ປຸ້ນຄຳໝູ່ 5 ບາດ ໃຊ້ພ້າຟັນຫຍິບ 60 ເຂັມ ສານຕັດສິນ 8 ປີ

ປຸ້ນຄຳໝູ່ 5 ບາດ ໃຊ້ພ້າຟັນຫຍິບ 60 ເຂັມ ສານຕັດສິນ 8 ປີ

ນາງ ອ່ອນຈັນ ຫຼື ກຸ້ງ ອາຍຸ 29 ປີຢູ່ບ້ານໜອງໜ່ຽງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນກໍ່ເຫດປຸ້ນຄໍາ 5 ບາດ ຂອງໝູ່ທີ່ນັ່ງດື່ມເຫຼົ້ານຳກັນ ເຮັດໃຫ້ເຈົ້າຂອງຊັບ 2 ຄົນ ບາດເຈັບສາຫັດຫຍິບບາດແຜລວມ 60 ເຂັມ. ໃນວັນທີ 20 ສິງຫາ 2020, ສານໄດ້ພິຈາລະນາຕັດສິນຜູ້ກ່ຽວ ຈຳຄຸກ 8 ປີ ປັບໃໝ 10.000.000 ກີບ ໃນສະຖານປຸ້ນຊັບພົນລະເມືອງ.

ຜູ້ເສຍຫາຍຄະດີດັ່ງກ່າວ ຊື່ ນາງ ລັດດາວອນ ຫຼື ແມ້ວ ອາຍຸ 32 ປີ ຢູ່ບ້ານໜອງໜ່ຽງ ແລະ ນາງ ຈັນສະໝອນ ຫຼື ລີ້ ອາຍຸ 26 ປີ ຢູ່ບ້ານຮ່ອງສຸພາບ ເມືອງໄຊເສດຖາ ນະຄອນຫຼວງວຽງ ຈັນ, ທັງສອງໃຫ້ການໃນຫ້ອງປະຊຸມສານວ່າ: ໃນມື້ເກີດເຫດ, ວັນທີ 20 ກັນຍາ 2019 ເວ ລາປະມານ 15:00 ໂມງ, ນາງ ອ່ອນຈັນ ຫຼື ກຸ້ງ (ຈຳເລີຍ) ໄດ້ມາດື່ມສຸລາຢູ່ຫ້ອງເຊົ່າຂອງ ພວກກ່ຽວຢູ່ບ້ານໜອງໜ່ຽງ. ພາຍຫຼັງທີ່ເຊົ່າດື່ມແລ້ວ, ຈໍາເລີຍໄດ້ກັບເມື່ອເຮືອນ. ຮອດເວລາປະມານ 2:00 ໂມງ ຂອງວັນທີ 21 ກັນຍາ, ຈຳເລີຍ ໄດ້ລັກເຂົ້າມາຫ້ອງເຊົ່າ ໂດຍໃສ່ເສື້ອ ຍາວ ແລະ ໂສ້ງຍາວໃສ່ໝວກກັນກະທົບລັກ ເອົາກະເປົ່າເງິນທີ່ມີເງິນຈຳນວນ 350.000 ກີບ ແລ້ວເອົາດ້າມພ້າພາດໃສ່ ນາງ ຈັນສະໝອນ 1 ບາດ ພ້ອມຂົ່ມຂູ່ໃຫ້ປົດສາຍແຂນຄຳ ທີ່ ນາງ ລັດດາພອນ ໃສ່ຢູ່ໃຫ້ຈຳເລີຍ ແຕ່ທັງສອງບໍ່ຍອມປົດໃຫ້. ພວກກ່ຽວໄດ້ຕໍ່ສູ້ກັນ; ຈຳເລີຍ ໄດ້ເອົາພ້າຟັນທັງສອງຄົນຫຼາຍບາດ ຈົນໄດ້ຮັບບາດເຈັບສາຫັດ ໂດຍ ນາງ ຈັນສະໝອນ ຖືກຫຍິບ 50 ເຂັມ ແລະ ນາງ ລັດດາພອນ ເຂັມ 10 ເຂັມ.

ພາຍຫຼັງກໍ່ເຫດພຽງ 3 ຊົ່ວໂມງ, ຈໍາເລີຍກໍ ຖືກເຈົ້າໜ້າທີ່ກັກຕົວມາສອບສວນ ໂດຍໄດ້ຮັບສາ ລະພາບວ່າ: ໄດ້ລົງມືກໍ່ເຫດປຸ້ນຊັບແທ້. ໃນມື້ກໍເຫດໄດ້ໄປດື່ມສຸລາຢູ່ຫ້ອງຂອງຜູ້ເສຍຫາຍ ເພາະວ່າເປັນໝູ່ກັນ.ໃນເວລາດື່ມສຸລານັ້ນ, ໄດ້ສັງເກດເຫັນ ນາງ ລັດດາວອນ ໃສ່ສາຍແຂນ ຄໍາ 5 ບາດ; ຈຶ່ງມີແນວຄິດຍາກປຸ້ນເອົາ, ເມື່ອມີ ແນວຄິດຍາກປຸ້ນ, ຈຶ່ງໄດ້ໄປໄຂລັອກປະຕູປ່ອງຢ້ຽມປະໄວ້ແລ້ວກັບເມືອເຮືອນທີ່ຫ່າງຈາກ ຫ້ອງເຊົ່າຂອງ ນາງ ລັດດາພອນ ປະມານ 200 ແມັດ. ຮອດເວລາ 2:00 ໂມງ ຂອງຄໍ່າຄືນດຽວ ກັນ, ຈຶ່ງໄດ້ກັບມາຫ້ອງເຊົ່າດັ່ງກ່າວອີກຄັ້ງ ໂດຍ ນຸ່ງໂສ້ງຍີນ ແລະ ເສື້ອຍືນແຂນຍາວ, ໃສ່ໝວກ ກັນກະທົບສີຂາວປິດບັງໃບໜ້າ ແລະ ງັດເຂົ້າທາງປະຕູປ່ອງຢ້ຽມທີ່ໄດ້ປົດລັອກໄວ້ກ່ອນໜ້ານັ້ນ. ເມື່ອເຂົ້າໄປໃນຫ້ອງ ເຫັນທັງສອງຄົນນອນຫຼັບຢູ່; ໄດ້ລັກເອົາກະເປົາເງິນສີດໍາວາງຢູ່ຫົວບ່ອນນອນ ແລ້ວເອົາດ້າມພ້າຕີໃສ່ຄໍ ນາງ ຈັນ ສະໝອນ 1 ບາດ ຫວັງໃຫ້ສະຫຼົບ ແຕ່ບໍ່ສະຫຼົບ. ຈາກນັ້ນ, ເຈົ້າຂອງຫ້ອງທັງສອງຮູ້ເມື່ອຂຶ້ນ ແລະ ຈຳເລີຍໄດ້ຂົ່ມຂູ່ໃຫ້ປົດສາຍແຂນໃຫ້ຈຳເລີຍ. ທັງສອງບໍ່ຍອມ ແລະ ໄດ້ຕໍ່ສູ້ກັນ ໂດຍຈໍາ ເລີຍ ໄດ້ເອົາພ້າຟັນທັງສອງຄົນ ຈຳນວນຫຼາຍບາດ. ເມື່ອເຫັນວ່າທັງສອງໄດ້ຮັບບາດເຈັບສາ ຫັດ ຈຶ່ງຫຼົບໜີ. ຮອດເວລາປະມານ 5:00 ໂມງ ຂອງວັນດຽວກັນ, ກໍຖືກເຈົ້າໜ້າທີ່ກັກຕົວມາດໍາເນີນຄະດີ.

ຜ່ານການຄົ້ນຄວ້າບັນດາຂໍ້ມູນຫຼັກຖານ ແລະ ເອກະສານຕ່າງໆໃນສໍານວນຄະດີຢ່າງລະອຽດຄົບຖ້ວນ, ຮອບດ້ານ ແລະ ພາວະວິໄສ ແລ້ວມີຫຼັກຖານຮັດກຸມທີ່ໜັກແໜ້ນ ແລະ ພຽງພໍ ໃນການຢັ້ງຢືນວ່າ ນາງ ອ່ອນຈັນ ໄດ້ກະທໍາຜິດຕໍ່ປະມວນກົດໝາຍອາຍາທີ່ແຕະຕ້ອງຕໍ່ກໍາມະສິດສ່ວນຕົວຂອງພົນລະເມືອງ ຕາມປະມວນກົດໝາຍອາຍາມາດຕາ 230, ເປັນການກະທໍາຜິດໂດຍເຈດຕະນາ ເນື່ອງຈາກວ່າ ຈໍາເລີຍ ໄດ້ຈົງໃຈປຸ້ນເອົາເງິນຂອງຜູ້ເສຍຫາຍມາເປັນຂອງຈໍາເລີຍ ທັ້ງໆທີ່ຈໍາເລີຍກໍຮູ້ດີວ່າ ການປຸ້ນຊັບຂອງຄົນອື່ນເປັນສິ່ງຜິດກົດໝາຍ ເພາະຈຳເລີຍເປັນບຸກຄົນທີ່ມີສະຕິສໍາປະຊັນຍະສົມບູນດີ ແລະ ມີກະສຽນອາຍຸທາງອາຍາແລ້ວ ສາມາດຮູ້ໄດ້ວ່າການກະທໍາຜິດ ໂດຍບໍ່ຄໍານຶງເຖິງຜົນສະທ້ອນທີ່ຈະຕາມມາ. ດ້ວຍເຫດຜົນ ແລະ ຫຼັກຖານດັ່ງກ່າວ, ຄະນະສານອາຍາສານປະຊາຊົນ ຂັ້ນຕົ້ນ ນະຄອນຫຼວງວຽງຈັນ ຈຶ່ງໄດ້ເຫັນຄວນລົງໂທດຕັດສິນນາງ ອ່ອນຈັນ ຈຳຄຸກ 8 ປີ ປັບ 10.000.000 ກີບ, ສ່ວນການຮຽກຮ້ອງຄ່າເສຍຫາຍທາງໂຈດແມ່ນບໍ່ເອົາຫຍັງ.

ຂ່າວທົ່ວໄປ