ໃນໄລຍະ2ເດືອນທີ່ຜ່ານມາ,ຈີນພິສູດໃຫ້ເຫັນວ່າສາມາດປ້ອງກັນ ແລະ ກໍາຈັດເຊື້ອໂຄວິດ-19ໄດ້,ຜູ້ຕິດເຊື້ອ,ຜູ້ເສຍຊີວິດຫຼຸດລົງໄປຫຼາຍ.ຫຼາຍຄົນເລີ່ມຄິດວ່າຈີນອາດຈະເປັນມະາຫາອໍານາດໝາຍເລກໜຶ່ງຂອງໂລກນັ້ນໄວກວ່າທີ່ຄາດ
ທໍາອິດເມື່ອປາກົດພະຍາດລະບາດຢ່າງໜັກໃນຈີນ ທົ່ວໂລກຕ່າງຄິດວ່າຍັກໃຫຍ່ແຫ່ງອາຊີປະເທດນີ້ທີ່ມີຈໍານວນຜູ້ເສຍຊີວິດລາຍວັນສູງຢ່າງໜ້າຕົກໃຈ ບໍ່ພຽງແຕ່ຈີນຈະສິ້ນສຸດຄວາມຝັນໃນການເປັນມະຫາອໍານາດຂອງໂລກທັງຈະພາໃຫ້ໂລກເສື່ອມໂຊມລົງອີກ.
ແຕ່ພາຍໃນ2ເດືອນທີ່ຈີນເບິ່ງຄືວ່າຈະຄວບຄຸມພະຍາດໄດ້ແລ້ວ ແລະ ກັບມາເປັນສົ່ງອອກຄວາມຊ່ວຍເຫຼືອໄປປະເທດອື່ນ.ໂລກກໍຕ້ອງຄິດກັນໃໝ່ ແຫ່ງເມື່ອຄູ່ແຂ່ງໂດຍທໍາມະຊາດຂອງຈີນເຊັ່ນບັນດາປະເທດຕາເວັນຕົກຕ່າງພາກັນໄດ້ຮັບຜົນກະທົບຈາກພະຍາດນີ້ໜັກໜ່ວງໄປກວ່າຈີນ ທຸກຄົນກໍເລີ່ມຄິດວ່າເວລາທີ່ຈະເປັນມະຫາອໍານາດໝາຍເລກໜຶ່ງຂອງໂລກນັ້ນອາດຈະມາໄວກວ່າທີ່ຄິດ ບາງທີ່ອາດຈະພາຍໃນ2-3ປີນີ້ເທົ່ານັ້ນ ຫຼັງຈາກການລະບາດຂອງໂຄວິດ-19ສິ້ນສຸດລົງ.
ເຄີຍມີຄໍາເວົ້າທີ່ວ່າປະຊາກອນຈີນມີເປັນຕື້ ຫາກພ້ອມໃຈກັນຍ່ຽວລົງແມ່ນໍ້າ ນໍ້າຈະຖ້ວມໂລກຫຼືແມ້ແຕ່ພ້ອມໃຈກັນຈາມໂລກກໍຕິດຫວັດຈີນ ຄໍາເວົ້າຂໍ້ນີ້ໃກ້ຄຽງຄວາມຈິງເນື່ອງຈາກພະຍາດລາມອອກມາຈາກເມືອງ ອູ່ຮັ້ນ ແຜ່ກະຈາຍໄປເຖິງເກືອບທຸກປະເທດໃນໂລກຕິດຕາມນັກທ່ອງທ່ຽວ ແລະ ນັກທຸລະກິດຈີນທີ່ເດີນທາງໄປທົ່ວໂລກ.