ພໍ່ແມ່ ຜູ້ປົກຄອງບັງຄັບລູກສາວຕົນເອງແຕ່ງງານໄປຢູ່ກັບຄົນທີ່ລູກສາວບໍ່ມັກ

ພໍ່ແມ່ ຜູ້ປົກຄອງບັງຄັບລູກສາວຕົນເອງແຕ່ງງານໄປຢູ່ກັບຄົນທີ່ລູກສາວບໍ່ມັກ

ໃນມື້ວັນທີ 12/09/2020 ນີ້ ຢູ່ບ້ານ ນາຊົວ (ຂໍອະໄພແອດຈະບໍ່ລະບຸເມືອງແຂວງ) ໄດ້ ເກີດເລື່ອງ “ພໍ່ແມ່ບັງຄັບລູກໄປຢູ່ກັບຄົນທີ່ລູກສາວບໍ່ມັກ”​.​ ເມື່ອພີ່ນ້ອງທັງສອງຝ່າຍ ລົມກັນແລ້ວຈື່ງໃຫ້ລູກສາວໄປຢູ່ກັບຊາຍຄົນນີ້

ແຕ່ ບັນຫາເກີດຂື້ນ ເມື່ອລູກສາວບໍ່ຍອມໄປຢູ່ກັບຊາຍຄົນນີ້.​ ເມື່ອເປັນແນວນີ້ແມ່ນ ພໍ່ແມ່ຫລືຜູ້ປົກຄອງກໍ່ບໍ່ຍອມເອົາຄວາມຂອງລູກ ກໍ່ເລີຍໄດ້ໃຊ້ການບັງຄັບຢ່າງໂຫດຮ້າຍໃຫ້ລູກຕ້ອງໄປຢູ່ກັບຊາຍຄົນນີ້ຢ່າງດຽວ

ພໍ່ແມ່ ບັງຄັບ ລູກສາວ ແຕ່ງງານ..​ລູກສາວຮ້ອງໄຫ້ແຮງບໍ່ຢາກເອົາ ອ່ານລາຍລະອຽດ: https://clickan10.com/3363/

ພໍ່ແມ່ ບັງຄັບ ລູກສາວ ແຕ່ງງານ..​ລູກສາວຮ້ອງໄຫ້ແຮງບໍ່ຢາກເອົາອ່ານລາຍລະອຽດ: https://clickan10.com/3363/

Posted by ຂ່າວທັນໃຈ on Saturday, September 12, 2020

ສຸດທ້າຍ ທັງພີ່ນ້ອງຝ່າຍຍີງຈື່ງໄດ້ຕົກລົງໃຫ້ລູກສາວໄປຢູ່ກັບຊາຍຄົນນີ້..​ແຕ່ເນື່ອງຈາກເຈົ້າສາວຫມົດປັນຍາຫາທາງອອກ ແລະ ບໍ່ມີທາງທີ່ຈະເລືອກໄດ້ທີ່ຈະບໍ່ໄປຢູ່ກັບຊາຍຄົນນີ້..​

ຈື່ງໄດ້ແຕ່ຮ້ອງໄຫ້ຢ່າງແຮງ ບໍ່ຍອມອອກຈາກເຮືອນໄປ ແຕ່ສຸດທ້າຍກໍ່ມີຊາຍ 2-3 ພະຍາຍາມນຳເຈົ້າສາວອອກເຮືອນຂອງຜູ້ປົກຄອງພ້ອມດ້ວຍນໍ້າຕາຂື້ນລົດໄປ..ເບີ່ງແລ້ວແມ່ນຫນ້າສົງສານສາວນີ້ແທ້ແດ່..ແຕ່ເເນວໃດກໍ່ຕາມຂໍໃຫ້ຄູ່ບ່າວສາວຫລືຄູ່ຜົວເມຍນີ້ຈົ່ງມີແຕ່ຄວາມສຸກຕະຫລອດໄປ ຫາເງີນຫາຄຳໃຫ້ລ່ຳລວຍຮັ່ງມີ​ ມີລູກມີເຕົ້າເຕັມບ້ານເຕັມເມືອງເດີ

ເລື່ອງແບບນີ້ເຕືອນໄປຍັງຜູ້ທີ່ຍັງບໍ່ໄດ້ກໍ່ບໍ່ຕ້ອງເຮັດແບບນີ້ໃຫ້ກັບລູກ ບໍ່ວ່າລູກເຂົາລູກເຮົາກໍ່ບໍ່ຕ້ອງບັງຄັບແບບນີ້ມັນບໍ່ດີ..​ເຮົາຕ້ອງຄິດເຖິງອະນາຄົດຂອງລູກແດ່..​ຖ້າໄດ້ຄູ່ຮັກທີ່ບໍ່ແມ່ນເຮົາເລືອກເອງ ຄົງຊີ້ບໍ່ມີຄວາມສຸກ ແລະ ຄົງຊີ້ບໍ່ແຮງທຳມາຫາກີນ..​ແລະ ການບັງຄັບແບບນີ້ມັນຜິດຕໍ່ລະບຽບກົດຫມາຍຂອງສປປລາວເຮົາເດີ

ຂ່າວທົ່ວໄປ