ດາລາຊ່ອງ3″ໂບວີ່-ກະແຕ ໜູເລັກກ່ອນບ່າຍ ບອມ ທະນິນ ກາຍລັດຊານົນ ແລະດີເຈນຸ້ຍ ໄດ້ສຳຜັດໃກ້ຊິດກັບແມດທິວໃນຊ່ວງ3-4ມື້ ໄປກວດເຊື້ອແລະ ກັກຕົວເອງ 14 ມື້

ດາລາຊ່ອງ3″ໂບວີ່-ກະແຕ ໜູເລັກກ່ອນບ່າຍ ບອມ ທະນິນ ກາຍລັດຊານົນ ແລະດີເຈນຸ້ຍ ໄດ້ສຳຜັດໃກ້ຊິດກັບແມດທິວໃນຊ່ວງ3-4ມື້ ໄປກວດເຊື້ອແລະ ກັກຕົວເອງ 14 ມື້

ຫລັງຈາກທີ່ພິທີກອນທີ່ມີຄວາມສາມາດ “ແມດທິວ ດີນ” ອອກມາປະກາດຕົວວ່າຕົວເອງຕິດເຊື້ອໂຄວິດ-19 ແລະໃຫ້ຄົນທີ່ສຳຜັດໃກ້ຊິດໃນຊ່ວງ 3-4 ນື້ນີ້ຕິດຕາມອາການດ້ວຍ ຊຶ່ງງານນີ້ມີດາລາຫລາຍຄົນໄດ້ຮ່ວມງານກັບຫນຸ່ມແມດທິວເມື່ອວັນທີ່ 11 ມີນາຄົມ 2563 ທີ່ອາຄານມາລີນົນບໍ່ວ່າຈະເປັນ  ກາຍ ລັຊຊານົນ ດີເຈນຸ້ຍ, ຫນູເລັກ ກ່ອນບ່າຍ ໂບວີ່ ອັດຖະມາ ກຣະແຕ ສຸພັກສອນ ແລະບອມ ທະນິນ ໂດຍດາລາດັ່ງກ່າວໄດ້ກັກຕົວ ແລະເດີນທາງໄປກວດເຊື້ອໄວລັດກັນແລ້ວ

ຫລ່າສຸດ ຜູ້ສື່ຂ່າວ ໄດ້ຕິດຕໍ່ໄປຍັງ ຜູ້ຈັດການຂອງສາວໂບວີ່ແລະກຣະແຕ ໂດຍທ່ານເອັມບອກວ່າ “ຕອນນີ້ທັ້ງໂບວີ່ແລະກະແຕກໍ່ຕ້ອງກັກຕົວເອງຢູ່ທີ່ບ້ານ ພ້ອມທັ້ງຍົກເລິກງານທັ້ງຫມົດທີ່ຮັບເອົາໄວ້ທັ້ງເດືອນມີນາຄົມນີ້”

ໂດຍ ຫນູເລັກ ກ່ອນບ່າຍ ກໍ່ໄດ້ເດິນທາງໄປກວດ ແລະຫນຸ່ມບອບ ທະນິນ ກໍ່ໄດ້ໄປກວດແລ້ວເຊັ່ນກັນ ຜົນຈະຮັບຮູ້ແມ່ນຕອນສວາຍມື້ອຶ່ນ ແຕ່ສິ່ງທີ່ໜ້າຕົກໃຈກໍ່ຄົງຈະເປັນຄ່າກວດນີ້ແຫລະມັນສູງຫລາຍ 7500 ບາດ

ຢ່າງໃດກໍ່ຕາມ ທາງຊ່ອງ3 ອອກປະກາດໃຫ້ພະນັກງານທີ່ເຮັດວຽກຕຶກ ອາຄານມາລີນົນ1 ກັບບ້ານທັ້ງຫມົດ ພນັກງານທີ່ຢູ່ຊັ້ນ 10 ກັບບ້ານທັນທີ ແລະເຝົ້າເບິ່ງອາການ 14 ມື້ທາງອາຄານຈະສີດພົ່ນນ້ຳຢາຄ່າເຊື້ອ ໃນບໍລິເວນພື້ນທີ່ສ່ວນກາງ ລັອບບີ້ ຫ້ອງນ້ຳສ່ວນກາງ ໃນລິບທຸກອັນ

ຂ່າວທົ່ວໄປ