນຄວ້າໃໝ່ນັ້ນແມ່ນແນໃສ່ 4 ເປົ້າໝາຍຫຼັກຄື ໃຫ້ແຕ່ລະຄອບຄົວສາມາດເຂົ້າເຖິງພະລັງງານໄຟຟ້າ ໃຫ້ໄດ້ຕະຫລອດ 24 ຊົ່ວໂມງ ເຊິ່ງເປັນປັດໃຈສໍາຄັນໃນການລຶບລ້າງຄວາມທຸກຍາກໃຫ້ຮັກສານະໂຍບາຍເກື້ອກູນສໍາລັບຜູ້ທີ່ໃຊ້ໄຟໜ້ອຍສົ່ງເສີມການລົງທຶນຕ່າງປະເທດເຂົ້າໃສ່ຂະແໜງປຸງແຕ່ງອຸດສາຫະກໍາ ໂດຍເອົາພະລັງງານໄຟຟ້າເປັນສິ່ງດຶງດູດ ກະຕຸ້ນການສ້າງວຽກເຮັດງານທໍາໃຫ້ກັບແຮງງານລາວ ແລະ ສົ່ງເສີມການຜະລິດກະສິກໍາຄໍ້າປະກັນສະບຽງອາຫານ ເຊິ່ງຈະໄດ້ຮັບການສົ່ງເສີມດ້ານລາຄາໄຟຟ້າທີ່ຕໍ່າ.

ສະນັ້ນ ໂຄງສ້າງລາຄາແບບໃໝ່ ຈຶ່ງບໍ່ນໍາໃຊ້ການຄິດໄລ່ທີ່ເກື້ອກູນ ແຕ່ຄິດໄລ່ແບບ ລາຄາດຽວ ໝາຍວ່າພະລັງງານຕົກຢູ່ໃນຂັ້ນລາຄາໃດກໍ່ຄູນໃຫ້ລາຄານັ້ນເລີຍເປັນການລິເລີ່ມເພຶ່ອ ລຶບລ້າງການເກື້ອກູນເທື່ອລະກ້າວພ້ອມທັງເປັນການສົ່ງເສີມຊຸກຍູ້ໃຫ້ປະຊາຊົນພະນັກງານຫັນມາ ເຮັດການຜະລິດແບບຄອບຄົວຫລາຍຂຶ້ນວິທີນີ້ຈະສະດວກ ແລະ ຊັດເຈນ ໃຫ້ແກ່ການປັບປຸງລາຄາ ໃນອະນາຄົດ ໃຫ້ຂຶ້ນລົງຄືກັບການກໍານົດການຂຶ້ນລົງຂອງລາຄານໍ້າມັນເຊື້ອໄຟ ແລະ ສອດຄ່ອງກັບ ສະພາບເສດຖະກິດຕະຫລາດ ຫລື ຕາມການຜະລິດແບບລະດູແລ້ງ ແລະລະດູຝົນຂອງບັນດາເຂື່ອນໄຟຟ້າ.

ສາລະໜ້າຮູ້