ຫວຽດນາມ ຈະອົບພະຍົບປະຊາຊົນເກືອບ 1 ແສນຊີວິດອອກດານັງ ກັນການຕິດເຊື້ອໂຄວິດ-19 ເປັນວົງກວ້າງ

ຫວຽດນາມ ຈະອົບພະຍົບປະຊາຊົນເກືອບ 1 ແສນຊີວິດອອກດານັງ ກັນການຕິດເຊື້ອໂຄວິດ-19 ເປັນວົງກວ້າງ

ຫວຽດນາມ ຈະອົບພະຍົບປະຊາຊົນເກືອບ 1 ແສນຊີວິດອອກດານັງ ກັນການຕິດເຊື້ອໂຄວິດ-19 ເປັນວົງກວ້າງ
ລັດຖະບານຫວຽດນາມ ປະກາດມື້ນີ້ຈະປະຊາຊົນ 80 ພັນກວ່າຄົນ ອອກຈາກຕົວເມືອງດານັງ ເມືອງທ່ອງທ່ຽວຍອດນິຍົມທາງພາກກາງຂອງປະເທດ ຫຼັງພົບຜູ້ຕິດເຊື້ອໂຄວິດ-19 ຈໍານວນ 4ຄົນ ໃນຊ່ວງທ້າຍອາທິດທີ່ຜ່ານມາ.

ເມືອງດານັງຢືນຢັນພົບຜູ້ປ່ວຍຕິດເຊື້ອໂຄວິດ-19 ລາຍທໍາອິດເມື່ອວັນເສົາທີ່ຜ່ານມາ ຫຼັງປະກາດປອດເຊື້ອຕັ້ງແກຕ່ເດືອນເມສາ ແລະ ພົບຜູ້ປ່ວຍອີກ 3 ຄົນຢູ່ໃນເມືອງດານັງ ຫຼື ຮອບນອກໃນວັນອາທິດ ເຮັດໃຫ້ຈໍານວນຜູ້ຕິດເຊື້ອໃນປະເທດເພີ່ມເປັນ 420 ຄົນ ເຊິ່ງ 276 ຄົນເປັນຜູ້ເດີນທາງກັບຈາກຕ່າງປະເທດ ແຕ່ຍັງບໍ່ມີຜູ້ເສຍຊີວິດ.

ລັດຖະບານຫວຽດນາມລະບຸວ່າ: ຈະໃຊ້ເວລາຢ່າງໜ້ອຍ 4 ວັນ ໃນການອົບພະຍົບປະຊາຊົນກວ່າ 80 ພັນຄົນ ເຊິ່ງສ່ວນຫຼ!ຍເປັນນັກທ່ອງທ່ຽວຄົນຫວຽດນາມອອກຈາກເມືອງດານັງ ດ້ວຍຖ້ຽວບິນພາຍໃນປະເທດປະມານ 100 ຖ້ຽວ ໄປຍັງເມືອງອື່ນໆ 11 ແຫ່ງ ເພື່ອເລັ່ງຄວບຄຸມການລະບາດພາຍໃນປະເທດອີກຄັ້ງໃນຮອບ 100ວັນ.

ປັດຈຸບັນຫວຽດນາມ ຍັງບໍ່ຕ້ອງຮັບນັກທ່ອງລທ່ຽວຕ່າງປະເທດ ແຕ່ມີການເດີນທາງທ່ອງທ່ຽ%ຂອງປະຊາຊົນພາຍໃນປະເທດເພີ່ມຫຼາຍຂຶ້ນ ເນື່ອງຈາກ ໄດ້ຮັບສ່ວນຫຼຸດລາຄາປີ້ໂດຍສານຍົນ ແລະ ລາຄາຫ້ອງພັກ ແຕ່ກະຊວງສາທາລະນະສຸກ ກໍານົດໃຫ້ຜູ້ທີ່ເດີນທາງຈາກເມືອງດານັງໄປຍັງພື້ນທີ່ອື່ນໆທົ່ວປະເທດຈະຕ້ອງເຂົ້າຮັບການກັກຕົວທີ່ເຮືອນ 14 ວັນ ເພື່ອປ້ອງກັນການແຜ່ລະບາດເປັນວົງກ້ວາງ.

ສາລະໜ້າຮູ້