ໂອ້ຍ ໂຈນປຸ້ນຄຳ ອ້າງເບື່ອຊີວິດພຽງຕ້ອງການຄວາມທ້າທາຍ

ໂອ້ຍ ໂຈນປຸ້ນຄຳ ອ້າງເບື່ອຊີວິດພຽງຕ້ອງການຄວາມທ້າທາຍ

ທີ່ກຳລັງເປັນຂ່າວໂດ່ງດັງໃນປະເທດໄທກ່ຽວກັບໂຈນປຸ້ນຄຳ ຍິງດັບ 3 ຊີວິດລະຫວ່າງປຸ້ນ ທີ່ຈີງເປັນຜູ້ທີ່ມີໜ້າທີ່ການງານດີ ຊີວິດມີສຸກ ຈົນຕ້ອງເຮັດໃຫ້ທຸກວັນຮູ້ສຶກໜ້າເບື່ອ ຈິ່ງວາງແຜນປຸ້ນຄຳຫາແນວທ້າທາຍເຮັດ

ໂຈນລາຍນີ້ ມີຊື່ເຕັມວ່າ ປະສິດທິໄຊ ເຂົາແກ້ວ ຫຼື ກັອຟ ອາຍຸ 38 ປີ ເປັນຜູ້ອຳນວຍການໂຮງຮຽນໂພທິໄຊສິງບູຣີ ຕາມຫຼາຍສື່ທີ່ກຳລັງຂຸດຄຸ້ຍເລື່ອງລາວຜູ້ກ່ຽວເປັນຄົນມີຖານະດີ ຂີ່ລົດຫຼູບໍ່ໄດ້ລຳບາກຫຍັງ ແຕ່ຢາກເຮັດແນວທ້າທາຍຈິ່ງບຸກປຸ້ນຮ້ານຄຳ ພ້ອມໃຊ້ປືນຍິງຜູ້ບໍລິສຸດ 3 ຄົນຈາກໄປຢ່າງບໍ່ມີວັນກັບ

ຫຼັງກໍ່ເຫດຢ່າງອົງອາດ ຜູ້ກ່ຽວໄດ້ເອົາຕົວລົບໜີ ແຕ່ເຈົ້າໜ້າທີ່ບ້ານເພິ່ນກໍ່ໃຊ້ເວລາແກະຮອຍພຽງ 7 ວັນສາມາດນຳຈັບຕົວໄດ້ໃນຕອນເຊົ້າຂອງວັນທີ 22 ມັງກອນ 2020 ນີ້

ເຈົ້າໜ້າທີ່ຈັບໂຈນປຸ້ນຮ້ານຄຳຄາລົດ BMW ຮຸ້ນຊີຣີ5 ຈາກການຄົ້ນຫາພາຍໃນລົດບໍ່ມີອາວຸດປືນ ແຕ່ມີລູກປືນ 9 ມມ ເຊິ່ງເປັນຂະໜາດດຽວກັນກັບທີ່ໃຊ້ກໍ່ເຫດຍິງຄົນໃນຫ້າງ

ຫຼັງຈາກນັ້ນເຈົ້າໜ້າທີ່ຈິ່ງນຳຜູ້ກ່ຽວມາສອບຖາມ ໄດ້ຄຳຕອບທີ່ສຸດແປກຄືສາເຫດທີ່ໄປປຸ້ນຮ້ານຄຳເພາະເບື່ອຊີວິດ ຕ້ອງການຫາຄວາມທ້າທາຍ ຕື່ນເຕັ້ນໃຫ້ຊີວິດມີສີສັນເທົ່ານັ້ນເອງ

ແນວໃດກໍ່ຕາມນັ້ນເປັນພຽງຄຳກ່າວເບື້ອງຕົ້ນຂອງຜູ້ກໍ່ເຫດ ເຈົ້າໜ້າທີ່ຍັງຈະນຳໄປສອບສວນເພີ່ມກ່ຽວກັບສາເຫດທີ່ແທ້ຈີງ ອາດຈະບໍ່ແມ່ນເບື່ອຊີວິດຢ່າງທີ່ກ່າວອ້າງທັ້ງໝົດ ຄວາມຈີງແນວໃດແທ້ ທີມຊຸບຊິບຈະນຳຂ່າວມາຝາກແຟນເພຈເປັນແຕ່ລະໄລຍະ

ຂ່າວຈາກ: ໄທຣັດ

ຂ່າວທົ່ວໄປ