ເຫັນແລ້ວກໍ່ເຮັດໃຫ້ສະເທືອນໃຈຢູ່ບໍ່ໜ້ອຍ ແລະຄົງຈະເຕືອນໃຫ້ຫລາຍຄົນເອົາມາເປັນບົດຮຽນເລື່ອງກອດ-ຫອມລູກຄົນອື່ນກັນບໍໍ່ຫລາຍກໍ່ໜ້ອຍ ເມື່ອມີແມ່ທ່ານຫນຶ່ງແຊພາບລູກສາວຕົນເອງ ທີ່ປ່ວຍຕິດເຊື້ອລິມສະຕິກຂັ້ນຮຸນແຮງຈົນເກືອບຕາບອດ
ລາວຈຶ່ງພະຍາຍາມປ້ອງກັນ ອອກກົດຫ້າມມາກອດ-ຫອມລູກສາວຕົວເອງຢ່າງສຸດຄວາມສາມາດແລ້ວ ແຕ່ອອນລີ ຄລຸກແຊງ ກໍ່ຕ້ອງພະເຊີນກັບສິ່ງທີ່ລາວຫວາດລະແວງມາຕະຫຼອດ ແຕ່ແລ້ວາລູກສາວໄວ 6 ເດືອນຂອງລາວ ອອນລາ ຕິດເຊື້ອລິມສະຕິກຂັ້ນຮຸນນແຮງຍ້ອນເຫດມາຈາກຖູກຍາດຕິພີ່ນ້ອງ ເພື່ອນໆຂອງລາວເຂົ້າມາກອດຫອມລູກສາວລາວໃນຕອນລາວບໍ່ເຫັນ ເມື່ອຕິດເຊື້ອແລ້ວດ້ວຍຄວາມທີ່ມິພູມຄຸ້ມກັນທີ່ຍັງອ່ອນຢູ່ ເຮັດໃຫ້ເຊື້ອລາມເຂົ້າຮ່າງກາຍຢ່າງລວດເລວ ເຂົ້າທຳຮ້າຢເຊນຜິວຫນັງ ຈົນເກິດຕຸ່ມຂຶ້ນທົ່ວໃບຫນ້າແລະຫົວ
ອາການຂອງເດັກນ້ອຍອ່ອນລ້າຊຸດຫນັກລົງເລື້ອຍໆ ຈົນກະທັ້ງມັນສົງຜົນຮ້າຢແຮງເຖິງຂັ້ນເຮັດໃຫ້ດວງຕາຂ້າງຊ້າຍຂອງລາວເລີ້ມມຶດມົວຂຶ້ນ ດ້ວຍຄວາມເປັນຫ່ວງແລະຢ້ານ ອອນລີບໍ່ຊັກຊ້າຮິບພາລູກນ້ອຍໄປໂຣງໝໍທັນທີ ເມື່ອໝໍກວດສອບຢ່າງລະອຽດແລ້ວໝໍກໍ່ເວົ້າວ່າ ອາການບວມແດງທີ່ຕາຊ້າຍຂອງຫນູນ້ອຍຈະຫາຍເປັນປົກກະຕິໃນອີກ 24 ຊັ່ວໂມງຂ້າງໜ້ານີ້ ອອນລີເລົ່າວ່າ “ພໍເຫັນແຜລູກແລ້ວ ຕົວສັ່ນໄປຫມົດເລີຍ ຢ້ານວ່າລູກຈະເປັນຫຍັງຫລາຍ ແລະກໍ່ໂທດຕົວເອງທີ່ບໍ່ເບິ່ງແຍງລູກໃຫ້ດີກວ່ານີ້ ຄິດໄປຄິດມາຖ້າລູກຕາບອດລາວກໍ່ຍິ່ງຕົກໃຈຫລາຍ
ຕໍ່ມາ ຫລັງຈາກນອນໃຫ້ນ້ຳເກືອໝໍຕິດຕາມອາການ 24 ຊັ່ວໂມງແລ້ວ ອາການທີ່ຕາຂອງເດັກນ້ອຍາກໍ່ເລີ້ມດີຂຶ້ນ ຫລັງຈາກນີ້ກໍ່ຈະເປັນການຮັກສາຕາມອາການໄປ ອອນລີຈຶ່ງຢາກແຊເລື່ອງນີ້ໃຫ້ເປັນອຸທາຫອນໃຫ້ທຸກຄົນຮູ້ວ່າ ຫາກເປັນໄປໄດ້ຢ່າໄປກອດ ຫອມເດັກເລັກຈະດີກ່ວາ ເພາະພູມຄຸ້ມກັນຂອງພວກເຂົາຍັງບໍ່ແຂງແຮງເທົ່າຜູ້ໃຫຍ່ ຈຶ່ງອາດຮັບເຊື້ອໂລກເຂົ້າໃນຮ່າງກາຍໄດ້ງ່າຍ ກໍ່ຝາກໄວ້ດ້ວຍກະແລ້ວກັນ…