ຮືຮາ ເມື່ອແມ່ລູກປະກາດກຽມຕ້ອນຮັບລູກຄົນທີ່ 16 ຢ່າງອົບອຸ່ນ ຫລັງພົບຕົນເອງກຳລັງຖືພາລູກຄົນລ່າສຸດນີ້ ແຖມຫາກໍ່ເກີດລູກຄົນທີ່ 15 ໄປພຽງ 4 ເດືອນເທົ່ານັ້ນ
ແພດຕີ້ ເອີນັນເດ ແມ່ໄວ 38 ປີ ແລະ ສາມີຂອງລາວ ຄາລອດ ໄວ 37 ປີ ອາໃສຢູ່ກັບບັນດາລູກນ້ອຍເປັນຄອບຄົວໃຫຍ່ນັບ 10 ກວ່າຊີວິດ ໃນບ້ານຫລັງໃຫຍ່ດ້ວຍຫ້ອງນອນກວ່າ 10 ຫ້ອງ ທີ່ສະຫະລັດອາເມລິກາ ໂດຍທັງສອງມີລູກນ້ອຍທັງຫມົດ 15 ຄົນ ແບ່ງເປັນລູກຊາຍ 5 ຄົນ ລູກສາວ 10 ຄົນ ຫນື່ງໃນນັ້ນເປັນຝາແຝດໄປແລ້ວ 3 ຄູ່ ນັບເປັນຄອບຄົວໃຫຍ່ຢ່າງແທ້ຈີງ
ແພດຕີ້ເລົ່າວ່າໃນແຕ່ລະອາທິດ ຄອບຄົວລາວຈະມີຄ່າໃຊ້ຈ່າຍເລື່ອງອາຫານການກີນ ຢູ່ທີ່ອາທິດລະ 500$ ທີ່ພິເສດຄືເດັກໆທຸກຄົນຈະຕັ້ງຊື່ໂດຍມີຕັວອັກສອນ “C” ຢູ່ທຸກຄົນເພື່ອໃຫ້ກ່ຽວກັບຜູ້ເປັນພໍ່ທີ່ເຮັດວຽກຢ່າງຫນັກ ເປັນພະນັກງານເຮັດຄວາມສະອາດເພື່ອຫາເງິນມາລ້ຽງຄອບຄົວ ເຄີງຈະເປັນວຽກທີ່ຫນັກຫນາໃນການລ້ຽງດູລູກນ້ອຍທັງ 15 ຊີວິດລວມອີກ 1 ຊີວິດ
ລາວເລົ່າຕໍ່ອີກວ່າລູກໆທັງຫມົດຂອງລາວນີ້ຕັ້ງເກີດເເບບທຳມະດາ ເພາະລາວຖືວ່າໃຫ້ເປັນວຽກຂອງພະຜູ້ເປັນເຈົ້າທີ່ຈະມອບເດັກ ມອບຊີວິດໃຫ້ນັ້ນເຮັດໃຫ້ເກືອບ 10ປີ ທີ່ຜ່ານມາລາວເກືອບບໍ່ໄດ້ເຮັດຫຍັງເລີຍນອກຈາກເກີດລູກ ເພາະເຊື່ອວ່າມັນເປັນພະປະສົງຂອງພະຜູ້ເປັນເຈົ້າ ແລະ ເຮັດໃຫ້ຄຳຖາມທີ່ຕາມມາອີກວ່າ ຫລັງຈາກນີ້ຈະມີລູກອີກຫລືບໍ່? ລາວຈື່ງຕອບມາວ່າ ຖ້າຫາກເປັນພະປະສົງຂອງພະຜູ້ເປັນເຈົ້າ ຕົນແລະສາມີກໍ່ບໍ່ຂັດຂ້ອງ ເຖີງຈະຫາເກີດລູກຄົນລ່າສຸດໄປໄດ້ 4 ເດືອນ ແລ້ວຍັງມາກວດພົບວ່າກຳລັງຕັ້ງທ້ອງເພີ່ມອີກ