ຄ່າໄຟຟ້າໃນຊ່ວງວິກິດ  ໂຄວິດ- 19 ແພງຂື້ນເກືອບເທົ່າຕົວ

ຄ່າໄຟຟ້າໃນຊ່ວງວິກິດ ໂຄວິດ- 19 ແພງຂື້ນເກືອບເທົ່າຕົວ

..ຫລາຍໆຄົນອາດຈະສັງເກດເຫັນ ບິນຄ່າໄຟຟ້າໃນເດືອນ 4 ຜ່ານມາເປັນຫຍັງມັນຄືແພງຂຶ້ນແບບເທົ່າຕົວທັງໆທີ່ໃຊ້ໄຟປົກກະຕິ ແຕ່ວ່າຕົວເລກນັ້ນສູງຂຶ້ນຈົນໜ້າຕົກໃຈ ຫລັງຈາກທີ່ປະກາດຈະຫລຸດຄ່າໄຟຟ້າໃນເດືອນນີ້

ຢາກໃຫ້ພາກສ່ວນໄຟຟ້າເຫັນໃຈປະຊາຊົນຄົນລາວຫລາຍໆຄົນທີ່ບໍ່ມີລາຍໄດ້ໃນຊ່ວງນີ້ຊ່ວງໂລກລະບາດ ເພາະຫລາຍປະເທດທົ່ວໂລກ ເຂົາມີມາດຕະການຊ່ວຍເຫລືອປະຊາຊົນໃນຫລາຍໆດ້ານຊ່ວຍເງິນປະຊາຊົນຊ່ວຍຫລຸດຜ່ອນຄ່າໃຊ້ຈ່າຍຄ່ານ້ຳຄ່າໄຟ

ບາງປະເທດຈົນໃຫ້ໃຊ້ຟຮີ ຈົນກວ່າຈະພົ້ນວິກິດ ປະເທດເຮົາເປັນປະເທດທີ່ຜະລິດໄຟຟ້າສົ່ງອອກຫລາຍກ່ອນໝູ່ ແຕ່ເປັນຫຍັງປະຊາຊົນພາຍໃນປະເທດຕ້ອງມາໃຊ້ຈ່າຍຄ່າໄຟທີ່ແພງກ່ອນໝູ່ ..

ສາລະໜ້າຮູ້