ເວົ້າໄດ້ວ່າໄວຣັສໂຄວິກ 19 ນັ້ນຖືເປັນພາວະສຸກເສີນທົ່ວໂລກ ທຸກປະເທດລ້ວນເຝົ້າລະວັງ ເຖິງແມ່ນ ສປ ຈີນປົວດີໄປແລ້ວສ່ວນໜຶ່ງກໍ່ຕາມ, ຫຼ້າສຸດນີ້ໃນວັນທີ 25 ກຸມພາ 2020 ສະຖານທູດລາວ ປະຈຳ ສ.ເກົາຫຼີ ໄດ້ແຈ້ງເຖິງນັກສຶກສາ, ຄອບຄົວ ແລະ ຜູ້ອອກແຮງງານຊາວລາວທີ່ອາໄສຢູ່ ສ.ເກົາຫລີ ເລື່ອງການແຜ່ລະບາດຂອງເຊື້ອໂລກ COVID-19 ໃນ ສ.ເກົາຫລີ
ຕາມການລາຍງານຂ່າວຂອງສື່ທາງການຂອງ ສ.ເກົາຫລີ ໃຫ້ຮູ້ວ່າ: ການແຜ່ລະບາດຂອງເຊື້ອໂລກ COVID-19 ໃນ ສ.ເກົາຫລີ ໄດ້ເພີ່ມຂຶ້ນຢ່າງວ່ອງໄວໃນອາທິດທີ່ຜ່ານມາ, ຫລ້າສຸດມີຜູ້ຕິດເຊື້ອ ຈຳນວນ 893 ຄົນ ເສຍຊີວິດແລ້ວ 8 ຄົນ (ສະຖິຕິວັນທີ 25 ກຸມພາ 2020) ໂດຍສະເພາະໃນນະຄອນແດກູ ແລະ ແຂວງຟອງຊາງເຫນືອ ມີຜູ້ຕິດເຊື້ອຫລາຍທີ່ສຸດ
ສະນັ້ນ, ຈຶ່ງຂໍແຈ້ງເຕືອນຊາວລາວທີ່ດໍາລົງຊີວິດ ຢູ່ ສ.ເກົາຫລີ ທຸກທ່ານໃຫ້ຫລີກລ້ຽງການເດີນທາງໄປຍັງພື້ນທີ່ທີ່ພົບຜູ້ຕິດເຊື້ອຈໍານວນຫລາຍ, ສໍາລັບຜູ້ທີ່ອາໄສພື້ນທີ່ດັ່ງກ່າວ ຂໍໃຫ້ຫລີກລ້ຽງການເດີນທາງໄປຕັ້ງພື້ນທີ່ສ່ຽງ ຫລື ມີກິດຈະກຳການຊຸມນຸມຂອງດົນຈໍານວນຫລາຍ, ພ້ອມນັ້ນ ກໍໃຫ້ມີສະຕິລະມັດລະວັງ, ເອົາໃຈໃສ່ຮັກສາສຸຂະພາບໃຫ້ແຂງແຮງ, ຫມັ່ນລ້າງມືໃຫ້ສະອາດ
ສໍາລັບຜູ້ທີ່ມີອາການໄອ, ຈາມ, ໄຂ່ ຫລື ມີຄວາມຜິດປົກກະຕິບໍລິເວນທາງເດີນຫາຍໃຈ ຫລື ສົງໄສວ່າມີການຕິດເຊື້ອດັ່ງກ່າວ ໃຫ້ຮີບໄປບແພດເພື່ອຮັບການກວດກາ ຫລື ຖ້າພົບກໍລະນີເຈັບປ່ວຍຕ້ອງສົງໄສ ຂໍໃຫ້ຕິດຕໍ່ກົມຄວບຄຸມໂລກ ສ.ເກົາຫລີ ຫມາຍເລກໂທລະສັບ 1339 ຫລື ສຳນັກງານກວດກາຄົນເຂົ້າອອກເມືອງ ສ.ເກົາຫລີ ເຊິ່ງເປີດບໍລິການໃຫ້ຄໍາປຶກສາ ແລະ ຊ່ວຍເຫລືອຄົນຕ່າງປະເທດທີ່ອາໄສຢູ່ ສ.ເກົາຫລີ ກໍລະນີກ່ຽວຂ້ອງກັບ COVID-19 ຕະຫລອດ 24 ຊົ່ວໂມງ ຫມາຍເລກໂທລະສັບ 1345 ຕໍ່ 0″5″
ໃນເວລາເດີນທາງໄປໂຮງພະຍາບານ ຫລື ຫນ່ວຍງານທາງການແພດ ໃຫ້ໃສ່ຜ້າອະໄມປີດປາກ ແລະ ຕັ້ງ ແລະ ຖ້າມີເຫດການຈຳເປັນສາມາດຕິດຕໍ່ສະຖານເອກອັກຄະລັດຖະທູດ ໄດ້ທີ່ຫມາຍເລກໂທລະສັບ (02) 796-1713/4 ຫລື ມືຖື 010-4033-6579. ພ້ອມກັນນັ້ນ ໃຫ້ບັນດາທ່ານຕິດຕາມຂ່າວສານການແຜ່ລະບາດຂອງເຊື້ອໂລກຢ່າງໃກ້ຊິດ ຜ່ານຊ່ອງທາງການຂອງລັດຖະບານ ສ.ເກົາຫລີ ເຊັ່ນ: www.cdc.go.kr ຫລື ເວບໄຊສະຖານທູດ www.laoembassyseoul.gov.la/
ຂະນະດຽວກັນ ພົນລະເມືອງລາວທີ່ຢູ່ເກົາຫຼີທ່ານໜຶ່ງກໍ່ໄດ້ຝາກຄວາມຜ່ານເຟສບຸກເຖິງຄົນລາວ ທີ່ກຳລັງຈະເດີນທາງໄປເກົາຫລີຢ່າຟ້າວມາເທື່ອຕອນນີ້ສະຖານະການ ງຽບເຫງົາຫລາຍ ຄົນເກົາຫລີທຸກຄົນເລີ່ມກັກຕຸ໋ນອາຫານແລະເກັບໂຕຢູ່ແຕ່ເຮືອນ ຮ້ານອາຫານຫລາຍຮ້ານເລີ່ມປິດ ແລະບາງຮ້ານບໍ່ຮັບຄົນຕ່າງຊາດ ສະນັ້ນເປັນຫວ່ງຄົນລາວນຳກັນ ບໍ່ຢາກໃຫ້ໃຜມາລຳບາກ ຈິ່ງຝາກເຕືອນທຸກຄົນ ເພາະປະທານນາທິບໍດີເກົາຫລີ ທ່ານມູນແຈອິນ ອອກມາເຕືອນໄພປະຊາຊົນຂັ້ນສູງສຸດແລ້ວ ຈິ່ງຝາກໃຫ້ບອກ ຕໍ່ ຕໍ່ ກັນ!!!