ອົ່ວຕ້ອງການໃຫ້ລື້ຈຳຄຳທີ່ອົ່ວສັ່ງ ເຄັດລັບຄວາມລວຍ ມັນມີພຽງ 4 ຂໍ້ນີ້ເອງ

ອົ່ວຕ້ອງການໃຫ້ລື້ຈຳຄຳທີ່ອົ່ວສັ່ງ ເຄັດລັບຄວາມລວຍ ມັນມີພຽງ 4 ຂໍ້ນີ້ເອງ

ຂໍ້ຄິດຊີວິດ ອົ່ວຕ້ອງການໃຫ້ລື້ຈຳຄຳທີ່ອົ່ວສັ່ງດ້ວຍເຄັດລັບ ຄວາມລວຍມັນມີພຽງ 4 ຂໍ້ນີ້ເອງ

ເຄີຍສັງເກດບໍ່ວ່າ ຄົນຈີນທີ່ມາແບບເສື່ອຜືນຫມອນໜ່ວຍດຽວ ມາຢູ່ອາໄສໃນບ້ານເຮົາ ຕັ້ງແຕ່ສະໄໝບັນພະບູລຸດ ຈຶ່ງໄດ້ລວຍແລ້ວ ລວຍອີກ

ເພາະເຂົາມີເຄັດລັບ ທີ່ສືບທອດກັນ ລຸ່ນສູ່ລຸ່ນ

ເປັນຄຳສອນທີ່ມີຄ່າຍິ່ງກວ່າມໍລະດົກ ສົ່ງຕໍ່ກັນມາຜ່ານໄປ

ກໍ່ຫລາຍຊ່ວງອາຍຸຄົນຊຶ່ງມີເລື່ອງເລົ່າຢູ່ວ່າມີເຈົ້າສົ່ວ

ລວຍລະດັບພັນລ້ານ ຄົນຫນຶ່ງກ່ອນ ທີ່ຈະຈາກໄປໄດ້

ຖິ້ມມໍລະດົກໄວ້ໃຫ້ກັບລູກຊາຍ ຂອງເຂົາພຽງຄົນດຽວແລະໄດ້

ຂຽນພິໄນກຳບອກເລົ່າເຄັດລັບ ຄວາມສຳເລັດເອົາໄວ້

ອາຕີ໋ ອົ່ວຢາກໃຫ້ລື້ທຳຕາມ ທີ່ອົ່ວສັ່ງເດີ ເຄັດລັບ ຄວາມລວຍນັ້ນມີພຽງ 4 ຂໍ້ເອງ

1 ໄປທຳງານຢ່າຖືກແດດ

2 ກິນອາຫາໃຫ້ແຊບ

3 ບັນຊີບໍ່ຕ້ອງເຮັດ

4 ກັບບ້ານເດິກໆ

ອາຕີ໋ ເມື່ອໄດ້ເປີດອ່ານພິໄນກຳ ກໍ່ງົງ ໆ ສົງໄສວ່າທຳແບບນີ້

ແລ້ວຈະດີແທ້ບໍ່ ແຕ່ກໍ່ບໍ່ເຂົ້າໃຈປະຕິບັດຕາມ 2 ປີ

ຕໍ່ມາສົມບັດຫລາຍພັນລ້ານ ສູນກ້ຽງເກືອບ ບໍ່ເຫລືອຫຍັງ

ອາຕີ໋ ຈູດທຸບໄປຕໍ່ວ່າເຕີ່ຍ ເຕີ່ຢ ຂ້ອຍທຳຕາມທີ່ເຕີ່ຢບອກທຸກຢ່າງແລ້ວ

ເປັນຫຍັງຈຶ່ງຈົນລົງໆ ເຕີ່ຢເຮັດໃຫ້ຂ້ອຍຫມົດຕົວແລ້ວ

ໃນຄືນນັ້ນເອງ ເຈົ້າສົວຣີບເຂົ້າຝັນມາຕອບກັບບອກ

ໄອຢ່ະ ລື້ເຂົ້າໃຈຜິດຫມົດ ຟັງອົ່ວໃຫ້ດີໆ

1 ໄປທຳງານຢ່າຖືກແດດຫມາຍເຖິງ

ພະອາທິດຍັງບໍ່ຂຶ້ນລື້ຕ້ອງໄປເລີ້ມງານກ່ອນທີ່ພະນັກງານ ຈະມາທຳງານ

ເພື່ອເຂົາຈະໄດ້ເຫັນ ເອົາເປັນແບບຢ່າງລູກນ້ອງຈະເຮັດຕາມແບບເຮົາ

ຖ້າເຮົາໄປເຮັດວຽກສວາຍ ແລະໃຫ້ລູກນ້ອງເຫັນ

ຈິບຫາຍລູກນ້ອງ ກໍ່ຈະຂີ້ຄ້ານໄປນຳດ້ວຍ

2 ກິນອາຫານໃຫ້ແຊບ ໆ ອົ່ວຫມາຍເຖິງ

ບໍ່ຫິວ ຢ່າຟ້າວກິນ ໃຫ້ຫິວແລ້ວຄ່ອຍກິນ ອາຫານຊະນິດໃດ

ໄດ້ກິນມັນກໍ່ຈະແຊບໄປຫມົດເພາະຄວາມຫິວ

ບໍ່ແມ່ນໃຫ້ລື້ ໄປກິນບຸບເຟ່ໃນຫ້າງທຸກວັນ ຖ້າກິນແບບນີ້

ແມ້ແຕ່ເວລາອິ່ມກໍ່ໄປກິນຢ່າງນີ້ຈິບຫາຍຫມົດ

ກິນລ້າງຜານກິນແບບນີ້ ບໍ່ແຊບດອກ

ທຳງານໃຫ້ຈົນເມື່ອຍ ຈົນຫິວຫລາຍໆ ແລ້ວຄ່ອຍກິນ

3 ບັນຊີບໍ່ຕ້ອງເຮັດອົ່ວຫມາຍເຖິງ

ໃຫ້ຄ້າຂາຍແຕ່ເງິນສົດບໍ່ຂາຍເງິນເຊື່ອເລີຍ

ບໍ່ຕ້ອງເຮັດບັນຊີ ບໍ່ແມ່ນ ຂາຍເຊື່ອແລ້ວ ຍັງບໍ່ເຮັດບັນຊີ ແບບນີ້ ກໍ່ມີແຕ່ເຈ້ງກັບເຈ້ງ

4 ກັບບ້ານດຶກ ໆ ອົ່ວຫມາຍເຖິງ

ລໍຖ້າພະນັກງານກັບຫມົດກ່ອນ ຈະໄດ້ຮູ້ ວ່າລູກນ້ອງເຮັດວຽກຫຍັງແດ່

ຫລົງເຫລືອຕົກຄ້າງໄວ້ຢູ່ບໍ່ປິດໄຟ ປິດນ້ຳ ປິດປະຕູຫມົດແລ້ວບໍ່

ໃຫ້ລອບຄອບບໍ່ໄດ້ໃຫ້ລື້ໄປທ່ຽວກັບດຶກທຸກວັນ ທ່ຽວກັບດຶກໆ ທຸກວັນ

ແບບນີ້ບໍ່ຫລົ້ມຈົມ ກໍ່ບໍ່ຮູ້ຈະວ່າແນວໃດແລ້ວ ອາຕີ໋ເອີຍ

ລື້ໄປຫາເງິນໃຫມ່ເອງກໍ່ລະກັນ ອົ່ວໄປເດີ

ເມື່ອອ່ານຈົບແລ້ວເຮົາອາດເບິ່ງງວ່າເປັນເລື່ອງເລົ່າຕະລົກໆ ແລະຢາກຫົວ

ແຕ່ຫາກລອງເບິ່ງດີໆ ມັນແຜງໄປດ້ວຍແງ່ຄິດ

ແລະຫລັກການໃນການດຳເນີນຊີວິດຂອງເຫລົ່າເຈົ້າສົວຫລວງຫລາຍ

ບໍ່ວ່າຈະຂະຍັນທຳງານເລີ້ມງານກ່ອນກັບທີຫລັງ ຫລືການທຳຕົວ ໃຫ້ເປັນຕົວຢ່າງທີ່ດີ

ໃຫ້ກັບລູກນ້ອງຫວັງວ່າເລື່ອງລາວຂໍ້ຄິດທີ່ແຝງດ້ວຍຄະຕິສອນໃຈ

ດີໆແບບນີ້ຈະຊ່ວຍໃຫ້ເຈົ້າຮູ້ຈັກຄິດ ອິຫຍັງໄດ້ຕື່ມອີກ

ບາງຄົນທີ່ເຂົາເຮັດຫຍັງ ກໍ່ສຳເລັດບາງທີ ເຂົາອາດຈະຣູ້ເຄັດລັບດີ

ແບບນີ້ ແບບທີ່ເຈົ້າສົວທ່ານນີ້ສອນໄວ້ກໍ່ໄດ້

ສາລະໜ້າຮູ້